ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ສົມພອນ ມິດຕະພອນ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຄະນະ ໃນວັນທີ 18 ຕຸລາ 2025 ທີ່ ຫ້ອງວ່າການປົກຄອງແຂວງ.
ທ່ານ ສົມພອນ ມິດຕະພອນ ໄດ້ກ່າວຕ້ອນຮັບ ແລະ ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໂດຍຫຍໍ້ ພ້ອມທັງໄດ້ແຈ້ງຜົນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ 12 ທີ່ຫາກໍສໍາເລັດລົງເມື່ອບໍ່ດົນມານີ້ໃຫ້ທ່ານ ເຫຼັກໄຫຼ ສີວິໄລ ໄດ້ຮັບຊາບ.

ໃນໂອກາດນີ້, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດທີ່ແຂວງຜົ້ງສາລີຍາດມາໄດ້ ລວມທັງຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແລະ ໄດ້ແຈ້ງສະພາບການພັດທະນາຂະແໜງການ ຍທຂ ໃຫ້ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ ແລະ ຄະນະຮັບຊາບ ໂດຍສະເພາະແຜນພັດທະນາຂະແໜງການ ຍທຂ ພາຍໃນແຂວງ ເພື່ອໃຫ້ການພັດທະນາມີຈຸດສຸມ ມີປະສິດທິພາບ ແລະ ປະສິດທີ່ຜົນຫຼາຍຂຶ້ນ.
ໃນການພົບປະຄັ້ງນີ້, ຍັງໄດ້ແລກປ່ຽນຫຼາຍບັນຫາສໍາຄັນ ໂດຍສະເພາະບັນດາໂຄງການພັດທະນາພື້ນຖານໂຄງລ່າງ ພາຍໃນແຂວງ, ການເຊື່ອມຈອດບັນດາເສັ້ນທາງ, ແຜນພັດທະນາ ຜັງເມືອງບຸນເໜືອ ແລະອື່ນໆ.

ຕອນທ້າຍ, ທ່ານ ເຫຼັກໄຫຼ ສີວິໄລ ໄດ້ມອບເງິນ 100 ລ້ານກີບໃຫ້ແຂວງຜົ້ງສາລີ ເພື່ອນໍາໃຊ້ເຂົ້າໃນວຽກງານພັດທະນາເສດຖະກິດ-ສັງຄົມຂອງແຂວງຕື່ມອີກ.