Thursday, September 18, 2025
Homeຂ່າວໜ້າໜຶ່ງມອບ-ຮັບເຂົ້າສານ ຈາກຄັງແຮເຂົ້າສຸກເສີນອາຊຽນ+3 ຊ່ວຍຜູ້ປະສົບໄພພິບັດ ຢູ່ລາວ

ມອບ-ຮັບເຂົ້າສານ ຈາກຄັງແຮເຂົ້າສຸກເສີນອາຊຽນ+3 ຊ່ວຍຜູ້ປະສົບໄພພິບັດ ຢູ່ລາວ

ພິທີມອບ-ຮັບ ເຂົ້າສານຈາກຄັງແຮເຂົ້າສຸກເສີນອາຊຽນ+3 ປະຈໍາປີ 2024 ຈໍານວນ 1.050 ໂຕນ ມາປະຕິບັດໃນປີ 2025 ໃຫ້ຜູ້ປະສົບໄພພິບັດ ຢູ່ ສປປ ລາວ ຈັດຂຶ້ນໃນວັນທີ 16 ກັນຍາ 2025 ທີ່ນະຄອນຫລວງວຽງຈັນ ເພື່ອນໍາໄປແຈກຢາຍ ໃຫ້ຜູ້ປະສົບໄພພິບັດ ຢູ່ ສປປ ລາວ ໂດຍຈະຈັດສົ່ງໄປຊ່ວຍເຫລືອໃຫ້ແກ່ປະຊາຊົນທີ່ປະສົບໄພພິບັດນໍ້າຖ້ວມ ຢູ່ 12 ແຂວງຄື: ຜົ້ງສາລີ, ບໍ່ແກ້ວ, ຫລວງພະບາງ, ໄຊຍະບູລີ, ຊຽງຂວາງ, ຫົວພັນ, ວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ ແລະ ແຂວງສາລະວັນ.

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ກ່າວວ່າ: ກະຊວງ ຮສສ ໃນນາມເປັນຜູ້ຈັດຕັ້ງປະຕິບັດແຈກຢາຍເຂົ້າສານ ຈາກຄັງແຮເຂົ້າສຸກເສີນອາຊຽນ+3 ເພື່ອແຈກຢາຍໃຫ້ແກ່ຜູ້ປະສົບໄພພິບັດ ຢູ່ ສປປ ລາວ ທີ່ໄດ້ຮັບຈາກລັດຖະບານ ກໍຄືປະຊາຊົນຂອງປະເທດ ສ ເກົາຫລີ, ສປ ຈີນ ແລະ ຍີ່ປຸ່ນ ໃຫ້ການສະໜັບສະໜູນຊ່ວຍເຫລືອຜ່ານໂຄງການຄັງແຮເຂົ້າສຸກເສີນອາຊຽນ+3 ປະຈໍາປີ 2024 ທີ່ ສປປ ລາວ ເປັນເຈົ້າພາບຄຸ້ມຄອງຮັກສາເຂົ້າທັງໝົດ 3.800 ໂຕນ. ໃນນັ້ນ, ຈາກລັດຖະບານ ສ ເກົາຫລີ ຈຳນວນ 3.000 ໂຕນ, ສປ ຈີນ 500 ໂຕນ ແລະ ຍີ່ປຸ່ນ 300 ໂຕນ ເຊິ່ງພິທີມອບ-ຮັບຄັ້ງນີ້ແມ່ນ 1.050 ໂຕນ.

ໂຄງການດັ່ງກ່າວ, ເປັນໂຄງການໜຶ່ງທີ່ມີຄວາມສໍາຄັນຫລາຍທີ່ສຸດ ຕໍ່ກັບບັນດາປະເທດສະມາຊິກອາຊຽນ ທີ່ໄດ້ນໍາໃຊ້ເຂົ້າສານດັ່ງກ່າວ, ເພື່ອຮັບມືກັບໄພພິບັດສຸກເສີນ ລວມໄປເຖິງການແກ້ໄຂຊີວິດການເປັນຢູ່ ຂອງຜູ້ດ້ອຍໂອກາດທີ່ທຸກຍາກ ໃຫ້ໄດ້ຮັບການພັດທະນາຊີວິດການເປັນຢູ່ດີຂຶ້ນ.

ທ່ານ ໂພໄຊ ໄຊຍະສອນ ໄດ້ໃຫ້ຮູ້ວ່າ: ໃນໄລຍະເດືອນກໍລະກົດ-ເດືອນສິງຫາ 2025 ສປປ ລາວ ກໍເປັນປະເທດໜຶ່ງ ທີ່ໄດ້ຜົນກະທົບຈາກພາຍຸໃຕ້ຝຸ່ນວຸດທິບ ແລະ ວິພາ ຊຶ່ງເຮັດໃຫ້ບັນດາແຂວງພາກເໜືອ, ພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ໄດ້ຜົນກະທົບໜັກທາງດ້ານພື້ນຖານໂຄ່ງລ່າງຄົມມະນາຄົມ, ເນື້ອທີ່ທຳການຜະລິດ, ໂຮງຮຽນ, ເຮືອນຊານ, ຊັບສິນ ແລະ ຊີວິດການເປັນຢູ່ຂອງປະ ຊາຊົນ. ອີງຕາມການປະເມີນຂອງ ຄະນະກຳມະການຄຸ້ມຄອງໄພພິບັດ ຮ່ວມກັບເຄືອຂ່າຍອົງການຊ່ວຍເຫລືອດ້ານມະນຸດ IASC, ຄາດຄະເນຄວາມຕ້ອງການຟື້ນຟູສຸກເສີນ ແລະ ໄລຍະຍາວປະມານທັງໝົດ 1.012 ກວ່າຕື້ກີບ.

ສໍາລັບການຕອບໂຕ້ສຸກເສີນ ລັດຖະບານ ສປປ ລາວ ໄດ້ຮັບການສະໜັບສະໜູນການຊ່ວຍ ເຫລືອຈາກພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະ ດ້ານເຂົ້າສານ ໄດ້ຮັບການອະນຸມັດຈາກໂຄງການຄັງແຮເຂົ້າສຸກເສີນອາຊຽນ+3 (APTEER) ຈໍານວນ 1.050 ໂຕນ. ສ່ວນ ການຟື້ນຟູ ກະຊວງ ຮສສ ແລະ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຈະໄດ້ສືບຕໍ່ສະເໜີຂໍນໍາໃຊ້ເຂົ້າທີ່ຍັງເຫລືອ 2.750 ໂຕນ ຊຶ່ງເຂົ້າຊ່ວຍເຫລືອທັງໝົດນີ້ ຈະສາມາດຕອບສະໜອງໃຫ້ຜູ້ປະສົບໄພພິບັດ ແລະ ຜູ້ດ້ອຍໂອກາດທີ່ທຸກຍາກ ປະມານ 316.667 ກວ່າຄົນ.

ໂອກາດນີ້, ທ່ານ ໂພໄຊ ໄຊຍະສອນ ໄດ້ຕາງໜ້າໃຫ້ລັດຖະບານ ສປປ ລາວ ກໍຄື ປະຊາຊົນລາວ ຂໍສະແດງຄວາມຮູ້ບຸນຄຸນ ມາຍັງ 3 ປະເທດທີ່ໃຫ້ການຊ່ວຍເຫລືອເຂົ້າສານ ແກ່ລັດຖະບານ ສປປ ລາວ, ສະແດງຄວາມຂອບໃຈ ມາຍັງຄະນະຮັບຜິດຊອບໂຄງການຄັງແຮເຂົ້າ, ກອງເລຂາຄັງແຮເຂົ້າ (APTEER) ແລະ ອົງການອາຫານໂລກ ທີ່ຍາມໃດກໍໄດ້ໃຫ້ການຮ່ວມມືຊ່ວຍເຫລືອດ້ານຕ່າງໆແກ່ກະຊວງ ຮສສ ເຮັດໃຫ້ໂຄງການຄັງແຮເຂົ້າສານ ດຳເນີນໄປຢ່າງຖືກຕ້ອງ ແລະ ມີປະໂຫຍດສູງສຸດຕໍ່ກັບ ສປປ ລາວ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຢືນຢັນວ່າ ຈະສົມທົບກັບຄະນະຮັບຜິດຊອບໂຄງການ ນຳເອົາເຂົ້າຊ່ວຍເຫລືອດັ່ງກ່າວ, ໄປແຈກຢາຍໃຫ້ຜູ້ປະສົບໄພພິບັດ ລວມທັງຜູ້ທີ່ທຸກຍາກດ້ອຍໂອກາດ ທີ່ບໍ່ສາມາດເຂົ້າເຖິງການຄໍ້າປະກັນສະບຽງອາຫານ ໃຫ້ຮັບການຊ່ວຍເຫລືອຢ່າງມີປະສິດທິພາບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments