Thursday, October 23, 2025
Homeຂ່າວໜ້າໜຶ່ງຫາລືສ້າງຄວາມເຂັ້ມແຂງໃຫ້ຄອບຄົວ ແລະ ເດັກ ໃນລາວ

ຫາລືສ້າງຄວາມເຂັ້ມແຂງໃຫ້ຄອບຄົວ ແລະ ເດັກ ໃນລາວ

ເມື່ອບໍ່ດົນມານີ້, ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ລັດຖະບານອົດສະຕຣາລີ ແລະ ອົງການອຸຍນີເຊບ ປະຈຳ ສປປ ລາວ, ພ້ອມດ້ວຍບັນດາກະຊວງທີ່ກ່ຽວຂ້ອງ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສັງຄົມ ຈັດກອງປະຊຸມປຶກສາຫາລືເສີມສ້າງຄວາມເຂັ້ມແຂງໃຫ້ຄອບຄົວ ແລະ ສົ່ງເສີມອະນາຄົດທີ່ສົດໃສໃຫ້ແກ່ເດັກ ພາຍໃຕ້ແຜນງານ “ຮັກລູກໃຫ້ໃສ່ໃຈ” ໃນ ສປປ ລາວ ເພື່ອຂະ ຫຍາຍການສະໜັບສະໜູນໃຫ້ພໍ່ແມ່ ແລະ ຜູ້ດູແລເດັກ ທັງໄລຍະຖືພາ ແລະ ໃນສອງປີທຳອິດຂອງຊີວິດເດັກນ້ອຍ.

ກອງປະຊຸມດັ່ງກ່າວ, ໄດ້ເນັ້ນໜັກເຖິງການເຂົ້າເຖິງຢ່າງເທົ່າທຽມກັນ ສຳລັບບ້ານທີ່ຫ່າງໄກສອກຫລີກ, ຄອບຄົວທີ່ເວົ້າພາສາຊົນເຜົ່າ ແລະ ເດັກນ້ອຍທີ່ມີຄວາມພິການ, ພ້ອມທັງຊຸກຍູ້ໃຫ້ມີນະໂຍບາຍກ່ຽວກັບສະຖານທີ່ເຮັດວຽກ ໃຫ້ເອື້ອເຟື້ອຕໍ່ຄອບຄົວ ເພື່ອອຳນວຍຄວາມສະດວກໃຫ້ພໍ່ແມ່ໄດ້ເບິ່ງແຍງລູກຕາມຄວາມຈຳເປັນ.

ໂອກາດນີ້, ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານສະຫະພັນແມ່ຍິງລາວ ໄດ້ກ່າວວ່າ: ພວກເຮົາສາມາດເສີມສ້າງຊີວິດທີ່ດີໃຫ້ເດັກຜ່ານການສະໜັບສະໜູນທີ່ດີ ແລະ ສາມາດນຳໄປປະຕິບັດໄດ້ຕົວຈິງ ເຊັ່ນ: ການລ້ຽງລູກດ້ວຍນົມແມ່, ການສົນທະນາໂອ້ລົມກັບລູກ, ການອ່ານປຶ້ມໃຫ້ລູກຟັງ, ການມີໂພ ຊະນາການອາຫານທີ່ດີ ແລະ ການກວດສຸຂະພາບເປັນປະຈຳ. ພ້ອມທັງຮຽກຮ້ອງໃຫ້ຄູ່ຮ່ວມງານທັງໝົດ ມາລົງທຶນຮ່ວມກັນ ເພື່ອໃຫ້ພໍ່ແມ່ທຸກຄົນໄດ້ຮັບການຊ່ວຍເຫລືອເດັກ ທີ່ພວກເຂົາສົມຄວນຈະໄດ້ຮັບ ພາຍໃນ 1.000 ວັນທໍາອິດ.

ຈາກການສຳຫລວດດັດສະນີໝາຍສັງຄົມລາວ ຄັ້ງທີ III (LSIS III) ໄດ້ຊີ້ໃຫ້ເຫັນທັງຄວາມຈຳເປັນອັນຮີບດ່ວນ ແລະ ໂອກາດອັນດີ, ປະມານ 33% ຂອງເດັກນ້ອຍອາຍຸຕໍ່າກວ່າ 5 ປີ ແມ່ນມີການເຕີບໂຕຊ້າ (ລວງສູງບໍ່ໄດ້ມາດຕະຖານ), 11% ຈ່ອຍຜອມ, ມີພຽງ 37% ຂອງເດັກນ້ອຍທີ່ໄດ້ຮັບວັກຊີນຄົບຕາມກຳນົດ, ມີພຽງ 45% ຂອງເດັກນ້ອຍເກີດໃໝ່ທີ່ໄດ້ກິນນົມແມ່ພຽງຢ່າງດຽວ ແລະ ອັດ ຕາການເຂົ້າໂຮງຮຽນກ່ອນໄວຮຽນອາຍຸລະຫວ່າງ 3-4 ປີ ມີເດັກພຽງ 27%.

ການລິເລີ່ມແຜນງານ “ຮັກລູກໃຫ້ໃສ່ໃຈ ແລະ ຄອບຄົວຜາສຸກ ພ້ອມກັນພັດທະນາ” ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານໂຄງການຮ່ວມມືອົງການຈັດຕັ້ງສາກົນ ທີ່ບໍ່ຂຶ້ນກັບລັດຖະບານ ຂອງອົດສະຕຣາລີ. ໂຄງການຮ່ວມມືດັ່ງກ່າວ ໄດ້ຊ່ວຍໃຫ້ພໍ່ແມ່ຫລາຍພັນຄົນໄດ້ນໍາເອົາບົດຮຽນໄປໃຊ້ໃຫ້ເກີດປະໂຫຍດສູງສຸດ ເຊັ່ນ: ການໂອ້ລົມ, ການຮ້ອງເພງ, ການຫລິ້ນກັບລູກ, ການເບິ່ງແຍງລູກ, ພ້ອມທັງເຊື່ອມໂຍງຄອບຄົວໃຫ້ເຂົ້າເຖິງການຝາກທ້ອງທີ່ດີ, ໄດ້ກິນອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ, ການຕິດຕາມການຈະເລີນເຕີບໂຕ, ການສັກຢາວັກຊີນ ແລະ ການຮຽນຮູ້ກ່ອນໄວຮຽນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments