Friday, September 20, 2024
Homeຂ່າວກິລາແຂ່ງຂັນກັອບຊີງຂັນລັດຖະມົນຕີ ສສກ ສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022

ແຂ່ງຂັນກັອບຊີງຂັນລັດຖະມົນຕີ ສສກ ສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022

ການແຂ່ງຂັນກິລາກັອບມິດຕະພາບ ຊີງຂັນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ເພື່ອສ້າງຂະບວນການສະຫຼອງປີສາມັກຄີແບບພິເສດ ມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປະຈຳປີ 2022 ໄດ້ຈັດຂຶ້ນ ໃນວັນທີ 30 ກໍລະກົດ ຜ່ານມາ ທີ່ສະໜາມກິລາ ລ່ອງວຽນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນປອນ ບຸດຕະນະວົງ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ສສກ ແລະ ທ່ານ ຫງວຽນບາຮຸງ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍບັນດາຮອງລັດຖະມົນຕີ ສສກ, ຕາງໜ້າກະຊວງກະສິກຳ ແລະ ປ່າໄມ້, ກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ, ກະຊວງພະລັງງານ ແລະ ບໍ່ແຮ່, ອົງການປົກຄອງແຂວງຊຽງຂວາງ, ສະມາຄົມກັອບຫວຽດນາມ ພ້ອມດ້ວຍແຂກຖືກເຊີນ, ບັນດາພາກສ່ວນໃຫ້ການອຸປະຖຳ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຫຼາຍກວ່າ 200 ຄົນ.

ຜ່ານການແຂ່ງຂັນຕະຫຼອດໄລຍະເຄິ່ງມື້ ຜົນປະກົດວ່າ: ຊະນະເລີດ ລາຍການແຊ໋ມປ້ຽນຊິບ ຕົກເປັນຂອງ ທ່ານ ປອ. ພອນປະເສີດ ອິນທະສອນ ປະທານບໍລິສັດ 3 ເອັດພັດທະນາ, ຊະນະເລີດ ສາຍ ກ ທ່ານ ວິລະເດດ ວົງໄຊ, ຊະນະເລີດ ສາຍ ຂ ທ່ານ ສຸລິຍາ ແສງດາລາວົງ ຈາກກະຊວງພະລັງງານ ແລະ ບໍ່ແຮ່, ຊະນະເລີດ ສາຍ ຄ ທ່ານ ດາວອນ ວົງອ່ອນຈັນ ຈາກສະມາຄົມກັອບຫວຽດນາມ ສ່ວນ ຊະນະເລີດ ສາຍ ອາວຸໂສ ແຊ໋ມຕົກເປັນຂອງ ທ່ານ ບຸນປອນ ບຸດຕະນະວົງ ອະດີດຮອງນາຍົກລັດຖະມົນຕີ ຂະນະທີ່ລາງວັນຕີໃກ້ທຸງ ແມ່ນທ່ານ ຈັນປະສິດ ອຸນາພົນ ຈາກສະມາຄົມກັອບຫວຽດນາມ ຕີໄດ້ 0,8 ແມັດ ຈາກຂຸມ 7 ແລະ ທ່ານ ວິລະເດດ ວົງໄຊ ຕີໄດ້ 2 ແມັດ ຈາກຂຸມ 12.

ການແຂ່ງຂັນລາຍການດັ່ງກ່າວ ໄດ້ມີກະຊວງກະສິກຳ ແລະ ປ່າໄມ້ ຊຸກຍູ້ 3 ກິດຈະກຳ ກໍຄື ກັອບຊີງຂັນທ່ານລັດຖະມົນຕີ ສສກ, ນັກກິລາເຕະບານທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ຄວ້າຮອງແຊ໋ມລາຍການ ຊີງແຊ໋ມອາຊຽນ 2022 ທີ່ປະເທດອິນໂດເນເຊຍ ແລະ ທີມເຍົາວະຊົນ ຢູ-8 ປີ ມັດສະດາ ຈີບີ ເອັບຊີ ຄອງແຊ໋ມ ລາຍການ ລາລີກາ ແອັດສະປາຍ 2022 ທີ່ປະເທດມາເລເຊຍ ຈຳນວນ 50 ລ້ານກີບ, ກຸ່ມບໍລິສັດ ດວງຈະເລີນ ແລະ ທະນາຄານ ເຈດີບີ ພາກສ່ວນລະ 20 ລ້ານກີບ, ກະຊວງ ປກສ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສຳນັກງານໃຫຍ່, ບໍລິສັດ ຈິດຈະເລີນ, ບໍລິສັດ ສະຕາເທເລຄອມ ຈຳກັດ ຫຼື ຢູນິເທວ ແລະ ບໍລິສັດ 3 ເອັດພັດທະນາ ໃຫ້ພາກສ່ວນລະ 10 ລ້ານກີບ, ບໍລິສັດ ເບຍລາວ ຈຳກັດ ມອບເຄື່ອງດື່ມ ເພື່ອສຸຂະພາບ ລວມມູນຄ່າ 8 ລ້ານກີບ, ອົງການປົກຄອງແຂວງຊຽງຂວາງ, ພັດຕະຄານ ເຊນພິລາ ແລະ ບໍລິສັດ ແສງເພັດ ກໍ່ສ້າງ ພາກສ່ວນລະ 4 ລ້້ານກີບ, ລັດວິສາຫະກິດໄຟຟ້າລາວ 4 ລ້ານກີບ ແລະ ຮ້ານຂາຍຄຳ ພູວົງ 3 ລ້ານກີບ.

ໂດຍ: ສົງການ ພັນແພງດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments