ອົງການໄອຍະການປະຊາຊົນສູງສຸດ ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ຂອງອົງການໃຈກາງປະສານງານວ່າດ້ວຍການຮ່ວມມືທາງອາຍາ ຄັ້ງທີ 4 (The 4th SOM-MLAT) ໃນລະຫວ່າງວັນທີ 7-8 ຕຸລາ 2025 ຢູ່ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານ ຂອງ ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ, ມີຄະນະຜູ້ແທນຈາກປະເທດສະມາ ຊິກອາຊຽນ, ກອງເລຂາອາຊຽນ, ຕີມໍແລັດສະເຕ (ຜູ້ສັງເກດການ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ປຶກສາຫາລືຫລາຍຫົວຂໍ້ທີ່ສໍາຄັນ ເປັນຕົ້ນແມ່ນ ການຮັບຮອງເອົາແບບຟອມຄຳຮ້ອງຂໍການຮ່ວມມືທາງອາຍາ ເພື່ອໃຫ້ແບບຟອມຮ້ອງຂໍມີຄວາມເປັນເອກະພາບ, ວ່ອງໄວ ແລະ ມີປະສິດທິຜົນຍິ່ງຂຶ້ນ; ຮັບຟັງລາຍງານ ກ່ຽວກັບການຈັດຕັ້ງປະຕິບັດການຮ່ວມມືທາງອາຍາ ຂອງບັນດາປະເທດສະມາຊິກອາຊຽນ ພາຍໃຕ້ສົນທິສັນຍາອາຊຽນ ວ່າດ້ວຍການຊ່ວຍເຫລືອເຊິ່ງກັນ ແລະ ກັນ ທາງດ້ານກົດໝາຍ ໃນບັນຫາອາຍາ ສະບັບປີ 2004 ເພື່ອຍົກໃຫ້ເຫັນສະພາບລວມ, ຜົນສໍາເລັດ, ສິ່ງທ້າທາຍ ເພື່ອຊອກຫາວິທີທາງຮ່ວມກັນ, ຫາທາງອອກທີ່ມີປະສິດທິຜົນ; ການລາຍງານກ່ຽວກັບການກະກຽມຄວາມພ້ອມ ເພື່ອເຂົ້າເປັນພາຄີສົນທິສັນຍາອາຊຽນ ວ່າດ້ວຍການຊ່ວຍເຫລືອເຊິ່ງກັນ ແລະ ກັນ ທາງດ້ານກົດໝາຍ ໃນບັນຫາອາຍາ ຂອງປະເທດຕີມໍແລັດສະເຕ; ການຮັບຮອງຄໍາແນະນໍາການເຂົ້າເປັນພາຄີສົນທິສັນຍາອາຊຽນ ຂອງປະເທດທີ່ບໍ່ເປັນສະມາຊິກອາຊຽນ, ການປັບປຸງເວັບໄຊອາຊຽນ ກ່ຽວກັບສົນທິສັນຍາອາຊຽນ, ການຈັດກອງປະຊຸມຄັ້ງຕໍ່ໄປ ແລະ ບັນຫາອື່ນໆຈຳນວນໜຶ່ງ.

ກອງປະຊຸມດັ່ງກ່າວ, ເປັນກອງປະຊຸມທີ່ມີຄວາມສໍາຄັນ, ເປັນການສະແດງເຖິງຄວາມໝາຍໝັ້ນ ແລະ ພັນ ທະສາກົນ ໃນວຽກງານອາຊຽນ ກ່ຽວກັບການຮ່ວມມືລະຫວ່າງປະເທດທາງອາຍາ ຂອງ ສປປ ລາວ ກໍຄື ຂອງອົງການໄອຍະການປະຊາຊົນສູງສຸດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການດຳເນີນຄະດີອາຍາຂອງ ສປປ ລາວ, ຕ້ານ ແລະ ສັດກັ້ນອາຊະຍາກໍາຂ້າມຊາດ ຢ່າງມີປະສິດທິຜົນ, ເຮັດໃຫ້ສັງຄົມປະເທດເຮົາມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ຢ່າງບໍ່ຢຸດຢັ້ງ.
ຂ່າວ: ອອປສ