ໃນໂອກາດເຂົ້າຮ່ວມກອງປະຊຸມປະຈໍາປີ ຂອງ ລັດພາຄີ ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຄັ້ງທີ 13 ໃນວັນທີ 19 ກັນຍາ 2025, ຢູ່ສໍານັກງານອົງການສະຫະປະຊາຊາດ ທີ່ນະຄອນເຊີເເນວ ປະເທດສະວິດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມພິທີມອບ-ຮັບ ໜ້າທີ່ການເປັນປະທານ ແລະ ເຈົ້າພາບຈັດກອງປະຊຸມທົບທວນຄືນຮອບວຽນທີ 3 ຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຢ່າງເປັນທາງການ ຈະຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນປີໜ້າ.

ສປປ ລາວ ເປັນໜຶ່ງໃນປະເທດທຳອິດຢູ່ໃນໂລກທີ່ໄດ້ລົງນາມ ແລະ ໃຫ້ສັດຕະຍາບັນແກ່ສົນທິສັນຍາດັ່ງກ່າວ ໃນປີ 2010, ການເປັນເຈົ້າພາບຈັດກອງປະຊຸມສາກົນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຍິ່ງ ເນື່ອງຈາກ ສປປ ລາວ ເປັນໜຶ່ງໃນບັນດາປະເທດທີ່ນໍາພາຂະບວນການສ້າງ ແລະ ຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ມີເປົ້າໝາຍເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງໃນປາງສົງຄາມ ຍັງສືບຕໍ່ເປັນໄພຂົ່ມຂູ່ຕໍ່ການດໍາລົງຊີວິດ ແລະ ກີດຂວາງການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ສໍາລັບ ສປປ ລາວ ຖືເປັນຄັ້ງທີ 2 ທີ່ໄດ້ຮັບໜ້າທີ່ເປັນປະທານຈັດກອງປະຊຸມສາກົນດັ່ງກ່າວ ຜ່ານມາ ລາວ ເຄີຍໄດ້ຮັບກຽດເປັນເຈົ້າພາບ ແລະ ເປັນປະທານຈັດກອງປະຊຸມລັດພາຄີຂອງສົນທິສັນຍາຄັ້ງທໍາອິດ ໃນປີ 2010 ຢູ່ນະຄອນຫຼວງວຽງຈັນ.

ໃນໂອກາດນີ້, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຢືນຢັນຄືນເຖິງ ຄວາມໝາຍໝັ້ນອັນສະເໝີຕົ້ນສະເໝີປາຍຂອງລັດຖະບານລາວ ເພື່ອຈັດຕັ້ງປະຕິບັດສົນທິສັນຍາສາກົນ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ, ໃນຖານະເປັນໜຶ່ງໃນປະເທດທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ຢູ່ໃນໂລກ ເພາະມີລະເບີດຫຼາຍກວ່າ 2 ລ້ານໂຕນ ຖືກຖິ້ມລົງໃສ່ຜືນແຜ່ນດິນລາວໃນປາງສົງຄາມອິນດູຈີນ. ໃນນັ້ນ, ມີລະເບີດລູກຫວ່ານ ຫຼືໂບມບີ ຫຼາຍກວ່າ 270 ລ້ານໜ່ວຍ ແລະ ຄາດວ່າມີປະມານ 80 ລ້ານໜ່ວຍ ຍັງບໍ່ທັນແຕກ ແລະ ຕົກຄ້າງຢູ່ໃນດິນລາວ. ລັດຖະມົນຕີກະຊວງການຕ່າງປະເທດ ຍັງຍົກໃຫ້ເຫັນຕື່ມວ່າ: ເປັນເວລາຫຼາຍກວ່າ 5 ທົດສະວັດ ພາຍຫຄັງສົງຄາມສິ້ນສຸດລົງ ລະເບີດທີ່ຕົກຄ້າງໃນປາງສົງຄາມ ໄດ້ສືບຕໍ່ທໍາລາຍ ແລະ ສ້າງຜົນກະທົບຕໍ່ຊິວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະເດັກນ້ອຍແມ່ນໄດ້ຮັບເຄາະຮ້າຍຫຼາຍກວ່າໝູ່. ລະເບີດບໍ່ທັນແຕກ ຍັງສືບຕໍ່ເປັນອຸປະສັກກີດຂວາງການພັດທະນາດ້ານຕ່າງໆຂອງລາວ. ການຮັບໜ້າທີ່ເປັນປະທານ ແລະ ເຈົ້າພາບຈັດກອງປະຊຸມທົບທວນຮອບວຽນທີ 3 ໃນປີໜ້າ ບໍ່ພຽງແຕ່ເປັນການເພີ່ມທະວີບົດບາດຂອງລາວ ໃນເວທີສາກົນເທົ່ານັ້ນ, ຍັງເປັນການປະຕິບັດພັນທະສາກົນອັນທີ່ມີຄວາມໝາຍຍິ່ງ ຕິດພັນຢ່າງໃກ້ຊິດກັບປະຫວັດສາດ ແລະ ຄວາມໝາຍໝັ້ນອັນແຮງກ້າຂອງລາວ, ທັງເປັນໜຶ່ງໃນຄວາມພາກພູມໃຈ ທີ່ ສປປ ລາວ ໄດ້ຮັບມອບໝາຍໜ້າທີ່ສໍາຄັນຈາກວົງຄະນາຍາດສາກົນ ເພື່ອຊຸກຍູ້ການຮ່ວມມືສາກົນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ໃນການຈັດຕັ້ງປະຕິບັດພັນທະພາຍໃຕ້ສົນທິສັນຍາດັ່ງກ່າວ. ລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຢ່າງຈິງໃຈຕໍ່ການນຳພາຂອງ ຟິລິປິນ, ປະທານກອງປະຊຸມລັດພາຄີ ຄັ້ງທີ 13 ໃນປີນີ້ ທີ່ປະຕິບັດໜ້າທີ່ໄດ້ຢ່າງດີເລີດ.

