Home ຂ່າວໜ້າໜຶ່ງ ເຊກອງ ຊີ້ແຈງຫາງສຽງຂອງສັງຄົມ ກໍລະນີການກໍານົດນະໂຍບາຍຕໍ່ນັກຮຽນເກັ່ງຊັ້ນ ມ7

ເຊກອງ ຊີ້ແຈງຫາງສຽງຂອງສັງຄົມ ກໍລະນີການກໍານົດນະໂຍບາຍຕໍ່ນັກຮຽນເກັ່ງຊັ້ນ ມ7

0
5

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ຈາກກະແສຂ່າວທີ່ລົງໃນສື່ອອນລາຍ ກ່ຽວກັບການກໍານົດນະໂຍບາຍ ຫລື ເງິນອັດສີດ ຂອງທ່ານ ບຸນຫລາຍ ບຸດທິ ເຈົ້າແຂວງໆເຊກອງ ໃຫ້ນັກຮຽນເກັ່ງທີ່ຮຽນຈົບຊັ້ນ ມ7 ແລະ ໄດ້ໃບປະກາດແດງ ໃນສົກ 2025-2026 ຊຶ່ງທາງແຂວງຈະໄດ້ມອບເງິນສະໜັບສະໜູນ ຫລື ເງິນອັດສີດໃຫ້ 50 ລ້ານກີບ ພ້ອມທັງໃຫ້ຕົວເລກໄປຮຽນໃນລະດັບປະລິນຍາຕີ ແລະ ພາຍຫລັງຮຽນຈົບມາ ກໍຈະໄດ້ຮັບການບັນຈຸເຂົ້າເປັນລັດຖະກອນ (ເປັນພະນັກງານລັດ) ຕາມຊັ້ນສາຍວິຊາທີ່ຮຽນມາ, ເຊິ່ງກໍໄດ້ເກີດເປັນບັນຫາ ແລະ ສັງຄົມກໍໄດ້ຕັ້ງຄໍາຖາມຜ່ານສັງຄົມສື່ອອນລາຍຕ່າງໆນາໆວ່າ ທາງແຂວງຈະເຮັດໄດ້ແທ້ບໍ່? ຮຽນຈົບມາຮັບເຂົ້າເປັນລັດຖະກອນແທ້ບໍ່?.

ຕໍ່ກັບບັນຫາທີ່ເກີດຂຶ້ນ, ທ່ານເຈົ້າແຂວງໆເຊກອງ ກໍໄດ້ມີຄໍາເຫັນຊີ້ແຈ້ງຜ່ານສື່ມວນຊົນຂອງແຂວງ ເພື່ອໃຫ້ມີຄວາມກະຈ່າງແຈ້ງຕໍ່ສັງຄົມ ໃນວັນທີ 17 ກັນຍາ 2025 ນີ້ວ່າ: ໃນວັນທີ 2 ກັນຍາ 2025 ທີ່ຜ່ານມາ, ທ່ານເຈົ້າແຂວງເຊກອງ ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ ແລະ ກໍໄດ້ມີຄໍາເຫັນໂອ້ລົມຄະນະພັດທະນາການສຶກສາ, ຜູ້ບໍລິຫານການສຶກສາ, ພະນັກງານ-ຄູອາຈານ ແລະ ນັກຮຽນ-ນັກສຶກສາທີ່ເຂົ້າຮ່ວມໃນພິທີ ເພື່ອນໍາໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ແນໃສ່ພັດທະນາຂະແໜງການສຶກສາ ແລະ ກິລາໃຫ້ດີຂຶ້ນ ໃນນີ້, ກໍໄດ້ມີຄໍາເຫັນກ່ຽວກັບການກໍານົດນະໂຍບາຍ (ເງິນອັດສີດ) ໃຫ້ຜູ້ທີ່ຮຽນດີຮຽນເກັ່ງ ໂດຍສະເພາະ ນັກຮຽນທີ່ຮຽນຈົບຊັ້ນ ມ7 ແລະ ໄດ້ໃບປະກາດແດງ ຊຶ່ງທາງແຂວງຈະມີນະໂຍບາຍມອບເງິນໃຫ້ຈໍານວນ 50 ລ້ານກີບ ພ້ອມທັງໃຫ້ຕົວເລກໄປຮຽນວິຊາຊີບໃນລະດັບປະລິນຍາຕີ ແລະ ພາຍຫລັງທີ່ຮຽນຈົບມາ ຖ້າມີຕົວເລກລັດຖະກອນ ກໍຈະໃຫ້ບຸລິມະສິດຮັບເຂົ້າເປັນລັດຖະກອນ ໂດຍບໍ່ມີການສອບເສັງ (ບໍ່ແມ່ນຮຽນຈົບມາແລ້ວຈະໄດ້ເປັນລັດຖະກອນເລີຍ), ຊຶ່ງການກໍານົດນະໂຍບາຍນີ້, ກໍເພື່ອເປັນການຊຸກຍູ້ສົ່ງເສີມການສຶກສາ, ຊຸກຍູ້ສົ່ງເສີມໃຫ້ເດັກໃນເກນອາຍຸໄດ້ເຂົ້າໂຮງຮຽນ ແລະ ຫັນມາສົນໃຈການຮຽນຫລາຍຂຶ້ນ. ອັນສໍາຄັນ ແມ່ນເພື່ອແກ້ໄຂບັນຫາການປະລະການຮຽນ ຂອງນັກຮຽນໃຫ້ຫລຸດລົງ.

ທ່ານ ບຸນຫລາຍ ບຸດທິ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ, ຄະນະພັກ-ຄະນະນໍາຂອງແຂວງ ກໍໄດ້ມີການປະສານສົມທົບກັບຂະແໜງການກ່ຽວຂ້ອງ ເພື່ອແຕ່ງຕັ້ງຄະນະຊີ້ນໍາລວມ, ຄະນະກໍາມະການ ແລະ ກອງເລຂາຊ່ວຍວຽກຄົ້ນຄວ້າກໍານົດພາລະບົດບາດ, ສິດ ແລະ ໜ້າທີ່ ເພື່ອພ້ອມກັນປະຕິບັດນະໂຍບາຍດັ່ງກ່າວ ໃຫ້ເປັນຮູບປະທໍາຕົວຈິງ ແລະ ເຊື່ອແນ່ວ່າ ຈະເປັນນະໂຍບາຍໜຶ່ງທີ່ກະຕຸກຊຸກຍູ້ເຮັດໃຫ້ວຽກງານການສຶກສາພາຍໃນແຂວງເຊກອງ ໄດ້ຮັບການພັດທະນາຫັນໄປສູ່ຄຸນນະພາບໃໝ່ດີຂຶ້ນກວ່າເກົ່າ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here