ໃນລະຫວ່າງວັນທີ 13-16 ຕຸລາ 2025 ນີ້, ທ່ານ ພົນເອກ ເຕຍ ໄຊຫາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ເຊິ່ງພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 14 ຕຸລາ 2025 ຢູ່ ກະຊວງປ້ອງກັນປະເທດ ໂດຍການຕ້ອນຮັບ ຂອງທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ.

ພາຍຫຼັງສໍາເລັດພິທີຕ້ອນຮັບຢ່າງເປັນທາງການ, ສອງຝ່າຍ ໄດ້ພົບປະແລກປ່ຽນຕີລາຄາຄືນ ສະພາບວຽກງານດ້ານຕ່າງໆ ທີ່ໄດ້ຮ່ວມມືກັນຈັດຕັ້ງປະຕິບັດໃນໄລຍະຜ່ານມາ ບົນພື້ນຖານທີ່ມີມູນເຊື້ອສາຍພົວພັນອັນດີງາມ ລະຫວ່າງ ສອງຊາດ ກໍຄືສອງກອງທັບ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ເຖິງວ່າສະພາບການຜັນແປຂອງໂລກ ຈະພົບຄວາມຫຍຸ້ງຍາກສັບສົນແນວໃດກໍຕາມ ໃນໄລຍະຜ່ານມາ ສອງກອງທັບ ຍາມໃດກໍມີການເພີ່ມທະວີການຮ່ວມມືເຊິ່ງກັນ ແລະ ກັນຢ່າງແໜ້ນແຟ້ນ ໂດຍສະເພາະວຽກງານຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ, ກໍາປູເຈຍ-ລາວ, ການໄປມາ-ຫາສູ່ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ປະຊາຊົນສອງຊາດ ນັບມື້ແໜ້ນແຟ້ນຍິ່ງໆ ຂຶ້ນ, ສອງຝ່າຍ ຍັງໄດ້ຕີລາຄາແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ຕໍ່ສະພາບການພັດທະນາ ຂອງສອງປະເທດ ແລະ ສອງຝ່າຍໄດ້ຮ່ວມກັນປຶກສາຫາລື ເພີ່ມທະວີການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ການແລກປ່ຽນຄະນະຜູ້ແທນ ຂອງທັງສອງຝ່າຍ ແລະ ການພົວພັນຮ່ວມມືທາງດ້ານການພັດທະນາເສດຖະກິດ ລະຫວ່າງ ກອງທັບປະຊາຊົນລາວ ແລະ ກອງທັບຣາຊະອານາຈັກກຳປູເຈຍ, ສ້າງໃຫ້ສະພາບໃນຂອບເຂດເສັ້ນຊາຍແດນມີຄວາມສະຫງົບສຸກໂດຍພື້ນຖານ, ສືບຕໍ່ແລກປ່ຽນຢ້ຽມຢາມ, ສິລະປະວັດ-ທະນະທຳ ແລະ ກິລາ, ສົມທົບແລກປ່ຽນຂໍ້ມູນຂ່າວສານ ແລະ ສະກັດກັ້ນກຸ່ມຄົນບໍ່ຫວັງດີ ທີ່ມ້າງເພທຳລາຍສາຍພົວພັນອັນດີງາມ ລະຫວ່າງ ສອງຊາດ ລາວ-ກຳປູເຈຍ, ຮ່ວມກັນແກ້ໄຂບັນຫາການລັກລອບເຂົ້າເມືອງຜິດກົດໝາຍ, ອາດຊະຍາກຳຂ້າມຊາດ, ການຄ້າມະນຸດ, ການຄ້າຂາຍເຖື່ອນ ແລະ ການກໍ່ອາດຊະຍາກຳຕ່າງໆ ທີ່ຜິດກົດໝາຍ.

ນອກຈາກນັ້ນ, ສອງຝ່າຍ ເຫັນດີ ສືບຕໍ່ຮ່ວມມືໃນວຽກງານດ້ານການຊ່ວຍເຫຼືອມະນຸດສະທໍາ, ການຕ້ານໄພພິບັດທາງທຳມະຊາດ, ແລກປ່ຽນການເຝິກຊ້ອມໄພພິບັດ 3 ກອງທັບ ກຳປູເຈຍ-ລາວ-ຫວຽດນາມ ລວມທັງບັນຫາອື່ນໆ ທີ່ສອງຝ່າຍໄດ້ສ້າງກົນໄກຮ່ວມກັນ.
ໃນໂອກາດເດີນທາງມາຢ້ຽມຢາມມິດຕະພາບ ຢູ່ ສປປ ລາວ ໃນຄັ້ງນີ້, ທ່ານ ພົນເອກ ເຕຍ ໄຊຫາ ພ້ອມດ້ວຍຄະນະ ຈະໄດ້ເຂົ້າຮ່ວມຮັບຊົມການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ (ກຳປູເຈຍ-ລາວ-ຫວຽດນາມ) ທີ່ ວິທະຍາຄານພະລາທິການກອງທັບ (ນ້ຳຫຸມ), ເຂົ້າຮ່ວມພົບປະລະຫວ່າງ 3 ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ-ລາວ-ຫວຽດນາມ ແລະ ເຂົ້າວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ພ້ອມນັ້ນ, ຍັງໄດ້ຢ້ຽມຢາມວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ ຕືມອີກ.
ໂດຍ: ບຸນຊ້ອຍ ວິໄລພອນ