ສຳນັກຂ່າວອິນໂຟເຄວສ: ວັນທີ 20 ຕຸລາ, ທ່ານ ຮຸນມາເນດ ນາຍົກລັດຖະມົນຕີກຳປູເຈຍ ໄດ້ເຂົ້າຮ່ວມໃນພິທີເປີດ ສະໜາມບິນສາກົນເຕໂຊ (TIA) ຢ່າງເປັນທາງການ , ເຊິ່ງເປັນສະໜາມບິນແຫ່ງໃໝ່ທີ່ໃຫຍ່ທີ່ສຸດຂອງກຳປູເຈຍ ປ່ຽນແທນ ສະໜາມບິນສາກົນພະນົມເປັນແຫ່ງເກົ່າ ຊຶ່ງປິດໃຫ້ບໍລິການແລ້ວ.
ສະໜາມບິນແຫ່ງນີ້ຈະຊ່ວຍກະຕຸ້ນການເຕີບໂຕທາງເສດຖະກິດ ແລະ ການທ່ອງທ່ຽວ ຂອງກຳປູເຈຍ ເພື່ອຊ່ວຍດຶງດູດນັກລົງທຶນ ແລະ ນັກທ່ອງທ່ຽວໃຫ້ຫລາຍຂຶ້ນ. ນອກຈາກນີ້ສະໜາມບິນແຫ່ງນີ້ຍັງຊ່ວຍອຳນວຍຄວາມສະດວກໃນການ ເດີນທາງ ແລະ ການຂົນສົ່ງສິນຄ້າທາງອາກາດ , ໂດຍຈະເປັນສູນຫລັກ ສຳລັບການເດີນທາງ ຂອງຜູ້ໂດຍສານ ແລະ ສູນໂລຈິສະຕິກທີ່ສຳຄັນ ຂອງປະເທດອີກດ້ວຍ.