ວິທະຍຸ-ໂທລະພາບສູນກາງຈີນ, ເມື່ອບໍ່ດົນມານີ້, ພັກເຈມິນ ທີ່ເປັນພັກກຳອຳນາດຂອງຍີ່ປຸ່ນ ໄດ້ຈັດການນັບບັດເລືອກຕັ້ງ ປະທານພັກຕົນ. ໃນການປ່ອນບັດຮອບທີ 2, ທ່ານ ນາງ ຕະກະອິຈິ ຊະນະເອະ ອະດີດລັດຖະມົນຕີກະຊວງຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ ໄດ້ຮັບບັດສ່ວນຫລາຍ ແລະ ໄດ້ຮັບເລືອກຕັ້ງເປັນປະທານພັກເຈມິນ ຊຸດທີ 29, ມີຄວາມ ອາດເປັນໄປໄດ້ຢ່າງສູງທີ່ຈະກາຍເປັນນາຍົກລັດຖະມົນຕີຍີ່ປຸ່ນ ຄົນໃໝ່. ກ່ຽວກັບຜົນການເລືອກຕັ້ງປະທານພັກເຈມິນ ຂອງຍີ່ປຸ່ນ, ໂຄສົກກະຊວງການຕ່າງປະເທດຈີນ ໄດ້ຕອບຄຳຖາມຂອງນັກຂ່າວຕ່າງປະເທດວ່າ: ຈີນໄດ້ໃສ່ໃຈຕໍ່ຜົນການເລືອກຕັ້ງທີ່ກ່ຽວຂ້ອງ, ນີ້ແມ່ນວຽກງານພາຍໃນຂອງຍີ່ປຸ່ນ. ຫວັງວ່າຍີ່ປຸ່ນ ຈະສາມາດປະຕິບັດຕາມຫລັກການ ແລະ ຄວາມເຫັນທີ່ເປັນເອກະພາບກັນທຸກປະການໃນເອກະສານການເມືອງ 4 ສະບັບລະຫວ່າງ ສປ ຈີນ-ຍີ່ປຸ່ນ, ປະຕິບັດຕາມຄຳໝັ້ນສັນຍາດ້ານການເມືອງ ຂອງຕົນກ່ຽວກັບບັນຫາປະຫວັດສາດ, ບັນຫາໄຕ້ຫວັນ ແລະ ບັນຫາສຳຄັນອື່ນໆ, ປະຕິບັດນະໂຍບາຍຕໍ່ ສປ ຈີນ ທີ່ສ້າງສັນ ແລະ ມີເຫດຜົນ ພ້ອມທັງຊຸກຍູ້ໃຫ້ການພົວພັນຍຸດທະສາດ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ລະຫວ່າງ ສປ ຈີນ-ຍີ່ປຸ່ນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງແທ້ຈິງ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