Wednesday, September 17, 2025
Homeຂ່າວໜ້າໜຶ່ງຫາລື ສ້າງຄວາມໝັ້ນຄົງດ້ານຊີວະພາບຂອງອາຊຽນ

ຫາລື ສ້າງຄວາມໝັ້ນຄົງດ້ານຊີວະພາບຂອງອາຊຽນ

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຈັດກອງປະຊຸມ ຄັ້ງທີ 2 ໃນລະຫວ່າງວັນທີ 16-18 ກັນຍາ 2025 ເພື່ອປຶກສາຫາລື ໃນການສ້າງເຄືອຂ່າຍຄວາມປອດໄພ, ຄວາມໝັ້ນຄົງດ້ານຊີວະພາບຂອງອາຊຽນ ແລະ ພັດທະນາແຜນດໍາເນີນງານເຄື່ອຂ່າຍຄວາມປອດໄພ-ຄວາມໝັ້ນຄົງດ້ານຊີວະພາບອາຊຽນ ໂດຍການເປັນປະທານຂອງ ທ່ານ ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ, ທ່ານ Balvinder Singh Gill ຫົວໜ້າສະຖາບັນວິເຄາະແຫ່ງຊາດ, ກະຊວງສາທາລະນະສຸກ ແຫ່ງ ປະເທດມາເລເຊຍ, ມີທູດສະຫະພາບເອີຣົບ ປະຈຳ ລາວ, ເລຂາໂທ ປະຈໍາສະຖານທູດການາດາ ປະຈຳລາວ, ພ້ອມດ້ວຍຜູ້ແທນ ຈາກ 10 ປະເທດ ສະມາຊິກອາຊຽນ, ຕີມໍແລັດສະເຕ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້, ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນ ໃນການເສີມສ້າງຄວາມເຂັ້ມແຂງ, ຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານສຸຂະພາບ ໃນຂົງເຂດພາກພື້ນ ກໍຄື ໃນບັນດາປະ ເທດອາຊຽນ ເປັນຕົ້ນ ແຜນດໍາເນີນງານເຄືອຂ່າຍຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບອາຊຽນ ເພື່ອເປັນເອກະສານອ້າງອີງ ໃນການຈັດຕັ້ງປະຕິບັດຕາມຖະແຫລງການຜູ້ນຳອາຊຽນ ວ່າດ້ວຍຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບ ທີ່ຖືກຮອງຮັບໃນກອງປະຊຸມສຸດຍອດອາຊຽນຄັ້ງທີ່ 44 ແລະ 45 ໃນປີ 2024 ທີ່ນະຄອນຫລວງວຽງຈັນ.

ໃນກອງປະຊຸມ ໄດ້ມີການສົນທະນາປຶກສາຫາລື ແລະ ປະກອບຄຳເຫັນຈາກຜູ້ເຂົ້າຮ່ວມໃນບັນ ດາສະມາຊິກປະເທດອາຊຽນ ເພື່ອເຮັດໃຫ້ແຜນດໍາເນີນງານເຄື່ອຂ່າຍຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບອາຊຽນ ຄົບຖ້ວນສົມບູນ ແລະ ເປັນເອກະພາບໃນຂົງເຂດພາກພື້ນອາຊຽນ. ນອກ ຈາກນີ້, ຍັງຈະໄດ້ກຳນົດ ກິດຈະກຳລະອຽດເພື່ອລະບຸບັນດາປະເທດ ທີ່ຈະເປັນຜູ້ນຳພາ ແລະ ຄູ່ຮ່ວມງານໃນການຈັດຕັ້ງປະຕິບັດ ໃນແຕ່ລະຂົງເຂດວຽກງານຢ່າງເປັນລະອຽດ. ທັງນີ້, ກໍເພື່ອຮັບປະກັນໃນການເປັນເຈົ້າການຮ່ວມກັນໃນການຮ່ວມມື ເສີມສ້າງຄວາມເຂັ້ມແຂງໃນຂົງເຂດພາກພື້ນອາຊຽນ ໃນການປ້ອງກັນ, ຄົ້ນຫາແຕ່ຫົວທີ ແລະ ໂຕ້ຕອບບັນດາໄພຂົ່ມຂູ່ທາງດ້ານຊີວະພາບທີ່ອາດຈະເກີດການລະບາດໃຫຍ່ຂຶ້ນໃນຕໍ່ໜ້າ.

ຂໍ້ມູນ-ພາບ: ສູນຂ່າວສານການແພດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments