Monday, October 13, 2025
Homeຂ່າວກິລານວ ມີຄວາມພ້ອມຮອບດ້ານ ເປັນເຈົ້າພາບກິລາແຫ່ງຊາດຄັ້ງທີ XII

ນວ ມີຄວາມພ້ອມຮອບດ້ານ ເປັນເຈົ້າພາບກິລາແຫ່ງຊາດຄັ້ງທີ XII

ພິທີຖະແຫຼງຂ່າວງານມະຫະກໍາກິລາແຫ່ງຊາດຄັ້ງທີ XII, ງານມະຫະກໍາກິລາຄົນພິການ ຄັ້ງທີ IV ແລະ ພິທີແຫ່-ແລ່ນທວນໄຟນະຄອນຫຼວງວຽງຈັນເກມ 2025 ໄດ້ຈັດຂຶ້ນໃນວັນທີ 12 ຕຸລາ ຜ່ານມາ ທີ່ສຳນັກງານປົກຄອງ ນະຄອນຫຼວງວຽງຈັນ (ນວ) ໃຫ້ກຽດຖະແຫຼງຂ່າວຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ປະທານກຳມະການຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ແລະ ງານມະຫະກໍາກິລາຄົນພິການ ຄັ້ງທີ IV, ມີບັນດາຄະ ນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າ: ນວ ໄດ້ຮັບໜ້າທີ່ເປັນເຈົ້າພາບຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ ຊຶ່ງພິທີເປີດງານຢ່າງເປັນທາງການຈະຈັດຂຶ້ນໃນວັນທີ 15 ພະຈິກ 2025 ເປັນເວລາ 10 ວັນ ຈົນຮອດວັນທີ 25 ພະຈິກ 2025 ແລະ ງານມະຫະກຳກິລາຄົນພິການ ຄັ້ງທີ IV ຈະໄດ້ເປີດຂຶ້ນໃນຕົ້ນເດືອນທັນວາປີ 2025.

ສຳລັບຄວາມພ້ອມດ້ານຕ່າງໆໃນ 11​ ອະນຸກຳມະການໃນຄະນະຮັບ ຜິດຊອບລະດັບຊາດໄດ້ດຳເນີນການຜ່ານມາ ນັບແຕ່ມື້ໄດ້ຮັບມອບທຸງຈາກຄັ້ງທີ XI ທີ່ແຂວງຊຽງຂວາງມາເຖິງປັດຈຸບັນນີ້, ຄະນະຮັບຜິດຊອບຈັດງານໄດ້ມີການແບ່ງງານແບ່ງຄວາມຮັບຜິດຊອບ ເປັນແຕ່ລະອະນຸກຳມະການຢ່າງເໝາະສົມເພື່ອຮັບປະກັນເຮັດໃຫ້ງານມະຫະກໍາກິລາຄັ້ງນີ້ມີຜົນສໍາເລັດຕາມຄາດໝາຍ ເປັນຕົ້ນແມ່ນ: ການກຳນົດ ແລະ ກະກຽມການແຂ່ງຂັນກັນໃນງານມະຫະກຳກິລາຄັ້ງນີ້ມີເຖິງ 33 ປະເພດກິລາ ແລະ 1 ກິລາສາທິດ ລວມ 400 ລາຍ ການ ຄາດຄະເນຈຳນວນນັກກິລາເຂົ້າຮ່ວມທັງໝົດຫຼາຍກ່ວາ 2,000 ​ຄົນມາຮອດປັດຈຸບັນສິ່ງອຳນວຍດ້ານສະຖານທີ່, ສະໜາມແຂ່ງຂັນຖືວ່າມີຄວາມພ້ອມຫຼາຍກວ່າ 95% ແລະ ຈະກວດກາຄວາມພ້ອມຮອບດ້ານຢ່າງຄົບຖ້ວນສົມບູນ ໃນວັນທີ 30 ຕຸລານີ້ແມ່ນສຳເລັດ 100%; ດ້ານທີ່ພັກເພື່ອຕ້ອນຮັບຄູຝຶກ ແລະ ນັກກິລາທີ່ເດີນທາງມາຈາກ 17 ແຂວງ ແລະ ນວ ເພື່ອເຂົ້າຮ່ວມການແຂ່ງຂັນ ລວມທັງການຈັດການທີ່ພັກສຳລັບແຂກຖືກເຊີນທີ່ຈະມາຮ່ວມພິທີເປີດພິທີປິດ, ໃນງານຄັ້ງນີ້ໂດຍອີງໃສ່ເງື່ອນໄຂຈຸດພິເສດສະຖານທີ່ພັກເຊົາໃນ ນວ ແມ່ນມີໂຮງແຮມ, ເຮືອນພັກຈຳນວນຫຼາຍ ສາມາດຕອບສະໜອງໄດ້ຢ່າງພຽງ ພໍ; (ຈະບໍ່ໄດ້ຈັດສັນສະຖານທີ່ການສຶກສາໃຫ້ແກ່ກ້ອນກິລາແຕ່ລະແຂວງພັກເຊົາ); ດ້ານເຕັກນິກ, ລະບຽບການການແຂ່ງຂັນ (ປະເພດກິລາແຂ່ງຂັນ) ແມ່ນໄດ້ມີບັນດາຄະນະສະຫະພັນກິລາແຕ່ລະປະເພດຄົ້ນຄວ້າ ແລະ ຮັບປະ ກັນການແຂ່ງຂັນມີຄວາມສະເໝີພາບ ສ້າງໂອກາດໃຫ້ນັກກິລາໄດ້ສະແດງຄວາມສາມາດ ທັງຮັບປະກັນໃຫ້ການແຂ່ງຂັນມີບັນຍາກາດ ມີນ້ຳໃຈນັກກິລາ ມີຄວາມສາມັກຄີຮັກແພງຊຶ່ງກັນ ແລະ ກັນ. (ສາມັກຄີ ມີວິໄນ ໂປ່ງໃສ ໄດ້ການພັດທະນາກິລາລາວ).

ນະຄອນຫຼວງວຽງຈັນເກມ 2025 ນີ້, ໄດ້ກຳນົດເອົາສັນຍາລັກເປັນຮູບພະທາດຫຼວງ ແລະ ສັດນໍາໂຊກແມ່ນນົກຍຸງ, ພາຍໃຕ້ຄໍາຂວັນ ສາມັກຄີ ມີວິໄນ ໂປ່ງໃສ ໄດ້ການພັດທະນາ; ສິ່ງອຳນວຍຄວາມສະດວກປິ່ນອ້ອມຮັບ ປະກັນຄວາມພ້ອມດ້ານຕ່າງໆຮອບດ້ານເຊັ່ນ: ດ້ານພາລາທິການ, ເຈົ້າໜ້າທີ່ດ້ານສຸຂະອານາໄມ, ກຳລັງປ້ອງກັນຮັກສາຄວາມສະຫງົບ ຄວາມເປັນລະບຽບ ຮຽບຮ້ອຍ; ການຮັກສາຄວາມສະອາດສວຍງາມ ການບໍລິການຂົນສົ່ງສາທາ ລະນະ, ນັກກິລາ ຄູຝຶກ; ການເປັນເຈົ້າພາບຮ່ວມທີ່ດີຂອງສັງຄົມແມ່ນມີຄວາມກຽມພ້ອມ ແລະ ຍິນດີຕ້ອນຮັບບັນດາທ່ານເຂົ້າສູ່ງານກິລານະຄອນຫຼວງວຽງຈັນເກມ; ການປະກອບສ່ວນຂອງສັງຄົມໃນດ້ານສິດທິປະໂຫຍດ ຄະນະຮັບ ຜິດຊອບລະດັບຊາດ ໄດ້ກຳນົດລະບຽບການສະເພາະ ຊຶ່ງປັດຈຸບັນໄດ້ຄູ່ຮ່ວມ ສະໜັບສະໜູນທາງການຈາກບໍລິສັດເບຍລາວ ສະໜອງຜະລິດຕະພັນ, ວັດຖຸ, ອຸປະກອນຮັບໃຊ້ກິລາ ແລະ ເງິນສະໜັບສະໝູນຕາມມູນຄ່າລະບຽບການກຳ ນົດ; ພ້ອມນັ້ນ, ກໍແມ່ນການສະໜັບສະໜູນຕາມຊັດສ່ວນ ແລະ ລະດັບທີ່ໄດ້ກຳນົດໄວ້ໃນ 7 ລະດັບຂອງຄູ່ຮ່ວມສະໜັບສະໜູນ.

