ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ທ່ານ ຄຣິຊນາ ສຣິນິວາສັນ ຜູ້ອຳນວຍການກົມອາຊີ-ປາຊີຟິກຂອງກອງທຶນການເງິນສາກົນ (IMF) ທີ່ເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວທ່າອ່ຽງເສດຖະກິດພາກພື້ນອາຊີ-ປາຊີຟິກ ທີ່ນະຄອນຫຼວງວໍຊິງຕັນ ດີຊີ ສະຫະລັດ ອາເມຣິກາ ກ່າວວ່າ: ບັນດາປະເທດໃນອາຊີສາມາດຊຸກຍູ້ການເຕີບໂຕດ້ວຍການເພີ່ມຄວາມຕ້ອງການພາຍໃນ ແລະ ເພີ່ມທະວີການເຊື່ອມໂຍງພາກພື້ນ.
ທ່ານ ສຣີນິວາສັນ ກ່າວວ່າ: ພາກພື້ນອາຊີ-ປາຊີຟິກ ອາໄສການຄ້າພາຍນອກສູງ ຈຶ່ງໄດ້ຮັບຜົນກະທົບຫຼາຍຂຶ້ນຈາກການຜັນແປຂອງການຄ້າໂລກ. ທ່າມກາງຄວາມສ່ຽງດ້ານລົບຈາກຄວາມເຄັ່ງຕຶງທາງດ້ານການຄ້າ, ຄວາມສ່ຽງດ້ານໜີ້ສິນ ແລະ ປັດໄຈອື່ນໆ, ແຕ່ມີໂອກາດສຳລັບການຂະຫຍາຍຕົວຈາກການກະຕຸ້ນຄວາມຕ້ອງການພາຍໃນປະເທດຫຼາຍຂຶ້ນ, ຫຼັງຈາກຄວາມຕ້ອງການພາຍໃນຫຼຸດລົງຢ່າງຫຼວງຫຼາຍເມື່ອທຽບໃສ່ກັບເວລາກ່ອນການການແຜ່ລະບາດ.
ຂະນະດຽວກັນ, ການເພີ່ມທະວີການເຊື່ອມໂຍງເຂົ້າກັບພາກພື້ນຈະໄດ້ຮັບຜົນປະໂຫຍດ ເຊັ່ນ: ລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງອາຊີສາມາດເພີ່ມຂຶ້ນເຖິງ 1.4% ໃນໄລຍະກາງແລະ ບາງປະເທດທີ່ເປີດກວ້າງການເຊື່ອມໂຍງເຂົ້າກັບຕ່ອງໂສ້ການສະໜອງທົ່ວໂລກອາດຈະໄດ້ຮັບຜົນປະໂຫຍດຫຼາຍກວ່າເກົ່າ.
ທັງນີ້, ກອງທຶນດັ່ງກ່າວຄາດຄະເນການເຕີບໂຕຂອງພາກພື້ນອາຊີ – ປາຊີຟິກຈະຊ້າລົງຈາກ 4.5% ໃນປີ 2025 ເປັນ 4.1% ໃນປີ 2026, ແຕ່ພາກພື້ນນີ້ຈະຍັງຄົງເປັນຕົວຂັບເຄື່ອນການເຕີບໂຕຂອງໂລກທີ່ໃຫຍ່ທີ່ສຸດ, ຄາດວ່າຈະກວມເອົາປະມານ 60% ໃນປີ 2025-2026, ໂດຍການເລັ່ງສົ່ງອອກໃນໄລຍະທຳອິດ, ຄວາມກ້າວໜ້າທາງດ້ານເຕັກໂນໂລຊີ ແລະ ນະໂຍບາຍເສດຖະກິດມະຫາພາກເປັນປັດໄຈສະໜັບສະໜູນທີ່ສຳຄັນ.