ການແຂ່ງຂັນຊ່ວງເຮືອ ໃນງານບຸນອອກພັນສາປະວໍລະນາ ປະຈຳປີ 2025 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈະເປີດສາກຂຶ້ນໃນວັນທີ 8 ຕຸລາ 2025 ນີ້ ຊຶ່ງມີການຊີງໄຊພຽງແຕ່ 3 ລາຍການ ຊຶ່ງປະຈຸບັນ ມີເຮືອແຈ້ງເຈດຈຳນົງເຂົ້າຮ່ວມແຂ່ງຂັນ: ເຮືອປະເພນີຊາຍ 55 ສີພາຍເຂົ້າຮ່ວມ 5 ລຳ, ເຮືອປະເພນີຍິງ 55 ສີພາຍ ມີ 3 ລໍາ ແລະ ເຮືອສູດຊາຍ 55 ສີພາຍ ມີ 4 ລໍາ.
ງານບຸນອອກພັນສາ-ຊ່ວງເຮືອປະເພນີ ເປັນງານບຸນໜຶ່ງທີ່ມີຄວາມໝາຍ, ສຳຄັນຫຼາຍ ທັງເປັນບຸນປະເພນີ ນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ ເຊິ່ງຈັດຂຶ້ນໃນທຸກໆປີ, ເມື່ອຮອດ ມື້ເພັງ 15 ຄໍ່າ ເດືອນ 11 ເປັນມື້ອອກພັນສາປະວໍຣະນາ ມື້ຕໍ່ມາກໍມີ ບຸນຊວງເຮືອປະເພນີ ຈັດຂຶ້ນຢູ່ແຕ່ລະເຂດແຂວງຕາມຄວາມ ເໝາະສົມຄວບຄູ່ກັນໄປໃນແຕ່ລະປີ.
ບຸນປະເພນີດັ່ງກ່າວ, ຍັງມີປະຫວັດຄວາມເປັນມາອັນຍາວນານ ຊຶ່ງການແຂ່ງຂັນຊ່ວງເຮືອ ໃນມື້ບຸນອອກພັນ ເປັນກິລາທາງໜ້ານ້ຳປະເພດໜຶ່ງ ຈັດຂຶ້ນເພື່ອເປັນການສ້າງໂອກາດໃຫ້ປະຊາຊົນ ໄດ້ມາພົບປະເພື່ອນມິດສະຫາຍ, ຍາດຕິພີ່ນ້ອງທີ່ມາຈາກທົ່ວສາລະທິດ, ໄດ້ມາພັກຜ່ອນຢ່ອນໃຈ ພາຍຫຼັງທີ່ທຳການຜະລິດໃນລະດູຝົນຕະຫຼອດຫຼາຍເດືອນຜ່ານມາ, ທັງເປັນໂອກາດ ອັນດີໃຫ້ປະຊາຊົນລາວບັນດາເຜົ່າ ໄດ້ເຕົ້າໂຮມຄວາມສາມັກຄີ ເຊິ່ງກັນ ແລະ ກັນ.