Wednesday, October 15, 2025
Homeຂ່າວຕ່າງປະເທດໄທ ກຽມພ້ອມ ຈັດງານມະຫະກຳກິລາຊີເກມ ຄັ້ງທີ 33

ໄທ ກຽມພ້ອມ ຈັດງານມະຫະກຳກິລາຊີເກມ ຄັ້ງທີ 33

ວິທະຍຸກະຈາຍສຽງຫວຽດນາມ, ກອງປະຊຸມເຈົ້າໜ້າທີ່ອາວຸໂສກິລາອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) (SOMS–16) ທີ່ຈັດຂຶ້ນຢູ່ຮ່າໂນ້ຍ, ເມື່ອບໍ່ດົນມານີ້ຄະນະຜູ້ແທນໄທ ໄດ້ປະກາດແຜນການລະອຽດການເປັນເຈົ້າພາບຈັດງານມະຫະກຳກິລາຊີເກມຄັ້ງທີ 33 ແລະ ອາຊຽນ Para Games 2025. ງານມະຫະກຳກິລາຊີເກມ 33 ຈະດຳເນີນແຕ່ ວັນທີ 9–20 ທັນວາ, ຢູ່ບາງກອກ, ສົງຂຣາ ແລະ ຊົນບູຣີ, ດ້ວຍການແຂ່ງຂັນກິລາ 50 ປະເພດ ແລະ 574 ເນື້ອໃນແຂ່ງຂັນ. ນີ້ແມ່ນຕົວເລກສູງສຸດ ໃນປະຫວັດສາດຊີເກມ. ຫລັງຈາກນັ້ນ, ງານມະຫະກຳກິລາ ASEAN Para Games 2025 ຈະຈັດຂຶ້ນຢູ່ແຂວງນະຄອນ ຣາດຊະສີມາ ແຕ່ວັນທີ 20–26 ມັງກອນ 2026. ໄທ ຈະຕ້ອນຮັບນັກກິລາ ປະມານ 15.000 ຄົນ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ມາຈາກ 11 ປະເທດສະມາຊິກອາຊຽນ ເຂົ້າຮ່ວມເຫດການດັ່ງກ່າວ. ຈາກນັ້ນ ໄທ ກໍໄດ້ເປີດຕົວເວີຊັນໃໝ່ ຂອງສັດສີລິມຸງຄຸນ “The San”, ເຊິ່ງເປັນສັນຍາລັກ ທາງການຂອງທັງສອງເຫດການ. ທ່ານ ມົງຄົນ ວິມົນຣັດ ຫົວໜ້າຄະນະຜູ້ແທນໄທ ໃຫ້ຮູ້ວ່າ: “ດ້ວຍຄຳຂວັນທີ່ວ່າ’Inclusivity and Sustainability-ເຊື່ອມໂຍງ ແລະ ພັດທະນາ ແບບຍືນຍົງ”, ນອກນີ້ບໍ່ພຽງແຕ່ຈັດເຫດການກິລາເທົ່ານັ້ນ ຫາກຍັງແຜ່ກະຈາຍສານ ກ່ຽວກັບການເຊື່ອມໂຍງ ແລະ ພັດທະນາແບບຍືນຍົງ. ມີ 85% ກິດຈະກຳໄດ້ຮັບການກໍ່ສ້າງສຳເລັດແລ້ວ, ໂຮງແຮມເຊັນສັນຍາແລ້ວ 100% ແລະ ລະບົບຄົມມະນາຄົມ ສາທາລະນະຮັບໃຊ້ຄະນະນັກກິລາທັງໝົດ ໂດຍບໍ່ເກັບຄ່າໃນໄລຍະດຳເນີນງານມະຫະກຳກິລາ”.

(ບັນນາທິການຂ່າວ: ຕ່າງປະເທດ) 

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments