Monday, October 6, 2025
Homeຂ່າວພາຍໃນກຽມຄວາມພ້ອມ ເປີດການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ກຽມຄວາມພ້ອມ ເປີດການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ວັນທີ 5 ຕຸລາ 2025 ນີ້, ຢູ່ ສະໜາມເຝິກຊ້ອມກອບກູໄພພິບັດອ່າງນໍ້າຫຸມ ແຕ່ລະພາກສ່ວນໄດ້ນຳເອົາອຸປະກອນ ແລະ ພາຫະນະຕ່າງໆ ເຂົ້າສູ່ພາກສະໜາມເພື່ອກຽມຄວາມພ້ອມໃຫ້ແກ່ພິທີເປີດການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ກຳປູເຈຍ-ລາວ-ຫວຽດນາມ.

ພາຍໃນພື້ນທີ່ເຝິກຊ້ອມ ບັນດາໜ່ວຍງານໄດ້ຈັດຕັ້ງຂະບວນການປະຕິບັດຕາມແຜນຢ່າງມີລະບຽບ ພ້ອມດ້ວຍອຸປະກອນທັນສະໄໝ ແລະ ພະນັກງານທີ່ຜ່ານການເຝິກອົບຮົມຜ່ານມາ, ພ້ອມໃຈກັນຮ່ວມມືຢ່າງໃກ້ຊິດລະຫວ່າງກຳລັງທັງ 3 ກອງທັບ ລາວ-ຫວຽດນາມ-ກໍາປູເຈຍ. ໄດ້ສຸມໃສ່ປະດັບປະດາຜາມໄຊ, ປະໂຕໂຂງທາງເຂົ້າພາກສະໜາມ, ແຕ່ລະເສັ້ນທາງໄດ້ຕິດທຸງປິວ ເພື່ອຄວາມຈົບງາມ.

ໂດຍ: ສຸເວດ ສີດາຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments