ບໍລິສັດ ສີໜຸກ ກາເຟລາວ ເປັນທີ່ຮູ້ຈັກກັນດີກາເຟສີໜຸກ ເປັນໜຶ່ງຜະລິດຕະພັນຂອງຄົນລາວທີ່ມີຊື່ສຽງທັງພາຍໃນ ແລະ ຕ່າງປະເທດເປັນເວລາ 30 ປີ ຈົນມາເຖິງປັດຈຸບັນໄດ້ຂະຫຍາຍເຄືອຂ່າຍຮ້ານກາເຟສີໜຸກທັງພາຍໃນນະຄອນຫຼວງວຽງຈັນ (ນວ) ແລະ ຕ່າງແຂວງ ເຮັດໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງມີຄຸນນະພາບ, ມີຄວາມຍືນຍົງ ແລະ ມີເອກະລັກສະເພາະຕົວ. ປັດຈຸບັນກໍາລັງຈະເປີດສໍານັກງານໃຫຍ່ສີໜຸກ ພາວີລ້ຽນ ຫຼື ບໍລິສັດສີໜຸກ ກາເຟລາວຂຶ້ນຢ່າງເປັນທາງການໃນຕົ້ນເດືອນພະຈິກ 2025 ນີ້.
ທ່ານ ສີໜຸກ ສີສົມບັດ ປະທານບໍລິສັດສີໜຸກ ກາເຟລາວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 10 ຕຸລາຜ່ານມາທີ່ບໍລິສັດດັ່ງກ່າວ ຕັ້ງຢູ່ຫຼັກ 9 ຖະໜົນທ່າເດື່ອ ເມືອງຫາດຊາຍຟອງ ນວ ເບື້ອງຕົ້ນທ່ານໄດ້ເລົ່າໃຫ້ຟັງເຖິງຕົ້ນກໍາເນີດຂອງກາເຟສີໜຸກ ໂດຍເລີ່ມຕົ້ນມາຈາກການຊອກຮຽນຮູ້ເລື່ອງການປູກກາເຟນໍາຜູ້ມີປະສົບການຢູ່ປາກເຊ ໂດຍສະເພາະການປູກກາເຟຢູ່ພູພຽງບໍລິເວນທີ່ເມືອງປາກຊ່ອງ, ທ່າແຕງເລີ່ມແຕ່ປີ 1994 ຈາກມື້ນັ້ນມາຮອດມີ້ນີ້ພໍດີຄົບຮອບ 30 ປີ. ເບື້ອງຕົ້ນໄດ້ປູກກາເຟ, ປຸງແຕ່ງກາເຟດິບສົ່ງອອກຂາຍ-ຈໍາໜ່າຍທົ່ວໂລກ. ຈາກນັ້ນ, ປີ 2002 ຢຸດທຸລະກິດກາເຟດິບ. ມາປີ 2004 ສ້າງທຸລະກິດເປັນກາເຟຂົ້ວ ແລະ ມີການຫຸ້ມຫໍ່ມາເປັນຍີ່ຫໍ້ກາເຟສີໜຸກ ເລີ່ມເຮັດໃຫ້ສັງຄົມທັງພາຍໃນ ແລະ ຕ່າງປະເທດເປັນທີ່ຮູ້ຈັກຊື່ສຽງຂອງກາເຟສີໜຸກຫຼາຍຂຶ້ນ, ການຄ້າຂາຍກາເຟນັບມື້ດີຂຶ້ນ ແລະ ການສ້າງຍີ່ຫໍ້ຂອງກາເຟຍັງເປັນພື້ນຖານຍືນຍົງ ຄິດວ່າແມ່ນເປົ້າໝາຍຂອງຊີວິດ.

ບໍລິສັດ ສີໜຸກ ກາເຟລາວຕັ້ງຢູ່ຫຼັກ 9 ຖະໜົນທ່າເດື່ອ ເມືອງຫາດຊາຍຟອງ ນວ ໄດ້ເລີ່ມກໍ່ສ້າງທ້າຍປີ 2024 ມີການອອກແບບທີ່ສວຍງາມ ສ້າງໃຫ້ຮ້ານກາເຟສີໜຸກ ກາຍເປັນສູນລວມຈຸດນັດພົບຂອງຄົນຮັກມັກໃນການດື່ມກາເຟ ແລະ ການບໍລິການທີ່ອົບອຸ່ນ. ປັດຈຸບັນມີຫຼາຍໜ້າວຽກການກໍ່ສ້າງແມ່ນສໍາເລັດບໍ່ວ່າຈະເປັນດ້ານການຕົບແຕ່ງອາຄານພາຍໃນ-ນອກ, ພະນັກງານ, ອຸປະກອນ ແລະ ອື່ນໆ ຈຶ່ງໄດ້ເລີ່ມເປີດໃຫ້ລູກຄ້າເຂົ້າມາບໍລິການທົດລອງເປັນເວລາ 1 ເດືອນເຄິ່ງແລ້ວ. ເນື່ອງຈາກການຕົບແຕ່ງປ້າຍທາງເບື້ອງໜ້າຍັງບໍ່ທັນສົມບູນ ແລະ ອາຫານ, ເຄື່ອງດື່ມຈໍານວນໜຶ່ງ ແລະ ອື່ນໆ ກໍຍັງບໍ່ພຽງພໍເທື່ອ ແລະ ຈະເປີດຢ່າງເປັນທາງການໃນຕົ້ນເດືອນພະຈິກ 2025. ຮ້ານກາເຟ ສີໜຸກ ມີການບໍລິການກາເຟຫຼາຍຊະນິດ, ມີ 9 ລົດຊາດ ແລະ ຫຼັກໆເນັ້ນ 3 ລົດຊາດເປັນເອກະລັກສະເພາະຕົວທີ່ມີກິ່ນຫອມຫວນທີ່ສຸດ, ດື່ມຂົມບໍ່ຕິດຄໍເຊັ່ນ: ລົດຊາດກາງ, ອ່ອນ, ເຂັ້ມ. ມີທັງກາເຟຮ້ອນ, ເຢັນ, ປັ່ນ ແລະ ອື່ນໆ. ພ້ອມນັ້ນ, ຈອກກາເຟ ຍັງເນັ້ນການເປັນມິດຕໍ່ສິ່ງແວດລ້ອມ ເປັນເອກະລັກຂອງຍີ້ຫໍ່ສີໜຸກ ບໍ່ມີຮ້ານອື່ນຄື. ສໍາລັບການຂົ້ວ, ບົດກາເຟໄດ້ນໍາໃຊ້ເຄື່ອງມືທີ່ທັນສະໄໝ. ນອກຈາກນັ້ນ, ຮ້ານກາເຟສີໜຸກ ຍັງມີຜະລິດຕະພັນກາເຟວາງຂາຍຄື: ຂາຍເປັນເມັດ, ຝຸ່ນ ມີຫໍ່ນ້ອຍ 200 ກຣາມ ຫາ 500 ກຣາມ, ຫໍ່ໃຫຍ່ 1 ກິໂລກຣາມ ສາມາດຊື້ໄປເປັນຂອງຂວັນຂອງຕ້ອນຂອງຝາກໄດ້. ໃນນັ້ນ, ຍັງມີບໍລິການອາຫານລາວ ແລະ ອາຫານນາໆຊາດຕື່ມອີກ. ພາຍໃນ-ນອກຮ້ານກວ້າງຂວາງ, ສິ່ງແວດລ້ອມດີ ສາມາດມານັ່ງພັກຜ່ອນດື່ມກາເຟ, ຮັບປະທານອາຫານແຊບໆ ບໍ່ວ່າຈະມາແບບເປັນໝູ່ຄະນະ, ກຸຸ່ມ, ຄອບຄົວ ແລະ ອື່ນໆ. ຮ້ານກາເຟສີໜຸກ ເລີ່ມເປີດບໍລິການແຕ່ 7:00 ໂມງເຊົ້າ ຫາ 19:00 ໂມງແລງ.
ທ່ານ ສີໜຸກ ສີສົມບັດ ກ່າວຕື່ມວ່າ: ປັດຈຸບັນຮ້ານກາເຟສີໜຸກຢູ່ ນວ ມີ 5 ຈຸດຄື: ຢູ່ແຄມຂອງທ່າວັດຈັນ, ໂພນສີນວນຂ້າງກ໋ອກໆ, ທົ່ງກາງ, ຕະຫຼາດເຊົ້າ ແລະ ກໍາລັງຈະເປີດອີກ 1 ຈຸດ ຢູ່ຫຼັກ 9 ຖະໜົນທ່າເດື່ອໃນຕົ້ນເດືອນພະຈິກ 2025. ນອກນັ້ນ, ຍັງມີສໍານັກງານໃຫຍ່ກາເຟສີໜຸກ ຢູ່ປາກເຊ ແຂວງຈຳປາສັກ ແລະ ແຂວງເຊກອງ, ມີເຟັນຊາຍ (ສາຂາຍ່ອຍ) ຢູ່ຫຼາຍແຂວງເຊັ່ນ: ແຂວງອຸດົມໄຊ, ຫຼວງພະບາງ, ວັງວຽງ 2 ສາຂາ, ວຽງຈັນ 2 ສາຂາ ແລະ ທ່າແຂກ. ໃນຕໍ່ໜ້າຈະສືບຕໍ່ຂະຫຍາຍເຟັນຊາຍຢູ່ແຂວງສະຫວັນນະເຂດໃນມໍ່ໆນີ້ ແລະ ຢູ່ພາຍໃນ ນວ ແລະ ແຂວງອື່ນໆຕື່ມອີກ. ທຸລະກິດກາເຟສີໜຸກຈະບໍ່ສໍາເລັດໄດ້ ຖ້າບໍ່ມີລູກຄ້າທຸກໆທ່ານຊ່ວຍໃຫ້ການສະໜັບສະໜູນຕະຫຼອດໄລຍະຜ່ານມາ. ການສະໜັບສະໜູນຂອງລູກຄ້າ ກໍຄືການສົ່ງເສີມຜະລິດຕະພັນຂອງຄົນລາວ ກາເຟລາວໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ, ມີຄວາມຍືນຍົງເປັນທີ່ຮູ້ຈັກໃນພາກພື້ນ ແລະ ສາກົນ. ຖ້າທ່ານສົນໃຈທຸລະກິດເປີດຮ້ານກາເຟສີໜຸກ ຫຼື ສົນໃຈຮຽນຮູ້ເລື່ອງກາເຟສີໜຸກ ສາມາດສອບຖາມໄດ້ເບີ: 021 315545.