Monday, October 13, 2025
Homeຂ່າວຕ່າງປະເທດເອີຣົບ ຕັ້ງເປົ້າໝາຍໂຄງການສະໜັບສະໜູນການລົງທຶນພາກພື້ນ 4 ແສນລ້ານເອີໂຣ

ເອີຣົບ ຕັ້ງເປົ້າໝາຍໂຄງການສະໜັບສະໜູນການລົງທຶນພາກພື້ນ 4 ແສນລ້ານເອີໂຣ

ສຳນັກຂ່າວ ອິນໂຟເຄວສ, ວັນທີ 9 ຕຸລາ, ທ່ານ ອົວຣຊູລາ ຟອນ ແຄຣ ໄລເອີນ ປະທານ ຄະນະ ກຳມະທິການ ເອີຣົບ (EC) ເປີດເຜີຍວ່າ: ສະຫະພາບ ເອີຣົບ (ອີຢູ) ຕັ້ງເປົ້າໝາຍ ຈະລະດົມເງິນທຶນ ຫລາຍກວ່າ 4 ແສນລ້ານເອີໂຣ (ປະມານ 4,645 ແສນລ້ານໂດລາ ສະຫະລັດ) ພາຍໃນ ປີ 2027 ໃນໂຄງການ Global Gateway , ຊຶ່ງເປັນ ໂຄງການ ສະໜັບ ສະໜູນ ການລົງທຶນ ໃນພາກພື້ນ Global South ຊຶ່ງໝາຍເຖິງ ປະເທດ ພວມພັດທະນາ ໃນຫລາຍພາກພື້ນຂອງໂລກ.

ໃນໄລຍະຜ່ານມາ Global Gateway ໄດ້ຖືກອອກແບບ ດ້ວຍການລົງທຶນ ມູນຄ່າ 3 ແສນລ້ານເອີໂຣ ໃນລະຫວ່າງ ປີ 2021-2027, ໂດຍການລົງທຶນ ເຄີງໜຶ່ງ ຢູ່ໃນທະວີບອາຟຣີກາ ເພື່ອເປັນທາງເລືອກ ແທນໂຄງການຄູ່ແຂ່ງຈາກຈີນ. ໂຄງການລົງທຶນດັ່ງກ່າວ ຄວບຄຸມຫລາກຫລາຍດ້ານເຊັ່ນ: ພະລັງງານ, ການຂົນສົ່ງ, ການສຶກສາ ແລະ ການວິໄຈ ລວມເຖິງ ການຮ່ວມມື ເພື່ອຊ່ວຍໃຫ້ ອີຢູ ສາມາດເຂົ້າເຖິງ ແຮ່ທາດ ທີ່ຈຳເປັນ ຕໍ່ການປ່ຽນຜ່ານ ໄປສູ່ ພະລັງງານສະອາດ ແລະ ຫລຸດການເພີ່ງພາຈີນ. /

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments