ປັດຈຸບັນຄະນະນັກກິລາ ນະຄອນຫລວງວຽງຈັນ ໄດ້ກຽມຄວາມ ພ້ອມຫລາຍດ້ານເພື່ອເປັນເຈົ້າພາບທີ່ດີ ໃນງານມະຫະກຳກິລາ ແຫ່ງຊາດ ຄັ້ງທີ Xll ທີ່ຈະຈັດຂຶ້ນໃນວັນທີ 15 ພະຈິກ 2025 ທີ່ຈະມາເຖິງນີ້ ຊຶ່ງນະຄອນ ຫລວງວຽງຈັນກໍໄດ້ສົ່ງນັກກິລາ ຫລາຍກວ່າ 600 ກວ່າຄົນ ເຂົ້າຮ່ວມແຂ່ງ ຂັນໃນ 33 ລາຍການ, ຕັ້ງເປົ້າຄອງເຈົ້າຫລຽນຄໍາໃນງານຄັ້ງນີ້.
ທ່ານ ນາງ ລີປ່າເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ, ຫົວໜ້າກອງເລຂາຜູ້ປະຈຳການງານມະຫະ ກຳກິລາແຫ່ງຊາດ ຄັ້ງທີ Xll ໄດ້ໃຫ້ສຳພາບຕໍ່ສື່ມວນຊົນວ່າ: ພາຍຫລັງທີ່ ໄດ້ຮັບການແຕ່ງຕັ້ງໃນໜ້າວຽກກຳມະການກອງເລຂາ ໄດ້ເຮັດໜ້າທີ່ປະ ສານງານ ກັບກຳມະການຝ່າຍຕ່າງໆ ຊຶ່ງວຽກຫລັກໆແມ່ນເປັນເສນາທິ ການ ໃຫ້ແກ່ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ Xll ຊຶ່ງປັດຈຸບັນ ໄດ້ກະ ກຽມຄວາມພ້ອມຫລາຍດ້ານ ເປັນຕົ້ນ ດ້ານ ບຸກຄະລາກອນ, ພິທີການ ແລະ ຕ້ອນຮັບ, ພິທີເປີດ, ປິດ, ການໂຄສະນາ ຂ່າວສານ, ວຽກງານເສດຖະກິດລະດົມທຶນ, ວຽກງານປ້ອງກັນຊາດ, ປ້ອງ ກັນຄວາມສະຫງົບ ລວມທັງວຽກງານການແພດ ແລະ ສຸຂະພາບ ໂດຍ ລວມແລ້ວແມ່ນມີຄວາມພ້ອມຫລາຍກວ່າ 90% ເພື່ອເປັນເຈົ້າພາບ ທີີ່ດີໃນງານຄັ້ງນີ້. ພ້ອມດຽວກັນນັ້ນ, ຄະນະນັກກິລານະຄອນຫລວງວຽງຈັນ ກຳລັງຝຶກຊ້ອມຢ່າງຂຸ້ນຂ້ຽວໃນ 33 ປະເພດກິລາ ຊຶ່ງບາງປະເພດກິລາກໍໄດ້ ຝຶກຊ້ອມຢ່າງຕໍ່ເນື່ອງ. ສະນັ້ນ, ຈຶ່ງຕັ້ງເປົ້າຫລຽນຄຳໃນຫລາຍປະເພດກິລາ ແລະ ເພື່ອສູ້ຊົນໃຫ້ບັນລຸເປົ້າໝາຍທີ່ວາງໄວ້ ຈຶ່ງໄດ້ສົ່ງນັກກິລາ ແລະ ຄູ ຝຶກກວ່າ 829 ຄົນ, ໃນນີ້ຄູຝຶກ115 ຄົນ, ນັກກິລາ 674 ຄົນ ເຂົ້າແຂ່ງຂັນ ເພື່ອຊີງຫລຽນໃນງານຄັ້ງນີ້.
ທ່ານ ນາງ ລີປ່າເອ້ຍ ໃຫ້ຮູ້ຕື່ມວ່າ : ເພື່ອເຮັດໃຫ້ການແຂ່ງຂັນກິລາມີ ຄວາມເປັນ ລະບຽບຮຽບຮ້ອຍ ແລະ ໂປ່ງໃສ ກໍໄດ້ພະຍາຍາມສຶກສາອົບຮົມ ແນວຄວາມຄິດນັກກິລາໃຫ້ຍຶດໝັ້ນໃນການແຂ່ງຂັນດ້ວຍນໍ້າໃຈນັກກິລາ, ດ້ວຍຄວາມເປັນມືອາຊີບ ດັ່ງຄຳຂວັນຂອງງານມະຫະກຳກິລາແຫ່ງຊາດ ຄັ້ງ ທີ Xll “ສາມັກຄີ ມີວິໄນ ໂປ່ງໃສໄດ້ການພັດທະນາ” ດັ່ງນັ້ນ, ຈຶ່ງຢາກ ໃຫ້ນັກ ກິລາທຸກທ່ານຢຶດຖືເພື່ອເປັນແນວທາງ ແລະ ແຮງບັນດານໃຈໃນການ ແຂ່ງຂັນໃນຄັ້ງນີ້.