Thursday, October 23, 2025
Homeຂ່າວກິລານະຄອນຫລວງ ສຸມ​ໃສ່​ຫລາຍ​ວຽກກະກຽມຈັດມະຫະກໍາ​ກິລາ​ແຫ່ງຊາດ ຄັ້ງທີ XII

ນະຄອນຫລວງ ສຸມ​ໃສ່​ຫລາຍ​ວຽກກະກຽມຈັດມະຫະກໍາ​ກິລາ​ແຫ່ງຊາດ ຄັ້ງທີ XII

ປັດຈຸບັນ, ຄະນະ​ກໍາ​ມະກາ​ນດ້ານ​ເຕັກນິກ-ຈັດການແຂ່ງຂັນ ມະຫະກໍາ​ກິລາແຫ່ງຊາດ ຄັ້ງທີ XII ​ໄດ້​ຂຸ້ນຂ້ຽວຈັດຕັ້ງປະຕິບັດຫລາຍ​ໜ້າວຽກເປັນ​ຕົ້ນ: ການກຳນົດສະຖານທີ່ຮັບໃຊ້ຈັດການແຂ່ງຂັນ 14 ຈຸດ ໂດຍຮ່ວມກັບນະຄອນຫລວງເຈົ້າພາບ ແລະ ສະຫະພັນກິລາແຫ່ງຊາດ; ການສ້າງກົດລະບຽບ ຮັບໃຊ້ການແຂ່ງຂັນ 33 ປະເພດກິລາ ໂດຍອີງໃສ່ຂໍ້ກໍານົດວ່າດ້ວຍການຈັດງານມະຫະກຳກິລາແຫ່ງຊາດ; ການສ້າງເວັບໄຊ ມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະ ການສ້າງແບບຟອມສະໝັກລົງທະບຽນໃນຮູບແບບອອນລາຍ ​ແລະ ອື່ນໆ. ທັງນີ້, ​​​ກໍເພື່ອ​ກຽ​ມຄ​ວາ​ມພ້ອມ​ໃຫ້ແດ່ການຈັດງານດັ່ງກ່າວ ບັນລຸຕາມຄາດໝາຍ ແລະ ສໍາ​ເລັດ​ຜົນຢ່າງ​ຈົບງາມ​.

ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ, ຫົວໜ້າກຳມະການເຕັກນິກ-ຈັດການແຂ່ງຂັນ ​ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 22 ຕຸລາ 2025 ນີ້ວ່າ: ພາຍຫລັງ​ທີ່​ໄດ້​ຮັບມອບໝາຍ​, ກໍາມະການ​ດ້ານເຕັກນິກ-ຈັດການແຂ່ງຂັນ ກໍ​ໄດ້​ເອົາ​ໃຈ​ໃສ່​ຫລາຍໜ້າວຽກ ​ເພື່ອ​ກຽມຄວາມ​ພ້ອມ ດ້ານເຕັກນິກ-ຈັດການແຂ່ງຂັນ ຊຶ່ງມາ​ຮອດ​ປັດຈຸບັນ ສາມາດກຳນົດສະຖານທີ່ຮັບໃຊ້ຈັດການແຂ່ງຂັນ 14 ຈຸດ; ສ້າງກົດລະບຽບ ຮັບໃຊ້ການແຂ່ງຂັນ 33 ປະເພດກິລາ; ສ້າງເວັບໄຊ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ແລະ ການສ້າງແບບຟອມສະໝັກລົງທະບຽນໃນຮູບແບບອອນລາຍ; ໄດ້ສົມທົບກັບພາກສວນທີ່ກ່ຽວຂ້ອງຈັດຕັ້ງການປະມູນ ວຽກງານຈັດຊື້ອຸປະກອນຮັບໃຊ້ການແຂ່ງຂັນ; ສຳເລັດການຈັດກອງປະຊຸມຮ່ວມກັບບັນດາສະຫະພັນກິລາແຫ່ງຊາດ ເພື່ອປຶກສາຫາລືກຳນົດຈຳນວນ ຄະນະຮັບຜິດຊອບຈັດການແຂ່ງຂັນ, ຜູ້ຄວບຄຸມການແຂ່ງຂັນ, ກຳມະການຕັດສິນ, ຜູ້ຊ່ວຍກຳມະການຕັດສິນ ແລະ ຜູ້ຊ່ວຍພາກສະໜາມ ຂອງບັນດາສະຫະພັນ; ສຳເລັດການຕິດຕັ້ງອຸປະກອນ IT ຮັບໃຊ້ການຂຶ້ນທະບຽນ, ອອກບັດ ແລະ ລາຍງານຜົນ ຢູ່ຕຶກສຳນັກງານກະຊວງ ສຶກສາທິກສນ ແລະ ກິລາ ເຂດສະໜາມກິລາເຈົ້າອະນຸວົງ; ການຂຶ້ນທະບຽນແບບຕົວເລກ ຂອງ17 ແຂວງ, 1 ນະຄອນຫລວງ ແລະ 3 ກະຊວງ (ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ ແລະ ກະຊວງອຸດສະຫະກຳ ແລະການຄ້າ) ແມ່ນສຳເລັດ 100​%.

