Monday, October 6, 2025
Homeບຸນປະເພນີບຸນອອກພັນສາປະວໍຣະນາ ປະເພນີຂອງຊາວພຸດ

ບຸນອອກພັນສາປະວໍຣະນາ ປະເພນີຂອງຊາວພຸດ

ເມື່ອຮອດເດືອນ 11 ລາວຂອງທຸກໆປີ ແມ່ນງານບຸນອອກພັນສາປະວໍຣະນາ ຊຶ່ງເປັນໜຶ່ງງານບຸນປະເພນີຂອງຊາວພຸດທີ່ມີຄວາມໝາຍ-ສຳຄັນຫຼາຍທາງພຸດທະສາສະໜາ ທັງເປັນບຸນໃນຮີດ 12 ຄອງ 14 ປະເພນີລາວ, ປີນີ້ແມ່ນກົງກັບວັນທີ 7 ຕຸລາ 2025 (ມື້ຂຶ້ນ 15 ຄໍ່າເດືອນ 11 ລາວ ພສ 2568) ແລະ ຍັງເປັນປະເພນີທີ່ສືບທອດກັນມາຮອດປັດຈຸບັນ. ກ່ອນຮອດວັນດັ່ງກ່າວ, ຊາວພຸດທະສາສະນິກະຊົນກໍໄດ້ຫ້າງຫາກະກຽມເຂົ້າຕົ້ມ, ເຂົ້າໜົມ, ຂອງຫວານ, ຂອງຄາວເພື່ອນຳໄປທຳບຸນຖວາຍໃຫ້ພະສົງ-ສາມະເນນຢູ່ໃນວັດວາອາຮາມຕ່າງໆ ເພື່ອເປັນສີລິມຸງຄຸນໃຫ້ແກ່ຕົນເອງ ແລະ ຄອບຄົວໃຫ້ມີຄວາມຢູ່ເຢັນເປັນສຸກ ແລະ ອື່ນໆ.

ກ່ຽວກັບປະຫວັດຄວາມເປັນມາ ແລະ ຄວາມໝາຍ-ຄວາມສຳຄັນຂອງບຸນອອກພັນສາໃຫ້ຮູ້ວ່າ: ໃນວັນບຸນອອກພັນສາ ຫຼື ວັນມະຫາປະວໍຣະນາ ເປັນວັນທີ່ສໍາຄັນອີກວັນໜຶ່ງທາງພຸດທະສາສະໜາ ໂດຍເປັນວັນສິ້ນສຸດຂອງການຈໍາພັນສາຖ້ວນໄຕຣມາດໃນໄລຍະ 3 ເດືອນ (ຢູ່ວັດໃດໜຶ່ງ) ຂອງພຣະສົງສາມະເນນ ໂດຍສະເພາະພະພິກຂຸສົງ, ໃນວັນນີ້ເອງ ເປັນວັນທີ່ພະສົງຈະໄດ້ທໍາສັງຄະກໍາ ຄືການປະວໍຣະນາອອກພັນສາຂຶ້ນ 15 ຄໍ່າ ເດືອນ 11 ຂອງທຸກໆປີ ແລະ ຖືວ່າເປັນການປະຕິບັດຕາມພະວິໄນຂອງພະພິກຂຸສົງ ທີ່ເປັນຍັດຕິກໍາວາຈາ (ສັງຄະກໍາ) ປະເພດໜຶ່ງໂດຍໃຫ້ໂອກາດພຣະສົງທີ່ຈໍາພັນສາຢູ່ຮ່ວມກັນຖ້ວນໄຕຣມາດ (3 ເດືອນ) ສາມາດກ່າວຕັກເຕືອນ, ຖາມເຖິງຂໍ້ສົງໄສ ແລະ ຊີ້ບອກຂໍ້ບົກຜ່ອງດ້ວຍຈິດທີ່ປາຖະນາດີຊຶ່ງກັນ ແລະ ກັນໄດ້ ໂດຍຄວາມສະເໝີພາບເພື່ອໃຫ້ພະພິກຂຸຮູ້ຂໍ້ບົກຜ່ອງຂອງຕົນ ແລະ ນໍາໄປແກ້ໄຂ, ປັບປຸງຕົວໃຫ້ດີຍິ່ງຂຶ້ນໄປ ແລະ ໃນພະໄຕຣປີດົກກ່າວໄວ້ວ່າ: ວັນອອກພັນສາຂຶ້ນ 15 ຄໍ່າເດືອນ 11 ນີ້ ເປັນວັນທີ່ພະສໍາມາສໍາພຸດທະເຈົ້າສະເດັດລົງມາຈາກສະຫວັນສູ່ໂລກມະນຸດ ຫຼັງຈາກທີ່ພະອົງໄດ້ໄປຈໍາພັນສາເປັນເວລາ 3 ເດືອນເພື່ອເທສະນາໂປດພຸດທະມານດາທີ່ຢູ່ສະຫວັນຊັ້ນດຸສິດ ແລະ ໃນວັນນີ້ເອງທີ່ເຮົາເອີ້ນອີກຢ່າງໜຶ່ງວ່າ: ວັນພະພຸດທະເຈົ້າເປີດໂລກ ເນື່ອງຈາກຂະນະທີ່ພະພຸດທະອົງສະເດັດລົງຈາກສະຫວັນມາສູ່ໂລກມະນຸດດ້ວຍຂັ້ນໄດທິບທີ່ພະອິນເນຣະມິດຖວາຍບູຊາສະເດັດຈາກສະຫວັນລົງສູ່ປະຕູເມືອງສັງກັດສະນະດອນ ຊຶ່ງມີພຸດທະສາສະນິກະຊົນມາລໍຕ້ອນຮັບ ແລະ ຖວາຍບິນທະບາດທີ່ເຮົາເອີ້ນວ່າ: ການຕັກບາດເທໂວ (ເທໂວໂຣຫະນະ) ຢ່າງຫຼວງຫຼາຍ ແລະ ໃນວັນຂຶ້ນ 15 ຄໍ່າ ເດືອນ 11 ຫາວັນແຮມ 1 ຄໍ່າເດືອນ 11 ເປັນວັນທີ່ໂລກທັງສາມຄື: ໂລກສະຫວັນ, ໂລກມະນຸດ ແລະ ໂລກນະຣົກຕ່າງກໍສາມາດເຫັນກັນໄດ້.

ວັນບຸນອອກພັນສາປະວໍຣະນາ ທຸກໆວັດກໍຈະມີກິດຈະກຳທາງສາສະໜາຫຼາຍຢ່າງທີ່ເປັນສິຣິມຸງຄຸນໃຫ້ແກ່ຊີວິດການເປັນຢູ່ ກໍຄືປະເທດຊາດບ້ານເມືອງ ເປັນຕົ້ນຈະມີພິທີໃສ່ບາດຖວາຍທານແດ່ພະສົງສາມະເນນພາຍໃນວັດ, ຟັງທໍາມະເທສະນາ, ຟັງຄວາມເປັນມາຂອງວັນບຸນອອກພັນສາ. ໃນຕອນແລງກໍຈະມີການໄຫວ້ພະສູດມົນຈະເລີນສະມາທິພາວະນາປະຕິບັດທໍາບູຊາພະຣັດຕະນະໄຕຣ, ຟັງທຳມະເທສະນາ, ຫຼັກທໍາທີ່ເຮັດໃຫ້ສໍາເລັດດັ່ງ ຄວາມປາຖະນາທຸກປະການ ແລະ ທຳປະທັກຂິນ, ມີວຽນທຽນອ້ອມພັດທະສີມາເພື່ອລະນຶກເຖິງ ແລະ ບູຊາຄຸນພະສັມມາສໍາພຸດທະເຈົ້າ. ໃນນັ້ນ, ພາຍໃນວັດຈະມີການໄຕ້ໂຄມໄຟຕັ້ງ, ໂຄມໄຟເພື່ອໃຫ້ອອກຕົນຍາດໂຍມສາມາດມາຮ່ວມທຳບຸນ ແລະ ຮ່ວມຖ່າຍພາບ, ເກັບພາບງາມໆໄວ້ເປັນທີ່ລະນຶກ.

ໃນວັນອອກພັນສານີ້, ສໍາລັບຊາວພຸດທະສາສະນິກະຊົນ ຄວນພາກັນຕັ້ງຕົນໃຫ້ຢູ່ໃນສິນລະທໍາ ເພື່ອເປັນການປະຕິບັດບູຊາແດ່ພະພຸດທະເຈົ້າ ໂດຍການລະເວັ້ນຈາກຄວາມຊົ່ວ ແລ້ວກະທໍາຄວາມດີ ຄືການຮັກສາສິນ 5 ເປັນຕົ້ນ. ນອກນີ້, ກິດຈະກໍາທີ່ຊາວພຸດປະຕິບັດໃນວັນສໍາຄັນດັ່ງກ່າວຄື: ການເຮັດບຸນໃສ່ບາດ, ຖວາຍທານ, ອຸທິດສ່ວນບຸນກຸສົນໃຫ້ແກ່ຍາດຕິພີ່ນ້ອງທີ່ໄດ້ລ່ວງລັບດັບຂັນໄປ, ໄຫວ້ພະສູດມົນຈະເລີນສະມາທິພາວະນາ ແລະ ທໍາປະທັກຂິນ, ວຽນທຽນບູຊາພະຣັດຕະນະໄຕຣຕາມວັດຕ່າງໆທີ່ໃກ້ບ້ານຕົນ ຫຼື ທ່ານສາມາດເຮັດຢູ່ເຮືອນກໍໄດ້, ຢ່າລືມໄປຮ່ວມກິດຈະກໍາຕັກບາດເທໂວຢູ່ຕາມວັດວາອາຮາມຕ່າງໆ (ສ່ວນຫຼາຍກິດຈະກໍານີ້ຈະເລີ່ມເຮັດເວລາ 3:00 ໂມງເຊົ້າຂອງມື້ແຮມ 1 ຄໍ່າເດືອນ 11) ແລະ ຍັງມີການປັດກວາດເຮືອນຊານ ຫຼື ເດີ່ນວັດ, ທໍາຄວາມສະອາດຫ້ອງນໍ້າວັດຕ່າງໆ ປຽບເໝືອນການສະລ້າງ, ປັດກວາດສິ່ງທີ່ບໍ່ດີ, ອຸປະສັກບັນຫາອອກຈາກຈິດໃຈ ແລະ ຊີວິດຂອງຕົນເພື່ອຊີວິດທີ່ດີຍິ່ງໆຂຶ້ນໄປ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments