Thursday, October 30, 2025
Homeຂ່າວຕ່າງປະເທດພົນລະເມືອງ ອີຢູ ຫລາຍກວ່າ 50% ສະໜັບສະໜູນການເປີດກວ້າງກຸ່ມ

ພົນລະເມືອງ ອີຢູ ຫລາຍກວ່າ 50% ສະໜັບສະໜູນການເປີດກວ້າງກຸ່ມ

ວິທະຍຸກະຈາຍສຽງຫວຽດນາມ, ການສຳຫລວດ ກໍຊີ້ໃຫ້ເຫັນວ່າ 37% ຈຳນວນ ຜູ້ຖືກຖາມຖືວ່າເລື່ອງເປີດກວ້າງສະຫະພາບອີຣົບ ຫລື EU ຈະ ຊ່ວຍເພີ່ມທະວີຜົນກະທົບຂອງກຸ່ມ, ພ້ອມທັງປັບປຸງຕະຫລາດເອີຣົບ. ນອກຈາກນັ້ນ, 30% ຖືວ່າ ການເປີດກວ້າງກຸ່ມ ຈະເຮັດໃຫ້ນ້ຳໃຈ ສາມັກຄີ ຂອງບັນດາ ປະເທດ ສະມາຊິກ ເພີ່ມຂຶ້ນ. ການສຳຫລວດ ຄັ້ງຫລ້າສຸດ ໃຫ້ຮູ້ວ່າ 56% ຈຳນວນ ພົນລະເມືອງ ສະຫະພາບ ເອີຣົບ (ອີຢູ) ສະໜັບ ສະໜູນນະໂຍບາຍຂະຫຍາຍກຸ່ມ. ຕາມໝາກຜົນການສຳຫລວດໂດຍ Eurobarometer ປະຕິບັດແລ້ວ, ບັນດາປະເທດສະມາຊິກ EU ມີອັດຕາ ປະຊາຊົນ ສະໜັບ ສະໜູນ ສູງສຸດແມ່ນ ຊູແອັດ (79%), ແດນມາກ (75%) ແລະ ລິດວາ (74%). ກົງກັນຂ້າມ, ບັນດາປະເທດ ທີ່ມີອັດຕາ ຕ່ຳສຸດແມ່ນ ໂອຕາລິດ (45%), ເຊັກໂກ (43%) ແລະ ຝຣັ່ງ (43%). ການສຳຫລວດ ກໍຊີ້ໃຫ້ ເຫັນວ່າ 37% ຈຳນວນ ຜູ້ຖືກຖາມຖືວ່າ ເລື່ອງເປີດກວ້າງ EU ຈະຊ່ວຍ ເພີ່ມ ທະວີ ຜົນກະທົບຂອງກຸ່ມ, ພ້ອມທັງປັບປຸງຕະຫລາດເອີຣົບ. ນອກຈາກ ນັ້ນ, 30% ຖືວ່າ ການເປີດກວ້າງກຸ່ມ ຈະເຮັດໃຫ້ນ້ຳໃຈສາມັກຄີ ຂອງບັນດາປະເທດສະມາຊິກເພີ່ມຂຶ້ນ. ເຖິງຢ່າງໃດກໍຕາມ, ທ່ານ ນາງ Corina Stra tulat, ຮອງຜູ້ອຳນວຍການ ສູນກາງນະໂຍບາຍເອີຣົບ, ຖືວ່າພຽງແຕ່ມີການສະໜັບສະໜູນຂອງປະຊາຊົນ ແມ່ນຍັງບໍ່ຄົບ, ແຕ່ຕ້ອງມີຄຳໝັ້ນ ສັນຍາ ດ້ານການເມືອງ ເພື່ອຊຸກຍູ້ ວິວັດທະນາການນີ້.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments