ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບອົງການເພື່ອນມິດສາກົນປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມເຜີຍແຜ່ໂຄງການຊ່ວຍເຫຼືອເດັກຂ້າງຖະໜົນ ແລະ ສ້າງບຸກຄະລາກອນບໍລິຫານໂຄງການແບບຍືນຍົງໃນ ສປປ ລາວໄລຍະ V ປີ (2025-2029) ຂຶ້ນໃນວັນທີ 15 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເປັນປະທານຂອງທ່ານ ນາງ ແກ້ວ ຈັນທະວິໄຊ ຮອງລັດຖະມົນຕີກະຊວງ ຮສສ, ມີແຂກຖືກເຊີນຈາກສູນກາງ, ແຂວງວຽງຈັນ, ອົງການເພື່ອນມິດສາກົນປະຈໍາລາວເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອສ້າງຄວາມເຂັ້ມແຂງໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງພາກລັດ, ອົງການຈັດຕັ້ງທາງສັງຄົມ ໃນການຊ່ວຍເຫຼືອກຸ່ມເປົ້າໝາຍໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ໂດຍໃຫ້ການຝຶກອົບຮົມວິຊາຊີບ, ສົ່ງເສີມການມີວຽກເຮັດງານທໍາ ແລະ ໂອກາດທາງດ້ານເສດຖະກິດ ຮ່ວມກັບພາກສ່ວນທີ່ເຮັດວຽກກ່ຽວຂ້ອງຂັ້ນສູນກາງ, ແຂວງ-ເມືອງທີ່ເຮັດວຽກງານກ່ຽວຂ້ອງ.

ພ້ອມທັງຮັບຟັງການນໍາສະເໜີແຜນກິດຈະກຳ 5 ປີ, ແຜນກິດ ຈະກຳ 3 ເດືອນທ້າຍປີ 2025 ແລະ ແຜນກິດຈະກຳປີ 2026 ຂອງໂຄງການຊ່ວຍເຫຼືອເດັກຂ້າງຖະໜົນ ແລະ ສ້າງບຸກຄະລາກອນບໍລິຫານໂຄງການແບບຍືນຍົງໃນສປປ ລາວ ໄລຍະທີ V (2025-2029). ກອງປະຊຸມໄດ້ຄົ້ນຄວ້າປະກອບຄໍາເຫັນໃສ່ແຜນປະຕິບັດງານໂຄງການໂດຍເນັ້ນໃສ່ 3 ຈຸດປະສົງຫຼັກຂອງໂຄງການຄື: 1) ເພີ່ມທະວີການປົກປ້ອງເດັກນ້ອຍ, ໄວໜຸ່ມ ແລະ ຄອບຄົວທີ່ດ້ອຍໂອກາດຈາກທຸກຮູບແບບຂອງຄວາມສ່ຽງ ແລະ ການລ່ວງລະເມີດ ແລະ ເພີ່ມທະວີການສະໜອງບໍລິການປົກປ້ອງໂດຍກົງ; 2) ສະໜັບສະໜູນເດັກ ແລະ ໄວໜຸ່ມ ກາຍເປັນພົນລະເມືອງທີ່ມີປະສິດທິພາບຂອງສປປ ລາວ ໂດຍຜ່ານການສຶກສາ, ການຈ້າງງານ ແລະ ການເບິ່ງ ແຍງຄອບຄົວ; 3) ສ້າງຄວາມອາດສາມາດຂອງຄູ່ຮ່ວມງານ, ອົງການປົກຄອງທ້ອງຖິ່ນ, ຊຸມຊົນພາກສ່ວນກ່ຽວ ຂ້ອງຕ່າງໆ ແລະ ພະນັກງານໂຄງການໃຫ້ມີຄວາມສາມາດໃນການປົກປ້ອງເດັກ ແລະ ຄອບຄົວຈາກທຸກຄວາມສ່ຽງ. ຕອນທ້າຍປະທານກອງປະຊຸມໄດ້ມີຄໍາເຫັນຊີ້ນໍາໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ນັບແຕ່ສູນກາງຮອດທ້ອງຖິ່ນ ຈົ່ງຮ່ວມມື ຮ່ວມໃຈກັນຢ່າງກົມກຽວ ເພື່ອເຮັດໃຫ້ການປົກປ້ອງ ແລະ ຊ່ວຍເຫຼືອເດັກນ້ອຍ, ໄວໜຸ່ມ ແລະ ຄອບ ຄົວທີ່ດ້ອຍໂອກາດ ລວມທັງການປ້ອງກັນ ແລະ ປົກປ້ອງການລ່ວງລະເມີດທຸກຮູບແບບ, ສ້າງເງື່ອນໄຂໃຫ້ທຸກຄົນເຂົ້າເຖິງການສຶກສາ ຫຼື ການຈ້າງງານ, ການນໍາສົ່ງສູ່ການດູແລຂອງຄອບຄົວ ແລະ ສັງຄົມ ພ້ອມທັງເສີມຂະ ຫຍາຍການມີສ່ວນຮ່ວມຂອງບຸກຄົນໃນສັງຄົມໃຫ້ນັບມື້ຫຼາຍຂຶ້ນ.
(ຂ່າວສານ ຮສສ)