Tuesday, October 14, 2025
Homeຂ່າວການເມືອງກອງປະຊຸມດ້ານການຂົນສົ່ງອາຊຽນ ຄັ້ງທີ 49 ແລະ ດ້ານການຂົນສົ່ງຜ່ານແດນ ຄັ້ງທີ 17

ກອງປະຊຸມດ້ານການຂົນສົ່ງອາຊຽນ ຄັ້ງທີ 49 ແລະ ດ້ານການຂົນສົ່ງຜ່ານແດນ ຄັ້ງທີ 17

ໃນລະຫວ່າງວັນທີ 14-17 ຕຸລາ 2025ນີ້, ທີ່ໂຮງແຮມສຸພັດຕາ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ, ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ ໄດ້ຈັດກອງປະຊຸມໜ່ວຍງານວິຊາການ ອໍານວຍຄວາມສະດວກ ດ້ານການຂົນສົ່ງອາຊຽນ ຄັ້ງທີ 49 (49th Transport Facilitation Working Group Meeting) ແລະ ກອງປະຊຸມ ຫົວໜ້າຄະນະປະສານງານ ດ້ານການຂົນສົ່ງຜ່ານແດນ ຄັ້ງທີ 17 (17th Transit Transport Coordinating Board Meeting) ໂດຍເປັນປະທານຂອງ ທ່ານ ນາງ ອໍາໄພວັນ ແກ້ວປະດິດ ຮອງຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີຄະນະຜູ້ແທນຈາກ ປະເທດສະມາຊິກ ອາຊຽນ 10 ປະເທດ, ກອງເລຂາອາຊຽນ ຄູ່ຮ່ວມພັດທະນາ ຈາກປະເທດ ຍີ່ປຸ່ນ, ອາເມລິກາ, ຕິມໍເລດເຕ ໃນຖານະປະເທດ ສັງເກດການ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງລັດທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ເພື່ອທົບທວນຄືນ ບັນດາຄວາມຄືບໜ້າຂອງວຽກງານທີ່ສຳຄັນ ພາຍໃຕ້ແຜນຍຸດທະສາດການຂົນສົ່ງ Kuala Lumpur Transport Strategic Plan (KLTSP) 2016 – 2025, ລວມທັງການປະຕິບັດບັນດາສັນຍາ ອຳນວຍຄວາມສະດວກ ດ້ານການຂົນສົ່ງຂອງອາຊຽນ ເຊັ່ນ: ສັນຍາອໍານວຍຄວາມສະດວກຂົນສົ່ງສິນຄ້າຜ່ານແດນອາຊຽນ (AFAFGIT), ສັນຍາອໍານວຍຄວາມສະດວກຂົນສົ່ງ ລະຫວ່າງປະເທດ (AFAFIST), ສັນຍາຂົນສົ່ງຫຼາຍຮູບແບບ (AFAMT), ສັນຍາຂົນສົ່ງໂດຍສານອາຊຽນ (CBTP); ປຶກສາຫາລື ແຜນການຂົນສົ່ງອາຊຽນ 2026-2030 ໂດຍຈະໄດ້ສຸມໃສ່ປັບປຸງ ຂັ້ນຕອນການແຈ້ງເອກະສານຂົນສົ່ງຂ້າມແດນ, ການຂົນສົ່ງຫຼາຍຮູບແບບ, ການຂົນສົ່ງແບບຍືນຍົງ ແລະ ຂອດການປະສານງານຮ່ວມກັບບັນດາຂະແໜງການ; ປຶກສາຫາລືແຜນງານ ຮ່ວມກັບຄູ່ຮ່ວມພັດທະນາຄື: ອາຊຽນ-ຍີ່ປຸ່ນ ແລະ ອາຊຽນ-ສະຫະລັດອາເມລິກາ, ພ້ອມທັງການຮ່ວມມືກັບພາກເອກະຊົນ ແລະ ຜູ້ປະກອບການ ດ້ານການຂົນສົ່ງ ເພື່ອຍົກສູງປະສິດທິຜົນ, ຄວາມປອດໄພ ແລະ ສິ່ງແວດລ້ອມ ໃນຂົງເຂດການຂົນສົ່ງຂອງອາຊຽນ. ກອງປະຊຸມຄັ້ງນີ້, ເປັນສ່ວນໜຶ່ງຂອງບັນດາຄວາມພະຍາຍາມ ຢ່າງບໍ່ຢຸດຢັ້ງຂອງອາຊຽນ ເພື່ອຊຸກຍູ້ການເຊື່ອມໂຍງພາກພື້ນ, ເພີ່ມທະວີຄວາມຢືດຢຸ່ນຂອງຕ່ອງໂສ້ການສະໜອງ ແລະ ສົ່ງເສີມການພັດທະນາແບບຍືນຍົງ ໂດຍການຊຸກຍູ້ການເຊື່ອມໂຍງຢ່າງແໜ້ນແຟ້ນ.

(ແຫຼ່ງຂ່າວ: ແຂວງຫຼວງພະບາງ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments