ໃນວັນທີ 10 ຕຸລາ 2025 ນີ້, ທີ່ ສະໂມສອນ ກອງບັນຊາການທະຫານເຂດ 4 ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ໄດ້ຈັດພິທີ ປະດັບຫຼຽນໄຊອິດສະຫຼະ ຊັ້ນ I ແລະ ຊັ້ນ II ແຫ່ງ ສປປ ລາວ ໃຫ້ກົມກອງລວມໝູ່ ແລະ ບຸກຄົນ ຂອງກອງບັນຊາການທະຫານເຂດ 4 ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວັນທອງ ບຸດຕະວົງ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ກອງບັນຊາການທະຫານເຂດ 4 ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນພິທີ ສະຫາຍ ພັນໂທ ກູມົວ ຈົງຕົວ ຮອງຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ໄດ້ຜ່ານລັດຖະດໍາລັດ ຂອງປະທານປະເທດ ແຫ່ງ ສປປ ລາວ ວ່າດ້ວຍການປະດັບຫຼຽນໄຊອິດສະຫຼະ ຊັ້ນ I, ຊັ້ນ II ໃຫ້ກົມກອງລວມໝູ່ ແລະ ບຸກຄົນ ຂອງກອງບັນຊາການທະຫານເຂດ 4 ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ທີ່ມີຜົນງານ, ຄຸນງາມຄວາມດີ ປະກອບສ່ວນເຂົ້າໃນການຊ່ວຍເຫຼືອ ກອງທັບປະຊາຊົນລາວ ຕະຫຼອດໄລຍະຜ່ານມາ ແລະ ເນື່ອງໃນໂອກາດ ສະເຫຼີມສະຫຼອງ ຄົບຮອບ 80 ປີ ແຫ່ງວັນມູນເຊື້ອກໍາລັງປະກອບອາວຸດທະຫານເຂດ 4 ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ (15 ຕຸລາ 1945-15 ຕຸລາ 2025), ຜົນງານດັ່ງກ່າວ ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.

ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ໂດຍແມ່ນສະຫາຍ ພົນຕີ ວັນທອງ ບຸດຕະວົງ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ໄດ້ປະດັບຫຼຽນໄຊອິດສະຫຼະ ຊັ້ນ I, ຊັ້ນ II ໃຫ້ກົມກອງລວມໝູ່ ແລະ ບຸກຄົນ ຂອງກອງບັນຊາການທະຫານເຂດ 4 ໃນນັ້ນ, ປະດັບຫຼຽນໄຊອິດສະຫຼະ ຊັ້ນ I ໃຫ້ກົມກອງລວມໝູ່ ຈໍານວນ 1 ກອງກົມກອງ ກອງບັນຊາການທະຫານເຂດ 4, ປະດັບຫຼຽນໄຊອິດສະຫຼະ ຊັ້ນ II ໃຫ້ບຸກຄົນ ມີ 4 ສະຫາຍຄື: ສະຫາຍ ພົນຕີ ຮ່າ ເຖາະ ບິ່ງ ຮອງເລຂາຄະນະພັກ, ຜູ້ບັນຊາການທະຫານເຂດ 4, ສະຫາຍ ພົນຈັດຕະວາ ດວ່ານ ຊວນ ເບື່ອງ ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເຂດ 4, ສະຫາຍ ພົນຕີ ເຈີ່ນ ຫວໍ ຢຸ້ງ ອະດີດຫົວໜ້າການເມືອງ ກອງບັນຊາການທະຫານເຂດ 4 ແລະ ສະຫາຍ ພົນຈັດຕະວາ ຫງວຽນ ຫງອກ ຮ່າ ຮອງຜູ້ບັນຊາການທະຫານເຂດ 4.
(ຂໍ້ມູນຈາກ: ໂທລະພາບ ກອງທັບປະຊາຊົນລາວ)