Thursday, October 30, 2025
Homeຂ່າວໜ້າໜຶ່ງພິທີສະເຫລີມສະຫລອງຄົບຮອບ 120 ປີ ຊາຕະການ ຂອງມະຫາສີລາ ວິຣະວົງສ໌ ເພື່ອລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີ

ພິທີສະເຫລີມສະຫລອງຄົບຮອບ 120 ປີ ຊາຕະການ ຂອງມະຫາສີລາ ວິຣະວົງສ໌ ເພື່ອລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີ

ໃນລະຫວ່າງວັນທີ 25-26 ຕຸລາ 2025 ນີ້, ມູນນິທິມະຫາສີລາ ວິຣະວົງສ໌ ຮ່ວມກັບສະມາຄົມນັກປະພັນລາວ ແລະ ສະມາຄົມສົ່ງເສີມການອະນຸລັກສິລະປະວັນນະຄະດີ ໄດ້ຈັດຕັ້ງພິທີສະຫລອງຄົບຮອບ 120 ປີ ຊາຕະການ ມະຫາສີລາ ວິຣະວົງສ໌, ພ້ອມທັງຈັດເສວະນາ ກ່ຽວກັບພາສາ, ວັນນະຄະດີ, ສາສະໜາ-ຮີດຄອງປະ ເພນີ ແລະ ປະຫວັດສາດລາວ ກໍຄື ຜົນງານການແຕ່ງ, ການຄົ້ນຄວ້າ ຂອງທ່ານ ມະຫາສີລາ ວິຣະວົງສ໌ ຢູ່ສວນໄຜ່ພັນກໍ ບ້ານໄຮ່ ເມືອງໄຊທານີ ນະຄອນຫລວງວຽງຈັນ, ມີພະເຖຣານຸເຖຣະ, ທ່ານ ພັນຄຳ ວິພາວັນ ອະດີດນາຍົກ ລັດຖະມົນຕີ, ບັນດານັກຂຽນ, ນັກປະພັນ, ນັກຮຽນ-ນັກສຶກສາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ວິຣະພົນ ວິຣະວົງສ໌ ປະທານມູນນິທິ ມະຫາສີລາ ວິຣະວົງສ໌ ໄດ້ຕາງໜ້າໃຫ້ຄອບຄົວ ວິຣະວົງສ໌ ສະແດງຄວາມຂອບໃຈ ຕໍ່ບັນດາແຂກ ທີ່ໄດ້ມາເຕົ້າໂຮມກັນ ເພື່ອຮ່ວມງານສະຫລອງ 120 ປີ ຊາຕະການ ມະຫາສີລາ ວິຣະວົງສ໌ ເພື່ອລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີຂອງທ່ານ ມະຫາ ສີລາ ວິຣະວົງສ໌ ກໍຄື ບັນດາບັນພະບູລຸດຜູ້ຮັກຊາດ ຍືນຍົງຢູ່ໃນພາລະກິດ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ, ພ້ອມທັງ ຍົກໃຫ້ເຫັນ ຈຸດປະສົງຂອງການສ້າງຕັ້ງມູນນິທິມະຫາສີລາ ວິຣະວົງສ໌ ເພື່ອສະໜັບສະໜູນດ້ານການສຶກສາ ແລະ ການຄົ້ນຄວ້າກ່ຽວກັບພາສາ, ວັນນະຄະດີ, ສາສະໜາ, ຮີດຄອງປະເພນີ ແລະ ປະຫວັດສາດລາວ ອັນເປັນມໍລະດົກທາງດ້ານວັດທະນາທໍາ ຂອງຊາດ. ພ້ອມທັງ, ໃຫ້ທຶນໂຄງການ, ຈັດເສວະນາ, ຈັດພິມ ແລະ ເຜີຍແຜ່ ປຶ້ມຂອງ ມະຫາສີລາ ວິຣະວົງສ໌ ແລະ ຜົນງານ ທີ່ນອນໃນຂົງເຂດວຽກງານທີ່ ມູນນິທິມະຫາສີລາ ວິຣະວົງສ໌ ໃຫ້ການສະໜັບສະໜູນ.

ທ່ານ ພັນຄຳ ວິພາວັນ ໄດ້ຍົກໃຫ້ເຫັນປະຫວັດ, ຜົນງານ ແລະ ການເຄື່ອນໄຫວຂອງທ່ານ ມະຫາສີລາ ວິຣະວົງສ໌ ໃນໄລຍະຜ່ານມາ, ຊຶ່ງໃນໄລຍະຊຸມປີ 1977-1983 ທ່ານ ມະຫາສີລາ ວິຣະວົງສ໌ ໄດ້ຮຽບຮຽງ ແລະ ຈັດພິມປຶ້ມໄວຍະກອນລາວ ສຳລັບໂຮງຮຽນສາມັນສຶກສາ ມ1, ມ2, ມ3, ອ1, ອ2 ແລະ ອ3 ເພື່ອໃຊ້ໃນຂອບເຂດທົ່ວປະເທດ. ໃນປີ 1930 ໄດ້ເຂົ້າເຮັດວຽກເປັນເລຂານຸການ ຂອງເຈົ້າເພັດຊະລາດ, ໄດ້ປະກອບພາລະກິດຟື້ນຟູການສຶກສາ, ພະພຸດທະສາສະໜາ, ພາສາລາວ ແລະ ວັນນະຄະດີລາວ. ພ້ອມນີ້, ທ່ານຍັງໄດ້ພ້ອມກັບບັນດາຜູ້ຮັກຊາດ ຕໍ່ສູ້ຕ້ານກັບພວກທີ່ຢາກເອົາອັກສອນລາແຕງ ມາໃຊ້ແທນອັກສອນລາວ ໃນຊຸມປີ 1930 ແລະ ໄດ້ຕໍ່ສູ້ເພື່ອເອົາພາສາລາວ ເປັນພາສາທາງການ. ເລີ່ມແຕ່ມີການສ້າງຕັ້ງ ຄະນະກຳມະການວັນນະຄະດີລາວ ໃນປີ 1951 ທ່ານ ມະຫາ ສີລາ ວິຣະວົງສ໌ ໄດ້ຖືກແຕ່ງຕັ້ງເປັນກຳມະການ ແລະ ເລຂານຸການ ທັງໄດ້ຮັບມອບໝາຍ ໃຫ້ເປັນຜູ້ປັບປຸງຫລັກໄວຍະກອນພາສາລາວ ຈາກປີ 1950 ມາຍັງປີ 1954, 1972, 1974, ພ້ອມທັງເປັນຜູ້ຮຽບຮຽງ ແລະ ຈັດແຕ່ງປຶ້ມວັດຈະນານຸກົມພາສາລາວ ສະບັບທຳອິດ ຊຶ່ງກະຊວງສຶກສາ ຂອງລັດຖະບານ ພຣະລາຊະອານາຈັກລາວ ໄດ້ປະກາດໃຊ້ຢ່າງເປັນທາງການ. ທ່ານ ມະຫາ ສິລາ ວີຣະວົງສ໌ ໄດ້ຣິດຈະນາ ໜັງສືວັນນະຄະດີບູຮານ ມາເປັນອັກສອນລາວສະໄໝໃໝ່ຫລາຍໆເນື້ອເລື່ອງເຊັ່ນ: ເລື່ອງສັງສິນໄຊ, ນາງຕັນໄຕ, ສຽວສະຫວາດ, ທ້າວຮຸ່ງ-ທ້າວເຈືອງ ແລະ ອື່ນໆ; ເພິ່ນຍັງເປັນອາຈານສອນພາສາບາລີ ຢູ່ໂຮງຮຽນສົງ ແລະ ເປັນຜູ້ແຕ່ງຕຳລາຮຽນພາສາບາລີ ແລະ ເປັນຜູ້ແຕ່ງປຶ້ມ ພົງສາວະດານລາວ ຫົວທຳອິດ ທີ່ພິມໂດຍກະຊວງສຶກສາ. ພາຍຫລັງສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975, ທ່ານ ມະຫາສີລາ ວິຣະວົງສ໌ ໄດ້ຮັບໜ້າທີ່ເປັນພະນັກງານຊ່ຽວຊານ ແລະ ໃຫ້ຄຳປຶກສາ ແກ່ກະຊວງສຶກສາ ໃນການຮຽບຮຽງ ແລະ ຈັດພິມປຶ້ມໄວຍະກອນລາວ ເພື່ອນຳໃຊ້ເອກະພາບໃນທົ່ວປະເທດ. ຕະຫລອດການເຄື່ອນໄຫວຂອງ ທ່ານ ມະຫາສີລາ ວິຣະວົງສ໌ ໄດ້ອຸທິດຕົນເພື່ອການຟື້ນຟູ ພາສາລາວ, ວັນນະຄະດີລາວ ແລະ ອັກສອນສາດລາວ ເພິ່ນໄດ້ສ້າງຜົນງານທີ່ເປັນມໍລະດົກອັນລໍ້າຄ່າ ທາງດ້ານວັດທະນະທຳ ໄວ້ໃຫ້ຄົນຮຸ່ນຫລັງໄດ້ສືບທອດ ແລະ ໄດ້ຮັບນາມມະຍົດ ຈາກພັກ-ລັດຖະບານ ໃຫ້ເປັນສິລະປິນແຫ່ງຊາດ.

ສຳລັບ ວັນທີ 26 ຕຸລາ ໄດ້ມີພິທີໃສ່ບາດຖວາຍສັງຄະທານ ແລະ ຖວາຍກອງບຸນ ເພື່ອອຸທິດເຖິງ ທ່ານ ມະຫາສີລາ ວິຣະວົງສ໌ ທີ່ໄດ້ລ່ວງຮັບໄປແລ້ວ ເພື່ອເປັນບຸນເປັນກຸສົນ ແລະ ອື່ນໆ. ພ້ອມທັງ ສືບຕໍ່ ຈັດເວທີເສວະນາ ຮັບຟັງຄວາມຄິດຄວາມເຫັນ ຈາກຫລາຍມຸມມອງ, ຈາກຫລາຍທ່ານ, ຜູ້ຊົງຄຸນນະວຸທິ ຕໍ່ຜົນງານຂອງ ທ່ານ ມະຫາສີລາ ວິຣະວົງສ໌ ເພື່ອຈະໄດ້ເປັນບົດຮຽນ ໃນການເຜີຍແຜ່ ຢ່າງມີປະສິດທິພາບ ແລະ ຮັກສາໄວ້ໄດ້ ມູນມໍລະດົກ ວັດທະນະທຳ ຂອງຊົນຊາດລາວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments