ຜ່ານມາສາມມື້, ທັບນັກກິລາຄົນພິການລາວ ສາມາດຄວ້າມາໄດ້ຢ່າງບໍ່ເປັນທາງການແລ້ວ 5 ຫຼຽນ ຄື 2 ຫຼຽນເງິນຈາກກິລາຍົກນໍ່້າໜັກ ແລະ 3 ຫຼຽນທອງ ຈາກກິລາແລ່ນ-ລານ ແລະ ກິລາບານບ້ວງລໍ້ເລື່ອນ ນອກຈາກນີ້ຍັງມີອີກຫຼາຍລາຍການທີ່ຍັງມີຄວາມຫວັງຍາດຫຼຽນເພີ່ມ.

ການແຂ່ງຂັນກິລາຄົນພິການອາຊຽນ ຫຼື “ອາຊຽນ ພາຣາເກມ ຄັ້ງ 11” ໄດ້ດຳເນີນມາເປັນມື້ທີສາມແລ້ວ (2 ສິງຫາ) ຫຼັງຈາກມີພິທີເປີດຢ່າງເປັນທມາງການ ໃນວັນທີ 30 ກໍລະກົດ ຜ່ານມາ ຊຶ່ງທັບນັກກິລາລາວຂອງເຮົາ ກວ່າ 60 ຊີວິດ ທີ່ເດີນທາງມາເຂົ້າຮ່ວມ ໃນ 6 ປະເພດກິລາ ໄດ້ລົງແຂ່ງຂັນໄປແລ້ວຫຼາຍລາຍການ ເຊັ່ນ: ລອຍນໍ້າທຳອິດ ລາຍການລອຍກົບ 100 ແມັດ ຈາກ ທ້າວ ສົມມິກ ແກ້ວວິໄລ ທຳຄະແນນໄດ້ 1 ນາທີ ກັບ 31,49 ວິນາທີ ເຂົ້າເປັນອັບດັບ 4; ທ້າວ ລຳພອນ ຕັນດາວົງ ສະຖິຕິ 1 ນາທີ ກັບ 44,12 ວິນາທີ ເຂົ້າເປັນອັບດັບ 7; ລາຍການຟຣີສະຕາຍ 100 ທ້າວ ໂອລຳ ໜໍ່ຄຳ ສະຖິຕິ 1 ນາທີ ກັບ 22,70 ນາທີ, ລາຍການຟຣີສະຕາຍ 100 ແມັດ ຈາກ ທ້າວ ສົມມິກ ແກ້ວວິໄລ ສະຖິຕິ 1 ນາທີ ກັບ 21,59 ວິນາທີ ເຂົ້າເປັນອັບດັບ 11; ທ້າວ ລຳພອນ ຕັນດາວົງ ສະຖິຕິ 1 ນາທີ ກັບ 20,96 ວິນາທີ ເປັນອັບດັບ 10; ຟຣີສະຕາຍຍິງ 100 ແມັດ ນາງ ປອງສະຫວັນ ຫງົບສະຫວັນ ສະຖິຕິ 1 ນາທີ ກັບ 49,91 ວິນາທີ ເຂົ້າອັນດັບ 6; ລາຍການຟຣີສະຕາຍ ຍິງ 100 ແມັດ ນາງ ບົວລະພັນ ຫັດສະດີ ສະຖິຕິ 1 ນາທີ ກັບ 57,62 ວິນາທີ ອັບດັບ 6; ລາຍການ 133 ລອຍທ່າຫງາຍ 100 ແມັດ ທ້າວ ຄຳເງາະ ພົງພະນາ ສະຖິຕິ 1 ນາທີ ກັບ 40,26 ວິນາທີ ເຂົ້າອັບດັບ 2.

ນອກຈາກນີ້ ຍັງມີປະເພດ ຍົກນໍ້າໜັກຍິງ ທີ່ລົງແຂ່ງຂັນໄປແລ້ວສອງຄົນ ແລະ ໜຶ່ງໃນສອງ ກໍສາມາດຍາດມາໄດ້ສອງຫຼຽນເງິນ ຄືນາງ ລັດສະໝີ ສີປະເສີດ ຮຸ່ນນໍ້າໜັກບໍ່ເກີນ 41 ກິໂລກຣາມ; ສ່ວນປະເພດບານບ້ວງລໍ້ເລື່ອນຍິງ ກໍໄດ້ລົງທຳການແຂ່ງຂັນໄປແລ້ວໃນປະເພດ 3 ຄົນ ຊຶ່ງສາມາດຍາດມາໄດ້ໜຶ່ງຫຼຽນທອງແລ້ວ ແຕ່ຍັງລໍຖ້າພິທີມອບຫຼຽນຢ່າງເປັນທາງການເທົ່ານັ້ນ. ນອກຈາກນີ້ ໃນປະເພດຍິງ 5 ຄົນ ກໍລົງທຳການແຂ່ງຂັນໃນຮອບທຳອິດໄປແລ້ວເຊັ່ນກັນ ແລະ ຍັງສືບຕໍ່ແຂ່ງຂັນຕື່ມອີກໃນມື້ນີ້. ປະເພດໂກນບານ (ແກ່ວງບານເຂົ້າປະຕູ) ປະເພດທີມຊາຍ ກໍໄດ້ລົງແຂ່ງຂັນໃນຮອບທຳອິດໄປແລ້ວ ແລະ ມີໂອກາດສູງທີ່ຈະເຂົ້າຮອບຮອງ ແລະ ຍາດໄດ້ຫຼຽນໃດໜຶ່ງໃນມື້ນີ້. ແລ່ນ-ລານ ກໍເປັນອີກປະເພດໜຶ່ງທີ່ທັບນັກກິລາພິການລາວ ສາມາດຍາດມາໄດ້ 2 ຫຼຽນທອງ ຢ່າງບໍ່ເປັນທາງການ ເນື່ອງຈາກຍັງບໍ່ທັນມີພິທີຮັບຫຼຽນ ຄືໄດ້ຈາກ ທ້າວ ແກ່ນ ເທບທິດາ ແລ່ນ 100 ແມັດ ແລະ ນາງ ສຸລິພອນ ວົງດາລາ ປະເພດ 200 ແມັດ.

ປະເພດບັອດເຊຍ (ຄ້າຍຄືກິລາເປຕັງ) ກໍໄດ້ລົງແຂ່ງຂັນຄົບທຸກປະເພດແລ້ວ ແຕ່ບໍ່ສາມາດຍາດໄດ້ຫຼຽນ ເນື່ອງຈາກເປັນຄັ້ງທຳອິດ ທີ່ ສປປ ລາວ ສົ່ງເຂົ້າຮ່ວມການແຂ່ງຂັນ ຍັງຂາດປະສົບການ ແລະ ເຕັກນິກພໍສົມຄວນ.

ສະຫຼຸບແລ້ວ ມາເຖິງເວລານີ້ ທັບນັກກິລາລາວ ຍາດມາໄດ້ທັງໝົດແລ້ວ 5 ຫຼຽນ ຄື 2 ຫຼຽນເງິນຈາກຍົກນໍ້າໜັກຍິງ, 2 ຫຼຽນທອງຈາກແລ່ນ-ລານ ແລະ 1 ຫຼຽນທອງຈາກບານບ້ວງລໍ້ເລື່ອນ. ຂະນະທີ່ກຳລັງລາຍງານ ນັກກິລາຍົກນໍ້າໜັກຊາຍ ອີກໜຶ່ງຄວາມຫວັງຂອງທີມຊາດລາວ ຄືທ້າວ ເປ້ຍ ເລົາພັກດີ ອະດີດເຈົ້າຂອງຫຼຽນຄຳ ເອຊຽນ ພາຣາເກມ 2018 ກຳລັງຈະຂຶ້ນເວທີ ຊຶ່ງຄາດວ່າໜ້າຈະມີຫຼຽນຕິດມືອີກ ຫຼຽນໃດຫຼຽນໜຶ່ງ ເຊັ່ນດຽວກັບກິລາໂກນບານ ກໍກຳລັງສືບຕໍ່ແຂ່ງຂັນໃນປະເພດທີມຍິງ ແລະ ຊາຍ ລວມທັງລອຍນໍ້າ ແລະ ບານບ້ວງລໍ້ເລື່ອນປະເພດ 5 ຄົນຍິງ.

ສ.ສຸກ ລາຍງານຈາກນະຄອນໂຊໂລ, ອິນໂດເນເຊຍ

LEAVE A REPLY

Please enter your comment!
Please enter your name here