ນອກຈາກນີ້, ກໍຍັງມີການສະໜັບສະໜູນດ້ານທີ່ພັກໃຫ້ແກ່ແຂກການນຳບັນດາແຂວງທີ່ຖືກເຊີນເຂົ້າຮ່ວມງານພິທີເປີດ ແລະ ພິທີປິດຈາກບໍລິສັດ ກຣິດຕະພົງກຣູບ ແລະ ໂຮງແຮມແລນມາກ ແມ່ຂອງລີເວີໄຊ ສະໜອງດ້ານທີ່ພັກຮັບຕ້ອນແຂກ; ນອກນັ້ນ ກໍມີຫຼາຍບໍລິສັດຫ້າງຮ້ານໄດ້ປະກອບສ່ວນ ທັງເປັນວັດຖຸປັດໃຈຈຳນວນໜຶ່ງ ຊຶ່ງນີ້ແມ່ນບາງເນື້ອໃນຕົ້ນຕໍທີ່ແຈ້ງໃຫ້ບັນດາທ່ານໄດ້ຮັບຊາບຢ່າງທົ່ວເຖິງ ແລະ ຮ່ວມແຮງຮ່ວມໃຈກັນ ສ້າງຂະບວນການຮອບດ້ານເຂົ້າສູ່ງານ ແລະ ການເປັນເຈົ້າພາບຮ່ວມກັນ ເພື່ອເຮັດໃຫ້ງານຄັ້ງນີ້

ມີຜົນສຳເລັດຕາມເນື້ອໃນ ສາມັກຄີ ມີວິໄນ ໂປ່ງໃສ ໄດ້ການພັດທະນາກິລາລາວ ແຂງແຮງກ້າວຂຶ້ນສູ່ໄຊຊະນະໃນເວທີກິລາພາກພື້ນ ແລະ ສາກົນ; ໄດ້ສືບຕໍ່ກິດຈະກໍາແຫ່ ແລະ ແລ່ນທວນໄຟ ຊຶ່ງເລີ່ມແຕ່ມື້ນີ້ວັນທີ 12 ຕຸລາ 2025 ເຖິງວັນທີ 13 ພະຈິກ 2025 ໂດຍກິດຈະກໍາແລ່ນທວນໄຟຈະໄດ້ໄປຕາມເມືອງພາຍໃນ ນວ ຄົບຕາມ 9 ຕົວເມືອງ ຊຶ່ງຈະໄດ້ເຊີນຕົວແທນຈາກບັນດາແຂວງເຂົ້າຮ່ວມສອງແຂວງຕໍ່ການແລ່ນທວນໄຟໜຶ່ງເມືອງ ແລະ ຈະໄດ້ ກຽມຄວາມພ້ອມຮອບດ້ານເພື່ອເຂົ້າສູ່ພິທີຂໍທວນໄຟສັກສິດໃນວັນທີ 14 ພະ ຈິກ 2025 ແລະ ນຳທວນໄຟເຂົ້າສູ່ພິທີເປີດງານຢ່າງເປັນທາງການໃນວັນທີ 15 ພະຈິກ 2025. ພາຍຫຼັງການຖະແຫຼ່ງຂ່າວສໍາເລັດ, ຄະນະຮັບຜິດຊອບລະດັບຊາດຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ ນວ ຈະໄດ້ຮ່ວມກັນເລີ່ມຂະບວນການແລ່ນທວນໄຟຈາກສຳນັກງານປົກຄອງ ນວ ສູ່ເມືອງສັງທອງ ຊຶ່ງເປັນເມືອງເລີ່ມຕົ້ນຂະບວນແຫ່ທວນໄຟ ໂດຍມີຕົວແທນຈາກແຂວງ ວຽງຈັນ ແລະ ແຂວງບໍລິຄຳໄຊເຂົ້າຮ່ວມ.

ໂອກາດນີ້, ທ່ານ ອາດສະພັງທອງ ສີພັນດອນ ຂໍເຊີນຊວນການຈັດ ຕັ້ງທຸກພາກສ່ວນ, ປະຊາຊົນຊາວລາວ, ຊາວຕ່າງປະເທດທີ່ດຳລົງຊີວິດຢູ່ ນວ ຮ່ວມກັນເປັນເຈົ້າພາບທີ່ດີຕ້ອນຮັບແຂກບ້ານ ແຂກເມືອງ, ຮ່ວມເປັນເຈົ້າພາບຈັດງານມະຫາກຳກິລາແຫ່ງຊາດຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025, ກິລາຄົນພິການຄັ້ງທີ ​IV ໃຫ້ມີຜົນສຳເລັດຢ່າງຈົບງາມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments