ວິທະຍຸກະຈາຍສຽງຫວຽດນາມ, ສະພາແຫ່ງຊາດຫວຽດນາມ ສືບຕໍ່ຮຽງບ່າ ຮຽງໄຫລ່ກັບ AIPA ເພື່ອຫັນວິໄສທັດ ແລະ ຄວາມຄາດ ຫວັງຂອງ ອາຊຽນ ໃຫ້ປະກົດຜົນເປັນຈິງ”. ນີ້ແມ່ນສານທີ່ ທ່ານ ເຈິ່ນແທັງ ເໝີ້ນ ປະທານສະພາແຫ່ງຊາດ ຫວຽດນາມ ເນັ້ນໜັກ ໃນບົດກ່າວປາໄສ ໃນວັນທີ 18 ກັນຍາ ຢູ່ກອງປະຊຸມສະມັດຊາໃຫຍ່ລັດຖະສະພາ ລະຫວ່າງ ຊາດ ອາຊຽນ(AIPA) ຄັ້ງທີ 46, ເຊິ່ງພວມດຳເນີນຢູ່ກົວລາລຳເປີ ຂອງມາເລເຊຍ. ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ຊີ້ແຈ້ງວ່າດ້ວຍຫົວຂໍ້ “ກວມລວມ ແລະ ຍືນຍົງ”, ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາ ສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ. ໃນສະພາບການພາກພື້ນ, ທົ່ວໂລກມີການຜັນແປຢ່າງວ່ອງໄວ, ສັບສົນ, ເພື່ອສືບຕໍ່ເສີມຂະຫຍາຍບົດບາດ, ທ່າແຮງພິເສດ ຂອງການທູດລັດຖະສະພາ. ພ້ອມທັງ ສະເໜີວ່າ: “AIPA ຕ້ອງສຸມໃສ່ ໃຫ້ບຸລິມະສິດ ຊຸກຍູ້ການຮ່ວມມືຢູ່ພາກພື້ນໃຫ້ມີປະສິດທິຜົນກວ່າເກົ່າ. AIPA ຕ້ອງເສີມ ຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ສັງຄົມທຸກຊັ້ນ, ບັນດາເຈົ້າກຳເຂົ້າຮ່ວມ, ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການຜັນຂະຫຍາຍວິໄສທັດ ອາຊຽນ 2045. AIPA ຕ້ອງນຳໜ້າໃນການສ້າງລະບອບລະບຽບການ, ນະ ໂຍບາຍເພື່ອນຳບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງພາກພື້ນເຂົ້າໃນການຜັນຂະຫຍາຍ, ໂດຍສະເພາະແມ່ນໃນການພັດທະນາ ວິທະຍາສາດ, ນະວັດຕະກຳ, ການຫັນເປັນດີຈີຕອນ”.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