ການຖືກມອບໝາຍໃຫ້ເປັນປະທານກອງປະຊຸມທົບທວນຄືນ ການປະຕິບັດສົນທິສັນຍາສາກົນວ່າດ້ວຍ ລະເບີດລູກຫວ່ານຄັ້ງນີ້ ໄດ້ຢັ້ງຢືນໃຫ່ເຫັນເຖິງຄວາມໝາຍໝັ້ນອັນສະເໝີຕົ້ນສະເໝີປາຍຂອງ ລາວ ຕໍ່ວຽກງານສໍາຫຼວດ ແລະ ເກັບກູ້ລະເບີດລູກຫວ່ານ ຊຶ່ງແມ່ນວຽກງານເພື່ອມະນຸດສະທຳຂອງສາກົນ. ນອກນັ້ນ, ສປປ ລາວ ຍັງໃຫ້ຄວາມສໍາຄັນຕໍ່ວຽກງານໂຄສະນາຄວາມສ່ຽງຈາກລະເບີດບໍ່ທັນແຕກ(ລບຕ), ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບ ແລະ ການຫັນປ່ຽນຈາກ “ການເປັນຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກ” ມາເປັນ “ຜູ້ມີບົດບາດນໍາພາໃນລະດັບໂລກໃນການແກ້ໄຂບັນຫາ ລບຕ”. ລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ຖືໂອກາດນີ້ ເຊື້ອເຊີນບັນດາປະເທດສະມາຊິກ, ຄູ່ຮ່ວມພັດທະນາ, ອົງການ ສປຊ, ອົງການຈັດຕັ້ງສາກົນ ແລະ ທຸກພາກສ່ວນກ່ຽວຂ້ອງ ສືບຕໍ່ໃຫ້ການສະໜັບສະໜູນລາວ ໃນການເປັນເຈົ້າພາບຈັດກອງປະຊຸມສາກົນດັ່ງກ່າວ, ລວມທັງຊຸກຍູ້ການສືບຕໍ່ຈັດຕັ້ງປະຕິບັດພັນທະ ພາຍໃຕ້ສົນທິສັນຍາໃຫ້ມີຄວາມຄືບໜ້າ ແລະ ມີໝາກຜົນທີ່ເປັນຮູບປະທໍາ ແລະ ເຂົ້າຮ່ວມກອງປະຊຸມທົບທວນຄັ້ງທີ3 ຢູ່ນະຄອນຫຼວງວຽງຈັນ ໃນປີໜ້າ ພາຍໃຕ້ຫົວຂໍ້ “ຊຸກຍູ້ຄວາມຄືບຫນ້າໃນການຈັດຕັ້ງປະຕິບັດສົນທິສັນຍາ ເພື່ອສ້າງໃຫ້ໂລກນີ້ປັດສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ” (Accelerating Progress Towards a World Free from the Threat of Cluster Munitions)”.
ຂ່າວ-ພາບ: ກຕທ