ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຈັດຊຸດຝຶກອົບຮົມວິທີການນໍາໃຊ້ບັນຊີຄູ່ ຂອງອົງການຈັດຕັ້ງລັດດ້ວຍໂປແກຣມທີ່ທັນສະໄໝ ໃຫ້ບັນ ດາພະແນກ ຖວທ ແຂວງ ແລະ ນະຄອນຫລວງວຽງຈັນ ໃນຂອບເຂດທົ່ວປະເທດ ໃນວັນທີ 2 ສິງຫາ 2022 ທີ່ຫໍວັດທະນະທໍາແຫ່ງຊາດ, ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບົວໄລ ພານຸວົງ ຫົວໜ້າຫ້ອງການກະຊວງ ຖວທ, ມີບັນດາ ວິທະຍາກອນ, ສໍາມະນາກອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ບົວໄລ ພານຸວົງ ໃຫ້ຮູ້ວ່າ: ວຽກງານບັນຊີ ເປັນວຽກງານໜຶ່ງທີ່ສໍາຄັນ, ເປັນເຄື່ອງມືຕົ້ນຕໍໃນການວິເຄາະຖານະການເງິນຂອງລັດ, ການສະໜອງຂໍ້ມູນຕ່າງໆໃຫ້ພາກ ສ່ວນທີ່ກ່ຽວຂ້ອງ, ການບໍລິຫານວຽກງານຕ່າງໆ, ເປັນບອ່ນອີງໃຫ້ແກ່ການກໍານົດນະໂຍ ບາຍ, ການປັບປຸງ ແລະ ພັດທະນາໃຫ້ສອດຄ່ອງກັບຄວາມເປັນຈິງ ແລະ ໂປ່ງໄສ ເຊິ່ງການຈັດຕັ້ງປະຕິບັດລະບົບບັນຊີຄູ່ ຂອງອົງການຈັດຕັ້ງລັດ ໄດ້ເລີ່ມນໍາໃຊ້ມາແຕ່ປີ 2017 ຈົນຮອດປັດຈຸບັນ ໂດຍອີງໃສ່ກົດໝາຍບັນຊີ ສະບັບປັບປຸງປີ 2014. ໄລຍະຜ່ານມາກະຊວງ ຖວທ ໄດ້ມີປື້ມຄູ່ມື ເພື່ອເປັນບ່ອນອີງໃນການບັນທຶກບັນຊີ ແຕ່ຕົວຈິງແມ່ນຍັງມີສອງລະບົບຄື: ຂັ້ນສູນກາງ ແມ່ນນໍາໃຊ້ລະບົບໂປແກມບັນຊີເຂົ້າຊ່ວຍ ແລະ ຂັ້ນທ້ອງຖິ່ນໃຊ້ລະບົບການຂຽນດ້ວຍມືບັນທຶກເຂົ້າປຶ້ມ ເຊິ່ງແນ່ນອນວ່າ ການບັນທຶກເຂົ້າປື້ມ ອາດຈະພົບຂໍ້ຫຍຸ້ງຍາກ ເນື່ອງຈາກໃຊ້ປຶ້ມຫລາຍຫົວໃນການບັນທຶກ, ແຕ່ເພື່ອຄວາມເປັນເອກະພາບກັນຕໍ່ການນໍາໃຊ້ລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການຂຽນດ້ວຍມື ຫັນມາໃຊ້ລະບົບໂປແກຣມ ທີ່ທັນສະໄໝ ໃຫ້ເປັນອັນດຽວກັນ.

ໃນໂອກາດນີ້, ທ່ານ ບົວໄລ ພານຸວົງ ຍັງໄດ້ຮຽກຮ້ອງມາຍັງສໍາມະນາກອນ ທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ຈົ່ງໄດ້ເອົາໃຈໃສ່ໃນການຖອດຖອນບົດຮຽນຮ່ວມກັນ ລະຫວ່າງແຂວງຕໍ່ແຂວງ, ຂັ້ນສູນກາງ ແລະ ທ້ອງຖິ່ນ ຈຸດໃດທີ່ຍັງເປັນອັນຄ້າງຄາ ກໍໃຫ້ມີການຄົ້ນ ຄວ້າປຶກສາຫາລື ແລກປ່ຽນກັບວິທະຍາກອນ ເພື່ອຈະໄດ້ນໍາເອົາບົດຮຽນ, ຄວາມຮູ້, ຄວາມສາມາດໄປປັບປຸງວຽກງານ ໃຫ້ມີປະສິດຕິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ.

ຂ່າວ-ພາບ: ຂັນໄຊ

LEAVE A REPLY

Please enter your comment!
Please enter your name here