Thursday, October 23, 2025
Homeຂ່າວຕ່າງປະເທດຝຣັ່ງ ຍົກລະດັບເຕືອນໄພ ໄຂ້ຫວັດສັດປິກ ເປັນລະດັບສູງ

ຝຣັ່ງ ຍົກລະດັບເຕືອນໄພ ໄຂ້ຫວັດສັດປິກ ເປັນລະດັບສູງ

ສຳນັກຂ່າວ ອິນໂຟເຄວສ, ວັນທີ 22 ຕຸລາ, ຝຣັ່ງ ປະກາດ ຍົກລະດັບ ການເຕືອນໄພ ໄຂ້ຫວັດສັດປິກ ຈາກ ລະດັບ ປານກາງ ເປັນລະດັບສູງ, ພ້ອມທັງ ບັງຄັບໃຫ້ ຟາມສັດປີກ ທົ່ວປະເທດ ຕ້ອງລ້ຽງສັດໄວ້ໃນຄອກ, ຫລັງຈາກ ເອີຣົບ ໄດ້ຜະເຊີນກັບ ການແພ່ລະບາດ ຕາມລະດູການ ຂອງພະຍາດນີ້ ອີກຄັ້ງ.

ມາດຕະການດັ່ງກ່າວ ຈະມີຜົນບັງຄັບໃຊ້ ນັບຕັ້ງແຕ່ ວັນທີ 22 ຕຸລາ ເປັນຕົ້ນໄປ ແລະ ຖືເປັນການປັບ ລະດັບຄວາມສ່ຽງ ຕາມລະດູການ ໄວກວ່າປີກາຍນີ້. ຍ້ອນວ່າ ປີກາຍນີ້ ຝຣັ່ງ ເລີ່ມບັງຄັບໃຊ້ ໃນເດືອນພະຈິກ. ກະຊວງກະສິ ກຳຂອງຝຣັ່ງ ປະກາດ ໃນລັດກິດຈານຸເບກສາ ວ່າ: ກົດກະຕິກາ ສະບັບນີ້ ໄດ້ອອກຕາມຫລັກຖານ ການຕິດເຊື້ອໃນນົກປ່າ ທີ່ອົບພະຍົບ ທົ່ວເອີຣົບ , ລວມເຖິງ ຝຣັ່ງ ແລະ ການຢືນຢັນ ການແພ່ລະບາດ ໃນຟາມສັດປິກຫລາຍແຫ່ງ.ປັດຈຸບັນ ຝຣັ່ງ ກວດພົບ ການແພ່ລະບາດ ຂອງໄຂ້ຫວັດສັດປິກ ໃນຟາມ 2 ແຫ່ງ ແລະ ຝຸງສັດປິກລ້ຽງ ຢູ່ໃນເຮືອນ 3 ແຫ່ງ, ໂດຍກໍລະນີ ທຳອິດ ກວດພົບໃນໄລຍະ ກາງເດືອນຕຸລາ ໃນຟາມລ້ຽງໄກ່ຟ້າ ແລະ ນົກກະທາ ທາງພາກເໜືອຂອງຝຣັ່ງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments