ງານວາງສະແດງສິນຄ້າ ຈີນ-ອາຊຽນ China ASEAN Expo (CEAXPO)ຈັດໃນ ລະຫວ່າງ ວັນທີ 17-21 ກັນຍາ 2025 ນີ້ ເຊິ່ງງານດັ່ງກ່າວຈັດຂຶ້ນທຸກໆປີ ທີ່ ເມືອງ ໜານໜິງ ແຂວງກວາງຊີ ສປ ຈີນ, ສໍາລັບປີນີ້ ເປັນຄັ້ງທີ 22 ແລ້ວ ແລະ ບັນດາປະເທດທີ່ເຂົ້າຮ່ວມ ແມ່ນເນັ້ນໃສ່ການຮ່ວມມືແບບໃໝ່ ດ້ວຍການນຳໃຊ້ ປັນຍາປະດິດ ຫລື AI ໃນຍຸກທີ່ມີການປ່ຽນແປງ ເນື່ອງຈາກຈີນຕ້ອງການເພີ່ມທະວີສາຍພົວພັນກັບ 10 ປະເທດສະມາຊິກອາຊຽນໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ໃນໂອກາດນີ້ ທ່ານ ນາງ ເຫວີຍ ເສົາຮຸຍ ເລຂາທິການສຳນັກງານເລຂາທິການງານວາງສະແດງສິນຄ້າ ຈີນ-ອາຊຽນ ໄດ້ນຳສະເໜີພາບລວມຂອງງານດັ່ງກ່າວທີ່ຈະຈັດຂຶ້ນໃຫ້ສື່ມວນຊົນຈາກປະເທດອາຊຽນໄດ້ຮັບຊາບວ່າ: ງານຄັ້ງນີ້ ໄດ້ພັດທະນາຈາກການຄ້າເສລີ ໄປສູ່ການຂະຫຍາຍການລົງທຶນທີ່ເປີດກວ້າງຫລາຍຂຶ້ນ ໂດຍຄັ້ງນີ້ ເຮົາກຳລັງສຳຫລວດການຮ່ວມມືດ້້ານໃໝ່ໆ ເປັນຕົ້ນ AI, ເສດຖະກິດສີຂຽວ ແລະ ລົດໄຟຟ້າ. ງານ ເອັກໂປ ຄັ້ງນີ້ ຈະດຳເນີນໄປໃນຈັງຫວະຂອງຕົວມັນເອງ ທີ່ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງປະຊາຄົມລະຫວ່າງ ຈີນ ແລະ ອາຊຽນ ພ້ອມນີ້ ຈີນຍັງພະຍາຍາມບັນລຸຂໍ້ຕົກລົງປອດພາສີ ໂດຍປະເທດສະມາຊິກອາຊຽນ ກໍໄດ້ສະແດງຄວາມເຫັນດີເປັນສ່ວນໃຫຍ່. ງານເອັກສະໂປ ຄັ້ງນີ້ ຈັດຂຶ້ນເພື່ອໃຫ້ສອດຄ່ອງກັບສະຖານະການປັດຈຸບັນ ໂດຍເນັ້ນໃສ່ຄວາມກ້າວໜ້າຫລ້າສຸດດ້ານປັນຍາປະດິດ ລວມເຖິງເທັກໂນໂລຍີ ແລະ ຜະລິດຕະພັນຕ່າງໆ ຄຽງຄູ່ກັບເສດຖະກິດສີຂຽວ ເຊິ່ງເປັນໜຶ່ງໃນ 9 ຫົວຂໍ້ຫລັກ. ງານເອັກໂປ ຈະຕ້ອນຮັບ 1,600 ກວ່າບໍລິສັດ ຈາກ 40 ປະເທດ ໃນນີ້ 470 ບໍລິສັດ ແມ່ນມາຈາກຕ່າງປະເທດ ເຊິ່ງຄາດວ່າ ຈີນ ຈະລົງນາມການຮ່ວມມືສຳຄັນ ແລະ ປະກາດໂຄງການສໍາຄັນຈຳນວນໜຶ່ງ, ກວາງຊີ ຕັ້ງຢູ່ໃກ້ກັບ 5 ປະເທດໃນອາຊຽນ ຈິ່ງເປັນສູນກາງສຳລັບການແບ່ງປັນຄວາມຊຳນິຊຳນານ ດ້ານ AI ໃຫ້ກັບອາຊຽນ ໂດຍສະເພາະປະເທດທີ່ກຳລັງພັດທະນາ ເຊັ່ນ ມຽນມາ ແລະ ລາວ ເນື່ອງຈາກວ່າ ກວາງຊີ ເປັນຖານປະຕິບັດການທີ່ສະດວກສຳລັບບໍລິສັດ ທີ່ເຮັດທຸລະກິດກ່ຽວກັບ AI ແລະ ການບໍລິການດີຈິຕອນຂອງຈີນທີ່ຕ້ອງການເຂົ້າມາເຮັດທຸລະກິດຢູ່ປະເທດອາຊຽນ. ພ້ອມນີ້ ຈີນໄດ້ຈັດຝຶກອົບຮົມພື້ນຖານໂຄງຮ່າງ ແລະ ເຄື່ອງມືດ້ານ AI ໃຫ້ກັບອາຊຽນ ມາກ່ອນການຈັດງານເອັກໂປໃນຄັ້ງນີ້ ເພື່ອສົ່ງເສີມຄວາມປາດຖະໜາດີ ແລະ ຜົນປະໂຫຍດຮ່ວມກັນ ນອກຈາກນີ້ ການສະໜັບສະໜູນອາຊຽນ ແມ່ນໄດ້ເຮັດໃຫ້ ກວາງຊີ ກາຍເປັນສູນກາງການຄ້າ ແລະ ວັດທະນະທຳອີກດ້ວຍ.

ສຳລັບການສະໜັບສະໜູນຈາກລັດຖະບານ ຈຶ່ງເຮັດໃຫ້ ກວາງຊີ ສ້າງຕັ້ງສູນວັດທະນະທຳຄວາມຮ່ວມມືດ້ານປັນຍາປະດິດແຫ່ງອາຊຽນຂຶ້ນ ເຊິ່ງເປັນໜ່ວຍງານທີ່ມີຄວາມຫລາກຫລາຍໜ້າທີ່ເພື່ອສົ່ງເສີມນະວັດຕະກຳເສີມສ້າງການຮ່ວມມືດ້ານປັນຍາປະດິດລະຫວ່າງອາຊຽນ ແລະ ຈີນ ແລະ ສ້າງ ໜານໜິງ ໃຫ້ເປັນສູນກາງປັນຍາປະດິດລະດັບພາກພື້ນທີ່ສຳຄັນ.