Friday, October 24, 2025
Homeຂ່າວຕ່າງປະເທດການນໍາໃຊ້ ແອັບ ChatGPT ປະຈໍາວັນຫຼຸດລົງ

ການນໍາໃຊ້ ແອັບ ChatGPT ປະຈໍາວັນຫຼຸດລົງ

ຂ່າວຕ່າງປະເທດລາຍງານໃນທ້າຍອາທິດຜ່ານມາວ່າ: TechCrunch ໜັງສືພິມອອນລາຍດ້ານເຕັກໂນໂລຊີ ຂອງສະຫະລັດ ອາເມຣິກາ ລາຍງານວ່າ, ຈຳນວນຜູ້ທີ່ໃຊ້ແອັບພລິເຄຊັນ ChatGPT ໃນໂທລະສັບມືຖື ປະຈໍາວັນທົ່ວໂລກ ເລີ່ມມີສະຖຽນລະພາບໃນເດືອນກັນຍາ ຜ່ານມາ.

TechCrunch, ອ້າງອີງເຖິງຂໍ້ມູນຈາກບໍລິສັດວິເຄາະພາກທີສາມ (Apptopia) ລາຍງານວ່າ: ເຖິງວ່າເດືອນຕຸລາຜ່ານໄປພຽງແຕ່ເຄິ່ງເດືອນ, ແຕ່ການດາວໂຫຼດແອັບ ChatGPT ທົ່ວໂລກມີທ່າອ່ຽງຫຼຸດລົງ 8.1% ຕໍ່ເດືອນ.

Apptopia ສັງເກດເຫັນວ່າ: ການເຕີບໂຕຂອງຈຳນວນຜູ້ໃຊ້ແອັບ ChatGPT ຊຶ່ງວັດແທກຈາກການປ່ຽນແປງຂອງການດາວໂຫຼດປະຈໍາເດືອນທົ່ວໂລກຊ້າລົງຫຼັງຈາກເດືອນເມສາ, ຊີ້ໃຫ້ເຫັນເຖິງການຂະ ຫຍາຍຕົວໂດຍລວມຂອງແອັບອາດຈະຫຼຸດລົງ.

ໃນຂະນະດຽວກັນ, ປະລິມານການໃຊ້ແອັບ ChatGPT ໃນສະຫະລັດ ອາເມຣິກາ ຫຼຸດລົງເຊັ່ນດຽວກັນ, ໂດຍໄລຍະເວລາການນໍາໃຊ້ງານສະເລ່ຍຂອງຜູ້ໃຊ້ປະຈຳວັນຫຼຸດລົງ 22.5% ນັບຕັ້ງແຕ່ເດືອນກໍລະກົດ ແລະ ຈຳນວນການເຂົ້າໃຊ້ສະເລ່ຍຕໍ່ຜູ້ໃຊ້ໜຶ່ງຄົນຫຼຸດລົງ 20.7%.

ຢ່າງໃດກໍຕາມ, ແອັບ ChatGPT ໃນໂທລະສັບມືຖື ຍັງສືບຕໍ່ປະຕິບັດງານຢ່າງເຂັ້ມແຂງ ດ້ວຍການຕິດຕັ້ງໃໝ່ທົ່ວໂລກນັບລ້ານຕໍ່ມື້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments