Thursday, October 23, 2025
Homeຂ່າວພາຍໃນໄຂກອງປະຊຸມໃຫຍ່ຜູ້ແທນພະສົງ ອສພ ແຂວງຫລວງພະບາງ ຄັ້ງທີ IX

ໄຂກອງປະຊຸມໃຫຍ່ຜູ້ແທນພະສົງ ອສພ ແຂວງຫລວງພະບາງ ຄັ້ງທີ IX

ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ຜູ້ແທນພະສົງ ອົງການພຸດທະສາສະໜາສໍາພັນລາວ (ອສພ) ແຂວງຫລວງພະບາງ ຄັ້ງທີ IX ໄຂຂຶ້ນໃນວັນທີ 23 ຕຸລາ 2025 ທີ່ຫ້ອງວ່າການແຂວງຫລວງພະບາງ ໂດຍມີ ພະອາຈານ ມະຫາເຫວດ ມະເສໄນ ອົງຮັກສາການປະທານ ສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ, ພ້ອມດ້ວຍຜູ້ແທນພະສົງທົ່ວແຂວງ, ຕາງໜ້າການນຳຂອງແຂວງ, ພາກສ່ວນກ່ຽວຂ້ອງຈາກພາກລັດ ແລະ ອອກຕົນຍາດໂຍມ ຜູ້ມີໃຈໃສສັດທາ ເຂົ້າຮ່ວມ.

ພະອາຈານໃຫຍ່ ອ່ອນແກ້ວ ກິຕຕິພັທໂທ ກຳມະການສູນກາງແນວລາວສ້າງຊາດ, ຄະນະບໍລິຫານງານປະຈໍາການ ສູນກາງ ອສພ ແຫ່ງ ສປປ ລາວ, ປະທານ ອສພ ແຂວງຫລວງພະບາງ ໄດ້ກ່າວ ວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ໄຂຂຶ້ນໃນທ່າມກາງທີ່ພະສົງ-ສາມະເນນໃນທົ່ວປະເທດ ພວມຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຜູ້ແທນພະສົງທົ່ວປະເທດ ຄັ້ງທີ VIII ແລະ ທຸກອົງການຈັດຕັ້ງ ພາຍໃນແຂວງຫລວງພະບາງ ພວມຊົມເຊີຍ ແລະ ອອກແຮງແຂ່ງຂັນປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງຫລວງພະບາງ ຄັ້ງທີ IX ທີ່ຫາສໍາເລັດ ເພື່ອປະກອບສ່ວນນຳເອົາມະຕິກອງປະຊຸມໃຫຍ່ ມາຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ຕາມພາລະໜ້າທີ່ຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມເລິກເຊິ່ງ ປັບປຸງແກ້ໄຂວຽກງານທີ່ຄົງຄ້າງ ເພື່ອເອົາແນວທາງຂອງພະພຸດທະສາສະໜາ ໃຫ້ສອດຄ່ອງກັບແນວທາງຂອງພັກ-ລັດ ສ້າງບົດບາດ-ສ້າງຄວາມເຂັ້ມແຂງ ໃນອົງການພຸດທະສາສະໜາສໍາພັນລາວ ໃຫ້ເປັນທີ່ຍອມຮັບຂອງສັງຄົມ. ສິ່ງທີ່ສຳຄັນ ແລະ ຈຳເປັນ ຈະຕ້ອງໄດ້ເນັ້ນໜັກໃສ່ບາງວຽກງານ ໂດຍສະເພາະ ວຽກງານການປົກຄອງ ຄຸ້ມຄອງພະສົງ-ສາມະເນນ ແລະ ການພັດທະນາສ້າງສາ ບູລະນະວັດວາອາຮາມ ພ້ອມທັງປົກປັກຮັກສາຊັບສົມບັດເກົ່າແກ່ ອັນເປັນປູຊະນີຍະສະຖານ ທີ່ບັນພະບູລຸດ ໄດ້ສ້າງໄວ້ໃຫ້ຍືນຍົງຄົງຕົວຕະຫລອດໄປ.

ກອງປະຊຸມໃຫຍ່ຄັ້ງນີ້ ຈະດຳເນີນເປັນເວລາ 1 ວັນ ໃນນັ້ນ, ຈະມີການສະຫລຸບຕີລາຄາ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ໃນ 5 ປີຜ່ານມາ ແຕ່ປີ 2020-2025 ແລະ ທິດທາງແຜນການດໍາເນີນງານ 2026-2030 ໂດຍຍົກໃຫ້ເຫັນດ້ານດີ-ດ້ານອ່ອນ ແລະ ຂໍ້ຄົງຄ້າງ ເພື່ອນຳມາປັບປຸງແກ້ໄຂ ໃຫ້ເປັນແຜນວຽກດຳເນີນງານໃນ 5 ປີຕໍ່ໜ້າ ໃຫ້ດີຂຶ້ນກວ່າເກົ່າ, ພ້ອມດຽວກັນນີ້, ຈະໄດ້ຮັບຮອງເອົາການຄັດເລືອກເອົາບຸກຄະລາກອນພະສົງ ອົງທີ່ມີຄວາມຮູ້ ຄວາມສາມາດ ແລະ ມີມາດຕະຖານ-ເງື່ອນໄຂຄົບຖ້ວນ ທີ່ກໍານົດໄວ້ໃນທໍາມະນູນສົງລາວ ເຂົ້າເປັນຄະນະບໍລິຫານງານ ອົງການພຸດທະສາສະໜາສໍາພັນລາວ ແຂວງຫລວງພະບາງ ຊຸດໃໝ່ ຕາມຄວາມເໝາະສົມ ແລະ ຈະໄດ້ຮັບຟັງການປະກອບຄຳເຫັນ ອັນເປັນທິດຊີ້ນຳໂອ້ລົມຂອງ ການນຳພັກ-ລັດ ແຂວງຫລວງພະບາງ ແລະ ການໃຫ້ໂອ້ວາດຂອງ ພະອາຈານໃຫຍ່ ອົງຮັກສາການປະທານ ສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments