ໂດຍຕອບສະໜອງຕາມຄຳເຊີນ ຂອງຫ້ອງວ່າການນະຄອນຫຼວງວຽງຈັນ, ຄະນະຜູ້ແທນແຂວງຈ້ຽງຊູ້ ສປ ຈີນ ນຳໂດຍສະຫາຍ ຊູ ຢົງຫົງ (Chu Yonghong) ກຳມະການປະຈຳພັກແຂວງ ເລຂາທິການຄະນະບໍລິຫານງານພັກແຂວງຈ້ຽງຊູ້ ສປ ຈີນ ພ້ອມດ້ວຍຄະນະຈຳນວນ 8 ສະຫາຍ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 14-16 ຕຸລາ 2025.
ໃນວັນທີ 14 ຕຸລານີ້, ຄະນະຜູ້ແທນໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ເພັດ ພົມພິພັກ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ປະທານສະມາຄົມມິດຕະພາບ ລາວ – ຈີນ ຂັ້ນສູນກາງ. ສະຫາຍ ເພັດ ພົມພິພັກ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນດັ່ງກ່າວ ຊຶ່ງເປັນການປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ, ຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ຄູ່ຮ່ວມຊາຕາກໍາ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ຈີນ.

ສະຫາຍ ຊູ ຢົງຫົງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບກ່ຽວກັບຈຸດປະສົງ ຂອງການຢ້ຽມຢາມພ້ອມທັງລາຍງານໃຫ້ຊາບການຈັດຕັ້ງ ແລະ ການເຄື່ອນໄຫວຂອງແຂວງຈ້ຽງຊູ້ ແລະ ສະມາຄົມມິດຕະພາບປະຊາຊົນແຂວງຈ້ຽງຊູ້ກັບຕ່າງປະເທດໃຫ້ຊາບ ແລະ ຢືນຢັນວ່າຈະສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ ເພື່ອເຮັດບົດບາດເປັນຂົວຕໍ່ທີ່ດີ ຊຸກຍູ້ການພົວພັນຮ່ວມມື ຂອງບັນດາຂະແໜງການທີ່ສອງປະເທດເຄີຍປະຕິບັດຮ່ວມກັນ, ເພື່ອເຮັດໃຫ້ປະຊາຊົນແຂວງຈ້ຽງຊູ້ ແລະ ປະຊາຊົນລາວມີການໄປມາຫາສູ່ກັນຫຼາຍຂຶ້ນ ໂດຍສະເພາະແມ່ນໃຫ້ມີການແລກປ່ຽນດ້ານການສຶກສາ, ວັດທະນະທຳ, ການທ່ອງທ່ຽວ ແລະ ການຄ້າການລົງທຶນໃຫ້ຫຼາຍຂຶ້ນ ເພື່ອສ້າງຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນ.
(ຂ່າວ: ຄຕພ)