ວິທະຍຸ-ໂທລະພາບ ສູງກາງຈີນ ເມື່ອບໍ່ດົນມານີ້, ທ່ານ ນາງ ເວີຍຈ່າວ ຮຸ່ຍ ເລຂາທິການ ກອງເລຂາງານວາງສະແດງສິນຄ້າຈີນ-ອາຊຽນ ໄດ້ນຳ ສະເໜີ ສະພາບການ ທີ່ກ່ຽວຂ້ອງ ຂອງງານວາງສະແດງຄັ້ງທີ 22 ທີ່ຈະຈັດ ຂຶ້ນໃນໄວໆນີ້. ທ່ານ ນາງ ເວີຍຈ່າວຮຸ່ຍ ກ່າວວ່າ: ງານວາງສະແດງ ສິນຄ້າ ຈີນ-ອາຊຽນ ຄັ້ງທີ 22 ຈະມີຫໍວາງສະແດງເຕັກໂນໂລຊີ AI ທີ່ມີເນື້ອທີ່ 10.000 ຕາແມັດ ຕັ້ງຢູ່ສະຖານ ທີ່ວາງສະແດງຫລັກ ເປັນຄັ້ງທຳອິດ, ເປັນ ຫໍວາງສະແດງອິດສະລະທີ່ໃຫຍ່ທີ່ສຸດ ໃນປະຫວັດສາດ ຂອງງານວາງສະແດງ ສິນຄ້າຈີນ-ອາຊຽນ. ຫໍວາງສະແດງນີ້ ຈະລວມສູນການວາງສະແດງ ຜະລິດ ຕະພັນ AI ທີ່ທັນສະໄໝຢູ່ພາຍໃນ ແລະ ຕ່າງປະເທດ ປະມານ 1.200 ຊະນິດ ແລະ ຈະວາງສະແດງຜົນງານໃນຂົງເຂດວິທະຍາສາດ ເຕັກໂນໂລຊີ AI ຈາກ ຫລາຍປະເທດ ສະມາຊິກ ອາຊຽນ ເປັນຕົ້ນ: ບຣູໄນ, ມາເລເຊຍ ແລະ ໄທ ເພື່ອຈັດເປັນງານ ດ້ານວິທະຍາສາດເຕັກໂນໂລຊີ ຂ້າມຊາດຄັ້ງໃຫຍ່. ປັດຈຸ ບັນ, ຝ່າຍຈັດງານ ໄດ້ຮັບແຈ້ງເຈດຈຳນົງທີ່ແນ່ນອນ ຈາກກຸ່ມ ວິສາຫະກິດ ຈັດຊື້ ຕ່າງປະເທດ 70 ກວ່າແຫ່ງ ວ່າຈະຈັດຕັ້ງວິສາຫະກິດ ຈັດຊື້ທີ່ມີ ຄຸນນະ ພາບສູງ 500 ກວ່າແຫ່ງ ມາເຂົ້າຮ່ວມ ງານວາງສະແດງຄັ້ງນີ້ ເພື່ອຊອກ ຫາໂອກາດທາງທຸລະກິດດ້ານ AI ແລະອື່ນໆ. ນອກຈາກນີ້, ງານວາງ ສະແດງ ຄັ້ງນີ້ ຍັງຈະເຊື້ອເຊີນ ຜູ້ຊ່ຽວຊານ ໃນວົງການວິຊາການ ແລະ ວົງ ການທຸ ລະກິດ ເພື່ອຮຽບຮຽງປຶ້ມປົກສີຟ້າ “ວິໄສທັດການຮ່ວມມື ທາງດ້ານ ເສດຖະ ກິດ ການຄ້າຈີນ-ອາຊຽນ” ເພື່ອສະໜັບ ສະໜູນ ການຕັດສິນໃຈ ຂອງວິສາ ຫະກິດ ຜ່ານການເຜີຍແຜ່ ຜົນງານທາງວິຊາການ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