ທ່ານ ສີຈັນ ຈິດຕະປັນຍາ ຍັງໃຫ້ຮູ້ອີກວ່າ: ການກະກຽມຄວາມພ້ອມດ້ານສະໜາມກິລາ ເພື່ອຮັບໃຊ້ການແຂ່ງຂັນ ແມ່ນບັນຫາທີ່ພວກເຮົາໃຫ້ຄວາມສຳຄັນເປັນພິເສດ ໂດຍລວມແລ້ວມີຄວາມຄືບໜ້າປະມານ 90-95% ແລະ ຈະສືບຕໍ່ລົງຕິດຕາມກວດກາຮ່ວມກັບຄະນະກຳມະການສ້ອມ ແປງ ຄາດວ່າຈະໃຫ້ສຳເລັດຢ່າງສົມບູນກ່ອນຈະເລີ່ມການແຂ່ງຂັນ. ນອກຈາກນີ້, ຈະໄດ້ນຳເອົາເຮືອຊ່ວງ 12 ສີພາຍ ແລະ 22 ສີພາຍ ຈາກແຂວງອຸດົມໄຊ ແລະ ແຂວງຊຽງຂວາງ ເພື່ອມາຮັບໃຊ້ການແຂ່ງຂັນຄັ້ງນີ້. ເພື່ອ​ເຮັດ​​ໃຫ້ການ​ຈັດ​ງານ​ຄັ້ງ​ນີ້ ​ໄດ້​ຮັບຜົນ​ສໍາເລັດ ພວກເຮົາ ຈຶ່ງ​ໄດ້ສຸມໃສ່ສົມທົບກັບພາກສວນທີ່ກ່ຽວຂ້ອງລົງກວດກາສະໜາມທີ່ມີການປັບປຸງສ້ອມແປງ ກະກຽມມອບ-ຮັບ ແລະ ຕິດຕັ້ງອຸປະກອນໃຫ້ສຳເລັດ 100% ເພື່ອຮັບໃຊ້ການຝຶກຊ້ອມ ແລະ ການແຂ່ງຂັນປະເພດກິລາ ທີ່ຈະແຂ່ງຂັນກ່ອນຄື: ຊິນລອນ, ບານບ້ວງ, ຍິງປືນ, ໜ້າເກັກ, ປັນຈັກສີລັດ, ໝາກເສິກ ແລະ ກິລາອື່ນໆ, ສຶບຕໍ່ປະສານງານກັບບັນດາກຳມະການ, ບັນດາແຂວງ ແລະ ກະຊວງ ທີ່ສົ່ງຄະນະກິລາເຂົ້າຮ່ວມການແຂ່ງຂັນ ເພື່ອກະກຽມອອກບັດໃຫ້ທັນກັບກຳນົດເວລາ; ສົມທົບກັບພາກສວນທີ່ກ່ຽວຂ້ອງກະກຽມຈັດຝຶກອົບຮົມບຸກຄະລາກອນ ແລະ ອາສາສະໝັກຕາມແຜນທີ່ກຳນົດໄວ້ແຕ່ລະປະເພດກິລາ; ກະກຽມຈັດກອງປະຊຸມເຕັກນິກ-ຈັດການແຂ່ງຂັນທົ່ວປະເທດໃນວັນທີ 31ຕຸລາ 2025 ເພື່ອສະຫລຸບວຽກງານ ແລະ ພ້ອມທີ່ຈະກ້າວເຂົ້າສູ່ການແຂ່ງຂັນຢ່າງເປັນທາງການ ໃນເດືອນພະຈິກ; ສຶບຕໍ່ຝຶກແອບນ້ອງນາງສາວ ຖືຖາດມອບຫລຽນລາງວັນໃຫ້ສຳເລັດ ພາຍໃນເດືອນ ຕຸລາ 2025.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments