Tuesday, October 7, 2025
Homeສຶກສາໂຮງຮຽນຫລາຍແຫ່ງໃນຂອບເຂດທົ່ວປະເທດ ສະຫລອງວັນຄູແຫ່ງຊາດ ຄົບຮອບ 31 ປີ

ໂຮງຮຽນຫລາຍແຫ່ງໃນຂອບເຂດທົ່ວປະເທດ ສະຫລອງວັນຄູແຫ່ງຊາດ ຄົບຮອບ 31 ປີ

ໃນວັນທີ 6 ຕຸລາ 2025 ນີ້, ໂຮງຮຽນຫລາຍແຫ່ງໃນຂອບເຂດທົ່ວປະເທດ ຈັດພິທີສະເຫລີມສະຫລອງ ວັນຄູແຫ່ງຊາດລາວ ຄົບຮອບ 31 ປີ (7 ຕຸລາ 1994-7 ຕຸລາ 2025) ດ້ວຍການຈັດຫລາຍກິດຈະກໍາ ເປັນຕົ້ນ ຈັດປາຖະກະຖາ, ອ່ານບົດກອນອວຍພອນຄູ, ສະແດງສິລະປະຂອງນັກຮຽນ ແລະ ການໄຫວ້ຄູຂອງນັກຮຽນດ້ວຍບັນຍາກາດເບີກບານມ່ວນຊື່ນ. ທັງນີ້ ກໍເພື່ອລະນຶກເຖິງຄຸນງາມຄວາມດີຂອງນາຍຄູຄໍາ, ທັງເປັນການສະແດງຄວາມຮູ້ບຸນຄຸນຕໍ່ຄູ ຜູ້ທີ່ເຄີຍສິດສອນໃນໄລຍະຜ່ານມາ ແລະ ພວມສິດສອນລູກຫລານໃນປັດຈຸບັນ, ທັງເປັນການເຊີດຊູກຽດສັກສີຖານະບົດບາດຂອງຄູໃນສັງຄົມໃຫ້ສູງຂຶ້ນ ຊຶ່ງພັກ-ລັດຖະບານແຫ່ງ ສປປ ລາວ ໄດ້ກໍານົດເອົາວັນເຂົ້າຮັບລັດຖະການຂອງນາຍຄູຄໍາ ຊຶ່ງແມ່ນຄູຜູ້ມີສັນຊາດລາວຄົນທໍາອິດ ໃນປີ 1907 ແລະ ຈັດຕັ້ງສະເຫລີມສະຫລອງນັບແຕ່ວັນທີ 7 ຕຸລາ 1994 ເປັນຕົ້ນມາ.

ສະເພາະ ຢູ່ໂຮງຮຽນສາມັນພອນສະຫວັນແຫ່ງຊາດ ກໍໄດ້ຈັດຈັດພິທີສະເຫລີມສະຫລອງ ວັນຄູແຫ່ງຊາດ ລາວ ຄົບຮອບ 31 ປີ ໂດຍ ທ່ານ ແກ້ວສິດທິພອນ ຈັນທະລາ ຜູ້ອຳນວຍການໂຮງຮຽນສາມັນພອນສະຫວັນແຫ່ງຊາດ ໄດ້ກ່າວວ່າ: ວັນທີ 7 ຕຸລາ ວັນຄູແຫ່ງຊາດລາວ, ມວນມະນຸດໄດ້ດຳເນີນການພັດທະນາຕົນເອງ ໃຫ້ມີຄວາມກ້າວໜ້າຢ່າງບໍ່ຢຸດຢັ້ງ ອັນໄດ້ເຮັດໃຫ້ສັງຄົມມະນຸດ ມີການປ່ຽນຈາກລະບອບນີ້ໄປສູ່ລະບອບສັງຄົມອື່ນ. ໃນຂະບວນວິວັດພັດທະນາການດັ່ງກ່າວ, ຄູໄດ້ມີບົດ ບາດປະກອບສ່ວນອັນສຳ ຄັນ ທີ່ບໍ່ມີໃຜ ແລະ ຊັ້ນຄົນໃດຈະປະຕິເສດໄດ້. ຄຳວ່າຄູ ແມ່ນຄຳເວົ້າທີ່ສືບທອດກັນຫລາຍເຊັ່ນຄົນມາແລ້ວ, ຄູໝາຍເຖິງຄົນທີ່ມີຄວາມຮູ້ ແລະ ປະສົບການ ຊຶ່ງຜູ້ນັ້ນສາມາດໄປຖ່າຍທອດຄວາມຮູ້ ແລະ ປະສົບການນັ້ນໄປສູ່ຜູ້ອື່ນໆ, ຮູບການຖ່າຍທອດຄວາມຮູ້ຈາກຜູ້ຮູ້ ໄປສູ່ຜູ້ບໍ່ຮູ້ ເອີ້ນວ່າ: ການສອນ ແລະ ການຮຽນ.

ພັກ-ລັດຖະບານ ໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານການສຶກສາ ແລະ ຖືເອົາຄູສອນເປັນກົກ ໃນການຍົກສູງຄຸນນະພາບຂອງການສຶກສາ, ຄູໄດ້ມີບົດບາດສໍາຄັນ ໃນການສ້າງອະນາ ຄົດໃຫ້ຄົນແຕ່ລະຮຸ່ນ ແລະ ໃນພາລະກິດສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ ຈົນຖືກສັງຄົມຂະໜານນາມວ່າ ຄູ ຄືແມ່ພິມຂອງຊາດ, ຄູແມ່ນວິສາວະກອນແຫ່ງດວງວິນຍານ, ຄູແມ່ນຜູ້ທີ່ມີຄວາມຮູ້ ມີປະສົບການທີ່ສາມາດຖ່າຍທອດໃຫ້ຄົນອື່ນ, ຄູຄືຜູ້ນໍາພາການປ່ຽນແປງໃໝ່.

ວັນທີ 7 ຕຸລາ ເປັນວັນຄູແຫ່ງຊາດ ເປັນວັນປະຫວັດສາດວັນໜຶ່ງຂອງປະຊາຊົນບັນດາເຜົ່າ ກໍຄື ຄູ-ອາຈານ ທີ່ມີພັນທະສິດສອນ ເພື່ອສ້າງພາລະກິດໃນປະຫວັດສາດ ທຸກຍຸກສະໄໝ ໃຫ້ກາຍເປັນຊັບພະຍາກອນທີ່ດີ ແລະ ເປັນທຶນຮອນອັນປະເສີດຂອງຊາດ, ວັນທີ 7 ຕຸລາ ໄດ້ຖືເອົາວັນທີ່ນາຍຄູຄໍາ ໄດ້ເຂົ້າເປັນນາຍຄູ ແລະ ເປັນຄູຜູ້ທໍາອິດຂອງຄົນລາວ ພາຍຫລັງໄດ້ຝຶກອົບຮົມເປັນຄູເລັ່ງລັດ ສໍາລັບຜູ້ທີ່ໄດ້ຮຽນຈົບຂັ້ນປະຖົມສຶກສາ ແລະ ນາຍແປພາສາຝຣັ່ງ ໃນວັນທີ 7 ຕຸລາ 1907 ເພາະສະນັ້ນ ຈຶ່ງໄດ້ຖືເອົາວັນທີ 7 ຕຸລາເປັນວັນຄູແຫ່ງຊາດ ໃນ ສປປ ລາວ ເພື່ອເປັນການຍ້ອງຍໍສັນລະເສີນ ຜົນງານຂອງພະນັກງານ, ຄູ-ອາຈານ ແລະ ບຸກຄົນທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນພາລະກິດ ຂອງວຽກງານການບໍລິຫານການສຶກສາ ແລະ ການພັດທະນາບຸກຄະລາກອນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments