ເມື່ອບໍ່ດົນມານີ້, ສະມາຄົມ ລາວ-ໄທ-ໄທ-ລາວ ເພື່ອມິດຕະພາບ ຈັດກອງປະຊຸມຮ່ວມປະຈໍາປີ ເພື່ອທົບທວນຄືນການພົວພັນຮ່ວມມື ແລະ ການເຄື່ອນໄຫວສ້າງກິດຈະກໍາຮ່ວມກັນ ໃນໄລຍະຜ່ານມາ ແລະ ປຶກສາຫາລືແຜນການຮ່ວມມື, ເຄື່ອນໄຫວກິດຈະກໍາຮ່ວມກັນໃນຕໍ່ໜ້າ ໂດຍການເປັນປະທານຮ່ວມຂອງທ່ານ ຫລີ ບຸນຄໍ້າ ປະທານສະມາຄົມ ລາວ-ໄທ ເພື່ອມິດຕະພາບ ແລະ ທ່ານ ກຽດຕິຄຸນ ຊາດປະເສີດ ປະທານສະມາຄົມ ໄທ-ລາວ ເພື່ອມິດຕະພາບ, ມີ ທ່ານ ໂພໄຊ ໄຂຄໍາພິທູນ ຮອງເຈົ້າແຂວງ ແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະບໍລິຫານງານສະມາຄົມ ລາວ-ໄທ-ໄທ-ລາວ ເພື່ອມິດຕະພາບ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ປຶກສາຫາລື ຫລາຍບັນຫາສຳຄັນ ແນໃສ່ເຮັດໃຫ້ການເຄື່ອນໄຫວຮ່ວມມື ຂອງສອງສະມາຄົມດັ່ງກ່າວ, ໃຫ້ນັບມື້ມີບາດກ້າວໃໝ່, ມີປະສິທິພາບ ແລະ ປະສິດທິຜົນ ເພື່ອປະ ກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ພັດທະນາສາຍພົວພັນ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງ ກໍຄື ການເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ໄທ. ພ້ອມນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື, ຄົ້ນຄວ້າປະກອບຄໍາຄິດຄໍາເຫັນຕໍ່ການເຄື່ອນໄຫວ ແລະ ຈັດກິດຈະກໍາຮ່ວມກັນ ເພື່ອສົ່ງເສີມການຮ່ວມມືທາງດ້ານການທ່ອງທ່ຽວ, ກະສິກໍາ, ການຝຶກອົບຮົມວິຊາການຂະແໜງຕ່າງໆ, ການຮ່ວມມືພາກທຸລະກິດ, ການແລກປ່ຽນບົດຮຽນລະຫວ່າງບ້ານ-ຊຸມຊົນ, ການສ້າງກິດກະຈໍາກິລາ ຫາລາຍໄດ້ຊ່ວຍເຫລືອສັງຄົມ ແລະ ອື່ນໆ ເພື່ອເຮັດໃຫ້ ສະມາຄົມມີການເຄື່ອນໄຫວທີ່ຫລາກຫລາຍ ແລະ ພົ້ນເດັ່ນຂຶ້ນ.

ສະມາຄົມ ລາວ-ໄທ-ໄທ-ລາວ ເພື່ອມິດຕະພາບ ໄດ້ຮັບການສ້າງຕັ້ງຂຶ້ນໃນ ວັນທີ 29 ມິຖຸນາ 1993, ມາຮອດປີນີ້ແມ່ນຄົບຮອບ 32 ປີ, ຕະຫລອດໄລຍະເວລາ 32 ປີ ຜ່ານມາ, ການຮ່ວມມື ຂອງສອງສະມາຄົມ ໄດ້ດໍາເນີນໄປດ້ວຍບັນຍາກາດໄມຕີຈິດມິດຕະພາບທີ່ດີ ແລະ ມີການພັດທະນາຢ່າງຕໍ່ເນື່ອງໃນຫລາຍດ້ານ ທັງພາກລັດ, ພາກເອກະຊົນ ໄດ້ເຮັດໜ້າທີ່ວຽກງານການທູດປະຊາຊົນໄດ້ດີ ຊຶ່ງເຫັນວ່າ ລັດຖະບານ ແລະ ປະຊາຊົນຂອງທັງສອງປະເທດ ມີຄວາມເຂົ້າອົກເຂົ້າໃຈກັນດີ. ສອງສະມາ ຄົມ ໄດ້ຈັດກິດຈະກຳຮ່ວມກັນຢ່າງຕໍ່ເນື່ອງ ເຊັ່ນ: ການທອດຖວາຍຜ້າກະຖິນພຣະຣາຊະທານ ຢູ່ລາວ ຈຳນວນ 24 ຄັ້ງ ແລະ ການທອດຖວາຍ ຜ້າປ່າສາມັກຄີ ຢູ່ໄທ 4 ຄັ້ງ. ຫລ້າສຸດ ໃນວັນທີ 19 ຕຸລາ 2025 ຜ່ານມາ, ສະມາຄົມ ລາວ-ໄທ-ໄທ-ລາວ ເພື່ອມິດຕະພາບ ໄດ້ຮ່ວມກັນນໍາເອົາກອງກະຖິນພະຣະຊະທານຂອງເຈົ້າຊິວິດແຫ່ງຣາຊະອານາຈັກໄທ ໄປທອດຖວາຍ ຢູ່ວັດສຸນັນທາຣາມ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ.
ການຈັດກິດຈະກໍາທອດກະຖິນ ແລະ ທອດຜ້າປ່າສາມັກຄີ ແມ່ນກິດຈະກຳປະຈໍາປີ ຂອງສອງສະມາຄົມ ລາວ-ໄທ-ໄທ-ລາວ ເພື່ອມິດຕະພາບ ທີ່ເຄີຍປະຕິບັດຮ່ວມກັນເປັນປົກກະຕິ ເພື່ອສົ່ງເສີມ ແລະ ອະນຸລັກວັດທະນະທຳ, ຮີດຄອງປະເພນີອັນດີງາມ ຂອງປະຊາຊົນລາວ ແລະ ໄທ ເປັນການສົ່ງເສີມໃຫ້ມີການໄປມາຫາສູ່ເຊິ່ງກັນ ແລະ ກັນ ຂອງປະຊາຊົນລາວ ແລະ ໄທ, ທັງເປັນການປະກອບ ສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ໄທ.
ຂ່າວ-ພາບ: ຄຕພ