ພິທີສະແດງທົດລອງ ຄັ້ງທີ 2 ການເດີນສວນສະໜາມສະເຫລີມສະຫລອງ ວັນສະຖາ ປະນາ ສປປ ລາວ ຄົບຮອບ 50 ປີ ຈັດຂຶ້ນໃນວັນທີ 13 ຕຸລາ 2025 ຢູ່ວິທະຍາຄານ ນາຍທະຫານ ບົກກົມມະດຳ ໂດຍມີ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ຫົວໜ້າຄະນະຊີ້ນໍາການເດີນສວນສະໜາມ, ມີບັນດາຄະນະນຳກົມໃຫຍ່, ຫ້ອງວ່າການ ກະຊວງປ້ອງກັນປະເທດ, ຄະນະນຳແຕ່ລະກ້ອນກໍາລັງເຫລົ່າຮົບ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໜ້າວຽກ ກະກຽມດ້ານເນື້ອໃນ, ກໍາລັງພົນເຂົ້າຮ່ວມ, ເຄື່ອງອຸປະກອນການປະກອບ, ວິທີການ, ວາລະດໍາເນີນການຈັດຕັ້ງງານໂຮມຊຸມນຸມ ແລະ ການຈັດຕັ້ງຫັດແອບສວນສະໜາມ ສະເຫລີມສະຫລອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃຫ້ເປັນເອກະພາບ, ມີເນື້ອໃນ, ມີຄວາມໝາຍເລິກເຊິ່ງ ແລະ ສົມກຽດ. ກົມໃຫຍ່ເສນາທິການກອງທັບ ໃນນາມຄະນະຊີ້ນໍາກ້ອນສວນສະໜາມ ໄດ້ປະສານສົມທົບກັບບັນດາອົງການກະຊວງ ແລະ ກົມກອງກຳລັງຫລວງ, ກຳລັງທ້ອງຖິ່ນ ສ້າງແຜນການ ຈັດຕັ້ງສະແດງທົດລອງ ຄັ້ງທີ 2 ການເດີ່ນຂະ ບວນສວນສະໜາມ ສະເຫລີມສະຫລອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນຄັ້ງນີ້ ເຊິ່ງທັງໝົດແມ່ນເພື່ອລະນຶກເຖິງວັນສໍາຄັນທາງປະຫວັດສາດຂອງຊາດ, ເອກອ້າງຜົນງານໃນການສ້າງ ສາ ແລະ ພັດທະນາ ປະເທດຊາດຕະຫລອດໄລຍະ 50 ປີ ຕໍ່ແຂກພາຍໃນ ແລະ ຕ່າງປະເທດ, ພ້ອມທັງຖືເອົາໂອກາດນີ້ ເຕົ້າໂຮມຄວາມສາມັກຄີປອງດອງຊາດ ຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະ ເທດ ໂດຍພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໃຫ້ເປັນປຶກແຜ່ນ, ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດຊີ້ນໍາຂອງພັກວາງອອກ ໃຫ້ບັນລຸຕາມຈຸດປະສົງຄາດໝາຍ.

ໂອກາດນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທຸກພາກ ສ່ວນທີ່ໄດ້ເອົາໃຈໃສ່ໃນການຫັດແອບ, ຜ່ານການຕິດຕາມປຽບທຽບໃສ່ກັບ ຄັ້ງທີ 1 ເຫັນວ່າດີຂຶ້ນກວ່າເກົ່າຫລາຍ ມີການພັດທະນາຫລາຍຮູບການ ໂດຍສະເພາະແມ່ນການຈັດຮູບແຖວ, ຈັງຫວະຕ່າງໆ, ແຕ່ຕ້ອງໄດ້ສືບຕໍ່ຝຶກຝົນຕໍ່ໄປ ເພາະຍັງມີບາງດ້ານຍັງບໍ່ທັນໄດ້ດີເທົ່າທີ່ຄວນ, ໄລຍະຫ່າງແຕ່ລະຈຸໃຫ້ສະເໝີກັນ, ເອົາໃຈໃສ່ຈັງຫວະບຸກຄົນ, ລວມໝູ່, ຕ້ອງກໍານົດຈຸດຢືນແຕ່ລະຈຸໃຫ້ລະອຽດ, ພ້ອມທັງ ເນັ້ນໃຫ້ຄະນະກົມກອງ, ຫົວໜ້າກ້ອນກຳລັງ ແລະ ພະນັກງານ-ນັກຮົບ ເອົາໃຈໃສ່ຈັດຕັ້ງຫັດແອບຕາມແຜນການທີ່ຂັ້ນເທິງມອບໝາຍໃຫ້ບັນລຸຕາມແຜນການ.
ຈາກນັ້ນ, ບັນດາຄະນະນຳແຕ່ລະກ້ອນກຳລັງ ກໍໄດ້ຜັດປ່ຽນກັນປະກອບຄຳຄິດເຫັນ ເພື່ອເອ ກະພາບກັນທາງດ້ານເນື້ອໃນ, ຮູບແບບການຝຶກຊ້ອມ, ຈັງຫວະທ່າທີຕ່າງໆ, ວິທີການຮັກສາສຸຂະພາບ, ວິທີການຢູ່ຮ່ວມກັນ ແລະ ສະເໜີວິທີການແກ້ໄຂໃຫ້ມີປະສິດທິພາບດີຂຶ້ນ.
ຂ່າວ: ແສງເດືອນ