Tuesday, September 23, 2025
Homeຂ່າວຕ່າງປະເທດງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 22 ໄດ້ລົງນາມ 155 ໂຄງການ

ງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 22 ໄດ້ລົງນາມ 155 ໂຄງການ

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ວັນທີ 18 ກັນຍານີ້, ພິທີລົງນາມໃນງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 22 ໄດ້ຈັດຂຶ້ນຢູ່ນະຄອນໜານໜິງ ເຂດກວາງຊີຈີນ. 155 ໂຄງການໄດ້ຮັບການລົງນາມຢູ່ໃນງານ, ໃນນັ້ນມີ 94 ໂຄງການອຸດສາຫະກຳ, 44 ໂຄງການ “AI+” ທີ່ໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາຂະແໜງການຕ່າງໆ, ແລະ 17 ໂຄງການເສດຖະກິດການຄ້າສາກົນ. ພິທີລົງນາມໃນປີນີ້ໄດ້ສຸມໃສ່ຫົວຂໍ້ “AI ເປັນເຈົ້າການນຳໜ້າ, ມີວິສາຫະກິດເປັນອົງປະກອບຕົ້ນຕໍ”. ເຊິ່ງໄດ້ສຸມໃສ່ກໍ່ສ້າງການຮ່ວມມື AI ສາກົນ ມຸ່ງໄປເຖິງ ອາຊຽນ ແລະ ສ້າງຕັ້ງລະບົບຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງຂ້າມພາກພື້ນ ແລະ ຂ້າມຊາຍແດນ,ອອກແຮງຊຸກຍູ້ການລົງນາມໃນໂຄງການຮ່ວມມືສຳຄັນຫລາຍດ້ານ.

ຕາມຂ່າວແຈ້ງວ່າ: 44 ໂຄງການ “AI+” ໄດ້ກ່ຽວພັນເຖິງຫລາຍຂະແໜງການເຊັ່ນ: ການປຸງແຕ່ງ, ການບໍລິການ, ກະສິກຳ, ການທ່ອງທ່ຽວວັດທະນະທຳ, ເພື່ອເພີ່ມພະລັງ AI ເຂົ້າໃນການຮ່ວມມື ຈີນ-ອາຊຽນ. ໂຄງການຮ່ວມມືດ້ານເສດຖະກິດການຄ້າສາກົນ ທີ່ໄດ້ລົງນາມ ໃນຄັ້ງນີ້ມີ 6 ປະເທດອາຊຽນ ຄື: ລາວ, ຫວຽດນາມ, ມາເລເຊຍ, ມຽນມາ, ກຳປູເຈຍ ແລະ ອິນໂດເນເຊຍ. ໃນນັ້ນລວມທັງໂຄງການກໍ່ສ້າງແລະດຳເນີນງານຂອງສູນຮ່ວມມືປະດິດສ້າງປັນຍາປະດິດ ຈີນ-ອາຊຽນ ຢູ່ລາວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments