Tuesday, September 16, 2025
Homeຂ່າວການເມືອງເປີດການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”

ເປີດການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”

ພິທີເປີດການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025” ຈັດຂຶ້ນໃນວັນທີ 15 ກັນຍາ 2025 ທີ່ວິທະຍາຄານ ນາຍທະຫານບົກ ກົມມະດໍາ ພາຍໃຕ້ຄໍາຂວັນ “ຄຽງບ່າຄຽງໄຫລ່ຕໍ່ສູ້ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ” ໂດຍການເປັນປະທານຮ່ວມຂອງ ທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ຫົວໜ້າຫົວໜ້າຄະນະຊີ້ນໍາຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”, ທ່ານ ພັນເອກ ອີວານ ຕາຣາເຢັບ ຮັກສາການຮອງຜູ້ບັນຊາການທະຫານເຂດຕາເວັນອອກ ສ ຣັດເຊຍ, ຫົວໜ້າຄະນະຊີ້ນໍາຊ້ອມຮົບຮ່ວມ ຣັດເຊຍ-ລາວ “ລາໂຣສ-2025”, ມີຄະນະຮັບຜິດຊອບຊີ້ນຳຝ່າຍ ລາວ-ຣັດເຊຍ ພ້ອມດ້ວຍນາຍ ແລະ ພົນທະຫານກອງທັບປະຊາຊົນລາວ ແລະ ກອງທັບ ສ ຣັດເຊຍເຂົ້າຮ່ວມ.

ໂອກາດນີ້, ທ່ານ ພັນເອກ ອີວານ ຕາຣາເຢັບ ໄດ້ກ່າວວ່າ: ການຊ້ອມຮົບຮ່ວມ ລາວ-ຣັດເຊຍ ໃນຄັ້ງນີ້ ເຊິ່ງຈັດຂຶ້ນເນື່ອງໃນໂອກາດ ຄົບຮອບ 65 ປີ ວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສ ຣັດເຊຍ-ສປປ ລາວ ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ປະເທດຂອງພວກເຮົາ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນຍາວນານ ບົນພື້ນຖານການເຄົາລົບນັບຖື, ໄວ້ເນື້ອເຊື່ອໃຈ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ. ການຊ້ອມຮົບຮ່ວມກັນໃນຄັ້ງນີ້, ເປັນການປະກອບສ່ວນອັນສຳຄັນໃນການເສີມຂະຫຍາຍການຮ່ວມມື ດ້ານວຽກງານປ້ອງກັນຊາດ, ຍົກລະດັບການປະສານສົມທົບສູ້ຮົບຮ່ວມກັນ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ແລະ ເສີມສ້າງຄວາມໝັ້ນຄົງໃນພາກພື້ນ ພ້ອມຕີລາຄາຕີສູງຕໍ່ຄວາມພ້ອມ ຂອງເພື່ອນມິດຝ່າຍລາວ ໃນການປະຕິບັດໜ້າທີ່ ພ້ອມທັງແລກປ່ຽນຄວາມຮູ້ເຊິ່ງກັນ ແລະ ກັນ ໃນການຊ້ອມຮົບຄັ້ງນີ້ ຈະສຳເລັດໄດ້ຢ່າງມີປະສິດທິຜົນສູງ ແລະ ບົດຮຽນທີ່ໄດ້ຮັບຈາກການຊ້ອມຮົບ ຈະເປັນພື້ນຖານອັນສໍາຄັນ ໃນການເສີມຂະຫຍາຍການຮ່ວມມືລະຫວ່າງຊາດ ຂອງພວກເຮົາ.

ທ່ານ ພົນຕີ ສາຍໃຈ ກົມມະສິດ ໄດ້ກ່າວວ່າ: ການຊ້ອມຮົບ “ລາໂຣສ-2025” ຈັດຂຶ້ນຢູ່ ສປປ ລາວ ຄັ້ງນີ້ ມີຈຸດປະສົງ ເພື່ອແນໃສ່ເສີມຂະຫຍາຍສາຍພົວພັນມິດຕະພາບ ການຮ່ວມມື ລະຫວ່າງສອງຊາດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຣັດເຊຍ, ຣັດເຊຍ-ລາວ ໃຫ້ນັບມື້ເພີ່ມທະວີຄວາມໜັກແໜ້ນ ໝັ້ນຄົງຂະໜົງແກ່ນຍິ່ງໆຂຶ້ນ. ສະນັ້ນ, ການຊ້ອມຮົບ “ລາໂຣສ-2025” ແມ່ນມີຄວາມຈຳເປັນ ແລະ ສໍາຄັນຢ່າງຍິ່ງ ເປັນການຍົກລະດັບ ວິທີການຊີ້ນໍາ-ບັນຊາ ແລະ ການຈັດຕັ້ງການປະສານ ລະຫວ່າງ ກົມກອງຝ່າຍລາວ ແລະ ຝ່າຍຣັດເຊຍ ໃຫ້ມີຄວາມເປັນເອກະພາບ, ມີປະສິດທິພາບດ້ານເສນາທິການ ໃນການປະຕິບັດໜ້າທີ່ວິຊາສະເພາະ ແລະ ໜ້າທີ່ພິເສດໃນການຕອບຕ້ານການກໍ່ການຮ້າຍ ໃນຮູບແບບກອງກຳລັງປະສົມ (ຮ່ວມ) ຂັ້ນຍຸດທະວິທີ ໃຫ້ກາຍເປັນກອງທັບທີ່ມີແບບແຜນທັນສະໄໝ ໂດຍເລັ່ງໃສ່ການຝຶກກອງຮ້ອຍທະຫານຮາບຍານເກາະ ແລະ ກອງຮ້ອຍຕີພິເສດ ໃນການປະຕິບັດໜ້າທີ່ເຄື່ອນໄຫວສູ້ຮົບ ໃນພູມມີປະເທດຕົວຈິງ ທີ່ມີຄວາມແຕກຕ່າງກັນຫລາຍລະດັບ, ແນໃສ່ຍົກລະດັບຄວາມຮູ້ໃຫ້ແກ່ຜູ້ບັນຊາສູ້ຮົບໃນສະພາບພູມີປະເທດ ແລະ ດິນຟ້າອາກາດມີການປ່ຽນແປງ ທັງເປັນການອົບຮົມໃຫ້ນາຍ ແລະ ພົນທະຫານ ຮູ້ນໍາໃຊ້ພາຫານະ, ອາວຸດທີ່ທັນສະໄໝ ເຂົ້າໃນການປະຕິບັດໜ້າທີ່ສູ້ຮົບຢ່າງຊຳນິຊຳນານ ແລະ ແມ່ນຍໍາ.

ຕະຫລອດໄລຍະການເຄື່ອນໄຫວຫັດແອບ “ລາໂຣສ-2025” ນອກຈາກຈະມີການຫັດແອບເຄື່ອນໄຫວສູ້ຮົບຍິງລູກປືນແທ້ ໄປຄຽງຄູ່ກັບການຫັດແອບດັ່ງກ່າວ ກໍາລັງທັງສອງຝ່າຍກອງທັບ ລາວ-ຣັດເຊຍ ຍັງຈະມີການເຄື່ອນໄຫວວຽກງານການເມືອງ-ແນວຄິດໄປຄຽງຄູ່ກັນ ເປັນຕົ້ນ ການແລກປ່ຽນວັດທະນະທຳ, ສິລະປະ, ວັນນະຄະດີ, ກິລາ ແລະ ການເຄື່ອນໄຫວກິດຈະກຳຕ່າງໆຮ່ວມກັນ ໃນຮູບແບບເພື່ອນສາມັກຄີເພື່ອນ “ມິດຕະພາບເຊິ່ງກັນ ແລະ ກັນ” ຕະຫລອດຮອດການດໍາລົງຊີວິດປະຈຳວັນ, ການແລກປ່ຽນຂໍ້ມູນຂ່າວສານ, ການສື່ສານແລກປ່ຽນພາສາປາກເວົ້າ ໃຫ້ມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງ ນາຍ ແລະ ພົນທະຫານ ຂອງສອງກອງທັບ ລາວ-ຣັດເຊຍ, ຣັດເຊຍ-ລາວ ໃຫ້ມີຄວາມສໍາພັນ ແລະ ເຂົ້າໃຈກັນຢ່າງເລິກເຊິ່ງ. ການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025” ຈະໄດ້ດໍາເນີນໄປເປັນເວລາ 10 ວັນ ນັບແຕ່ວັນທີ 15-25 ກັນຍາ 2025 ຈຶ່ງຈະສໍາເລັດ.

ຂ່າວ: ບຸນຊ້ອຍ ວິໄລພອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments