ວັນທີ 13 ຕຸລານີ້, ຜູ້ນຳຕ່າງໆຈາກຫຼາຍປະເທດແລະອົງການຈັດຕັ້ງສາກົນໄດ້ຈັດກອງປະຊຸມສຸດຍອດທີ່ນະຄອນຊາມເອນເຊນອິກຂອງປະເທດເອຢິບເຊິ່ງໄດ້ສຸມໃສ່ການປຶກສາຫາລືໃນການຢຸດຍິງໄລຍະທຳອິດຢູ່ເຂດກາຊາ. ຜູ້ນຳຂອງເອຢິບ, ອາເມຣິກາ, ຕູຣາເຄຍແລະກາຕາໄດ້ລົງນາມໃນເອກກະສານສະບັບໜຶ່ງ, ເພື່ອຮັບປະກັນໃຫ້ແກ່ສັນຍາຢຸດຍິງ.
ໂດຍອີງຕາມຖະແຫຼງການທີ່ຈາກທຳນຽບປະທານາທິບໍດີເອຢິບໄດ້ລາຍງານວ່າ: ກອງປະຊຸມສຸດຍອດຄັ້ງນີ້ໄດ້ເນັ້ນໜັກຄື: ປະຊາຄົມໂລກຕ້ອງຮ່ວມມືກັນ, ສະໜອງວິທີທີ່ມີຄວາມຈຳເປັນທັງໝົດ, ຮັບປະກັນໃຫ້ມາດຕາສັນຍາຢຸດຍິງໄດ້ຮັບການຈັດຕັ້ງປະຕິບັດແລະຮັກສາລັກສະນະຕໍ່ເນື່ອງ, ລວມທັງການຊຸກຍູ້ໃຫ້ເຂດກາຊາບັນລຸການຢຸດຍິງຮອບດ້ານ, ຕ້ອງເຮັດໃຫ້ສຳເລັດການແລກບຸກຄົນທີ່ຖືກກັກຕົວແລະນັກໂທດ, ຕ້ອງບັນລຸການຖອນທະຫານຂອງກອງທັບອິດສະຣາແອນແລະການເຂົ້າສູ່ເຂດກາຊາຂອງການຊ່ວຍເຫຼືອມະນຸດສະທຳ.