Tuesday, October 7, 2025
Homeຂ່າວຕ່າງປະເທດສ.ອາເມລິກາ ຈະເກັບພາສີ 25% ຕໍ່ລົດບັນທຸກ ຂະໜາດກາງ-ໜັກ ທີ່ນຳເຂົ້າຈາກຕ່າງປະເທດ

ສ.ອາເມລິກາ ຈະເກັບພາສີ 25% ຕໍ່ລົດບັນທຸກ ຂະໜາດກາງ-ໜັກ ທີ່ນຳເຂົ້າຈາກຕ່າງປະເທດ

ວິທະຍຸ-ໂທລະພາບສູນກາງຈີນ, ທ່ານ ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ ສ.ອາ​ເມ​ລິ​ກາ​ ກ່າວ​ວ່າ: ນັບ​ແຕ່​ ວັນ​ທີ 1 ພະ​ຈິດ ​ປີນີ້​ ເປັນ​ຕົ້ນ​ໄປ, ສ.ອາ​ເມ​ລິກາ ​ຈະ​ເກັບ​ພາ​ສີ 25% ຕໍ່​ລົດ​ບັນ​ທຸກ​ຂະ​ໜາດ​ກາງ ແລະ ຂະ​ໜາດ​ໜັກທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ. ພາຍຫລັງ ທ່ານ ​ໂດ​ນັນ ທ​ຣຳ​ ໄດ້ລົງ​ບົດ​ຄວາມໃນ​ສື່​ສັງ​ຄົມ​ອອນ​ລາຍ​ ກ່ຽວກັບການກັບພາສີລົດ​ບັນ​ທຸກ​ ຂະ​ໜາດ​ກາງ ແລະ ຂະ​ໜາດ​ໜັກ ທີ່ ສ.​ອາ​ເມ​ລິ​ກາ ນຳ​ເຂົ້າ​ຈາກ​ທຸກປະ​ເທດ ຈະ​ຕ້ອງ​ເສຍ​ພາ​ສີ​ນຳ​ເຂົ້າ 25%.” ທ່ານ​ ໂດ​ນັນ ທ​ຣຳ​ ໄດ້​ຖືເອົາ “ຄວາມ​ໝັ້ນ​ຄົງແຫ່ງ​ຊາດ” ເປັນ​ຂໍ້​ອ້າງ ແລະ ລົງ​ບົດ​ຄວາມໃນ​ສື່​ສັງ​ຄົມ​ອອນ​ລາຍວ່າ: ສ.ອາ​ເມ​ລິ​ກາ​ ຈະ​ເກັບ​ພາ​ສີ 25% ຕໍ່​ລົດ​ບັນ​ທຸກ​ຂະ​ໜາດ​ໜັກທີ່​ນຳ​ເຂົ້າ​ຈາກຕ່າງ​ປະ​ເທດ ນັບ​ແຕ່​ວັນ​ທີ 1 ຕຸ​ລາ ​​ເປັນ​ຕົ້ນ​ໄປ. ຫລັງ​ຈາກ​ນັ້ນ, ວິ​ສາ​ຫະ​ກິດ​ຜະ​ລິດ​ລົດ ​ຕົ້ນ​ຕໍ​ ຂອງ​ ສ.ອາ​ເມ​ລິກາ​ ລ້ວນ​ແຕ່​ຄັດ​ຄ້ານຕໍ່​ຂ່າວ​ດັ່ງ​ກ່າວ ຍ້ອນ​ເປັນ​ຫ່ວງວ່າ ຕ່ອງ​ໂສ້​ການ​ສະ​ໜອງຈະ​ຂາດ​ສະ​ບັ້ນ​ໄປ ແລະ ຕົ້ນ​ທຶນ​ການ​ຜະ​ລິດ​ຈະ​ເພີ່ມ​ຂຶ້ນ. ສະ​ນັ້ນ, ຄວາມຕັດສິນໃຈທີ່ຈະເກັບພາສີ​ຕໍ່ລົດບັນທຸກດັ່ງ​ກ່າວ ຂອງທ່ານ ໂດນັນ ທຣຳ ຈຶ່ງ​ຈຳ​ເປັນ​ຕ້ອງ​ຖືກ​ແກ່​ຍາວເວ​ລາອອກໄປ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments