Thursday, October 23, 2025
Homeຂ່າວກິລາແລ່ນທວນໄຟ ສະໜັບສະໜູນການເປັນເຈົ້າພາບມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ແລ່ນທວນໄຟ ສະໜັບສະໜູນການເປັນເຈົ້າພາບມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ຄະນະຮັບຜິດຊອບລະດັບຊາດ ຈັດງານມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ໄດ້ສືບຕໍ່ຈັດກິດຈະ ກຳ ແຫ່-ແລ່ນທວນໄຟ ມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫລື ນະຄອນຫລວງວຽງຈັນເກມ 2025 ໃນຕອນແລງວັນທີ 21 ຕຸລາ 2025 ຢູ່ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ (ເປັນເມືອງທີ 3 ຂອງການຈັດກິດຈະກຳແຫ່-ແລ່ນທວນໄຟ ຖັດຈາກເມືອງນາຊາຍທອງ) ເພື່ອສະໜັບສະໜູນ ແລະ ເປັນເຈົ້າພາບຮ່ວມກັນ ໂດຍເລີ່ມຈາກໜ້າອະນຸສອນປາກປ່າສັກ ສູ່ໜ້າຮູບປັ້ນເຈົ້າຟ້າງຸ່ມ (ສວນເຈົ້າຟ້າງຸ່ມ) ໂດຍມີ ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ຄະນະຮັບຜິດຊອບລະດັບຊາດ ຈັດງານມະຫະກຳກິລາແຫ່ງ ຊາດ ຄັ້ງທີ XII ນໍາພາຂະບວນແຫ່-ແລ່ນທວນໄຟ ເລີ່ມຈາກຈຸດທີ 1 (ໄລຍະ 200 ແມັດ) ແລ້ວມອບທວນໄຟ ສົ່ງຕໍ່ໃຫ້ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ເພື່ອນໍາພາຂະບວນສືບຕໍ່ແຫ່-ແລ່ນທວນໄຟ ຈາກຈຸດທີ 2 (ໄລຍະ 200 ແມັດ) ແລະ ສົ່ງຕໍ່ໃຫ້ ທ່ານ ນາງ ສີລິພອນ ສຸພັນທອງ ຮອງເຈົ້າແຂວງຫລວງພະບາງ ເພື່ອນໍາພາຂະບວນສືບຕໍ່ແຫ່-ແລ່ນທວນໄຟ ຈາກຈຸດທີ 3 (ໄລຍະ 200 ແມັດ) ແລະ ສົ່ງຕໍ່ໃຫ້ ທ່ານ ທະວີໄຊ ເໝົາຊົມພູ ເລຂາພັກເມືອງສີໂຄດຕະບອງ ຮັບ ແລະ ສົ່ງຕໍ່ມອບໃຫ້ຄະນະຮັບຜິດຊອບຈັດງານມະຫະກຳ ກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫລວງວຽງຈັນ.

ທ່ານ ສີລິລາດ ທົງສິນ ທອງເພັງ ໄດ້ກ່າວວ່າ: ການແຫ່-ແລ່ນທວນໄຟໃນຄັ້ງນີ້, ເປັນຄັ້ງທີ 3 ສືບຕໍ່ຈາກເມືອງນາຊາຍທອງ ເພື່ອເປັນການແຈ້ງຂ່າວ ແລະ ປຸກລະດົມໃຫ້ທົ່ວສັງຄົມ, ພໍ່ແມ່ປະຊາຊົນ ຊາວນະຄອນຫລວງວຽງຈັນ ກໍຄື ບັນດາແຂວງໄດ້ຮັບຊາບ ແລະ ເປັນເຈົ້າການຮ່ວມກັນ, ເປັນເຈົ້າພາບທີ່ດີ ໃນການຈັດງານແຂ່ງຂັນກິລາຄັ້ງນີ້ ໃຫ້ມີຜົນສໍາເລັດຕາມຄາດໝາຍ. ການແຫ່-ແລ່ນທວນໄຟ ຈະກາຍເປັນສັນຍະລັກແຫ່ງຄວາມສາມັກຄີມິດ ຕະພາບອັນເປັນປຶກແຜ່ນ ແລະ ຄວາມເປັນຈິດໜຶ່ງໃຈດຽວ ຂອງຄະນະນໍານັກກິລາ, ນັກກິລາຈາກບັນດາແຂວງ ໃນທົ່ວປະເທດ ພ້ອມກັນພັດທະນາວຽກງານກິລາກາຍຍະກຳ ຊຶ່ງເປັນໜຶ່ງໃນ 5 ຫລັກມູນການສຶກສາແຫ່ງຊາດ ແລະ ສ້າງໃຫ້ໄດ້ນັກກິລາທີ່ດີເດັ່ນ ໃນວົງການກິລາລາວ ກໍຄື ການສ້າງປະສົບການ ແລະ ຄວາມເຂັ້ມແຂງໃຫ້ນັກກິລາດ້ວຍຫລາຍຮູບຫລາຍສີສັນ, ສ້າງເງື່ອນໄຂຍົກລະດັບຄວາມສາມາດຂອງນັກກິລາໃຫ້ທຽບທັນກັບລະດັບພາກພື້ນ ແລະ ສາກົນ.

ດັ່ງຂວັນຂອງງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ທີ່ວ່າ: “ສາມັກຄີ ມີວິໄນ ໂປ່ງໃສ ໄດ້ການພັດທະນາ”. ພ້ອມກັນນັ້ນ, ກໍເພື່ອສືບຕໍ່ຊຸກຍູ້ການສ້າງຂະບວນການໃຫ້ມີລັກສະນະຕໍ່ເນື່ອງ ແລະ ຟົດຟື້ນ, ທັງເປັນການຈັດງານມະຫະກຳກິລາ-ກາຍຍະກຳໃນທົ່ວປະເທດ ໃຫ້ປະສົບຜົນສໍາເລັດຢ່າງມີໝາກຜົນ ແລະ ຈົບງາມ. ສຳລັບ ກິດຈະກຳ ແຫ່-ແລ່ນທວນໄຟ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຄັ້ງຕໍ່ໄປຈະຈັດຂຶ້ນ ໃນວັນທີ 24 ຕຸລາ 2025 ຢູ່ເມືອງຈັນທະບູລີ ນະຄອນຫລວງວຽງຈັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments