ສະຫະພັນແມ່ຍິງ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດງານສະເຫຼີມສະຫຼອງ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ (20/7/1955-20/7/2022) ຂຶ້ນໃນວັນທີ 2 ສິງຫາ ນີ້, ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍສະມາຊິກແມ່ຍິງທົ່ວກະຊວງເຂົ້າຮ່ວມ.

ທ່ານ ນາງ ບົວໄຂ ເພັງພະຈັນ ຄະນະປະຈໍາພັກກະຊວງ ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ຖວທ ຫົວໜ້າກົມສິລະປະ – ວັດທະນະທໍາ ໄດ້ຂຶ້ນລາຍງານສະຫຼຸບຕີລາຄາ ການເຄື່ອນ ໄຫວວຽກງານໃນໄລຍະ 1 ປີ ທີ່ຜ່ານມາ ວຽກງານສະຫະພັນແມ່ຍິງໄດ້ມີຜົນງານພົ້ນເດັ່ນຫຼາຍດ້ານ ເປັນຕົ້ນໄດ້ມີການໂຄສະນາສຶກສາອົບຮົມ ການເມືອງແນວຄິດໃຫ້ເອື້ອຍນ້ອງແມ່ຍິງບັນດາເຜົ່າ ໃຫ້ເຂົ້າໃຈກ່ຽວກັບແນວທາງນະໂຍບາຍຂອງພັກ-ລັດ, ແຜນພັດທະນາເສດຖະກິດ-ສັງຄົມ ເພື່ອໃຫ້ເຂົາເຈົ້າຮັບຮູ້ເຊື່ອມຊຶມເຂົ້າໃຈ ບັນດາມະຕິຄຳສັ່ງຕ່າງໆ ເຮັດໃຫ້ແມ່ຍິງລາວບັນດາເຜົ່າ ກາຍເປັນພົນລະເມືອງດີ ມີນ້ຳໃຈຮັກຊາດ ມີຄຸນສົມບັດສິນທຳປະຕິວັດ, ມີມູນເຊື້ອຂອງແມ່ຍິງລາວ ປະກອບສ່ວນເຂົ້າໃນການພັດທະນາ. ໂດຍສະເພາະແມ່ນວຽກງານຂົງເຂດ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ນອກຈາກນີ້, ຍັງໄດ້ຮ່ວມມືກັບຫຼາຍຂະແໜງການ ໃນການສ້າງວິຊາຊີບເສີມ ສ້າງວຽກເຮັດງານທຳໃຫ້ເອື້ອຍນ້ອງແມ່ຍິງລາວບັນດາເຜົ່າ ເພື່ອເຮັດໃຫ້ເຂົາເຈົ້າໄດ້ມີອາຊີບທີ່ໝັ້ນຄົງມີລາຍໄດ້ສາມາດເພິ່ງຕົນເອງ ກຸ້ມຕົນເອງເທື່ອລະກ້າວ, ຖືເອົາຂໍ້ແຂ່ງຂັນ 3 ດີ ເປັນພື້ນຖານໃນການປະຕິບັດວຽກງານໃຫ້ມີຜົນສຳເລັດ.

ໃນໂອກາດນີ້, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ໄດ້ຫວນຄືນມູນເຊື້ອວັນສ້າງຕັ້ງ ອົງການຈັດຕັ້ງສະຫະພັນແມ່ຍິງລາວ ໂດຍໄດ້ຍົກໃຫ້ເຫັນຜົນງານ ແລະ ການເຕີບໃຫຍ່ຂະຫຍາຍຕົວໂດຍຫຍໍ້ຕະຫຼອດໄລຍະ 67 ປີ, ໃນໄລຍະຕໍ່ສູ້ກູ້ຊາດ ຕ້ານຈັກກະພັດ ກໍຄືໃນໄລຍະສ້າງສາພັດທະນາປະເທດຊາດ ແມ່ຍິງລາວບັນດາເຜົ່າ ຍາມໃດກໍໄດ້ເປັນກຳລັງແຮງອັນສຳຄັນໃນການປະກອບສ່ວນ ເຂົ້າໃນການປະຕິບັດນະໂຍບາຍຂອງພັກ ແລະ ລັດ, ພັດທະນາເສດຖະກິດ-ສັງຄົມ ກໍຄືການປະຕິບັດແຜນງານຕ່າງໆຂອງພັກ ແລະ ລັດໄດ້ວາງອອກ ໂດຍໄດ້ມີການປຸກລະດົມສຶກສາອົບຮົມແມ່ຍິງລາວບັນດາເຜົ່າ ປະກອບສ່ວນອັນສຳຄັນ ນັບແຕ່ການພັດທະນາທ້ອງຖິ່ນ, ພັດທະນາຄອບຄົວ, ພັດທະນາອົງການຈັດຕັ້ງ ແລະ ພັດທະນາສັງຄົມ, ພັດທະນາຕົນເອງ ເຮັດໃຫ້ຕົນເອງມີຄວາມຮູ້-ຄວາມສາມາດ ປະກອບສ່ວນສຳຄັນເຂົ້າໃນໜ້າທີ່ວຽກງານທີ່ພັກ ແລະ ລັດໄດ້ມອບໝາຍໃຫ້ຢ່າງມີຜົນສຳເລັດ. ຈາກຂະບວນການດັ່ງກ່າວນັ້ນ, ຈຶ່ງເຮັດໃຫ້ອົງການສະຫະພັນແມ່ຍິງ ໄດ້ມີຈຳນວນສະມາຊິກແມ່ຍິງນັບມື້ເພີ່ມຂຶ້ນ, ແມ່ຍິງໄດ້ເປັນກຳລັງແຮງ ອັນສຳຄັນໃນການປະກອບສ່ວນໃຫ້ແກ່ພັກ, ລັດ ຈົນໄດ້ກ້າວເປັນການນຳເພດຍິງຢູ່ໃນຂັ້ນຕ່າງໆ ນັບແຕ່ສູນກາງຈົນຮອດທ້ອງຖິ່ນຮາກຖານ ເປັນເຖິງກົມການເມືອງ, ຄະນະເລຂາທິການສູນກາງພັກ, ເປັນສະມາຊິກສະພາແຫ່ງຊາດ, ເປັນການນຳຂັ້ນລັດຖະມົນຕີ ແລະ ຂັ້ນກົມ, ນີ້ກໍເປັນການຢັ້ງຢືນວ່າແມ່ຍິງລາວ ບັນດາເຜົ່າໄດ້ຮັບການຍົກສູງບົດບາດສຳຄັນຢູ່ພາຍໃນປະເທດ ແລະ ເວທີສາກົນ.

ທ່ານ ນາງ ສິລິກິດ ບຸບຜາ ຮຽກຮ້ອງໃຫ້ແມ່ຍິງທຸກຄົນຕ້ອງໄດ້ບຸກບືນຫ້າວຫັນພັດທະນາຝຶກຝົນຫຼໍ່ຫຼອມຕົນເອງ ເພື່ອຍົກສູງບົດບາດຂອງແມ່ຍິງໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ ພັດ ທະນາຕົນເອງໃຫ້ມີຄວາມເຂັ້ມແຂງຢ່າງຮອບດ້ານດຸໝັ່ນຄົ້ນຄວ້າຮໍ່າຮຽນ ໂດຍສະເພາະດ້ານວິຊາສະເພາະ ຢາກເຮັດໄດ້ຄືແນວນັ້ນການຈັດຕັ້ງ ແລະ ອ້າຍນ້ອງເພດຊາຍຕ້ອງໄດ້ມີສ່ວນຮ່ວມຊຸກຍູ້ສົ່ງເສີມເອື້ອຍນ້ອງແມ່ຍິງເພື່ອເຮັດສຳເລັດໜ້າທີ່ຢ່າງມີຜົນສຳເລັດຮອບດ້ານ. ພ້ອມນີ້ໃນພິທີສະເຫຼີມສະຫຼອງດັ່ງກ່າວ ຜູ້ເຂົ້າຮ່ວມກໍໄດ້ຮັບຊົມການສະແດງສິລະບົດຟ້ອນ, ຮ້ອງເພງ ອີກດ້ວຍ.

ຂ່າວ-ພາບ: ຍຸພິນທອງ

LEAVE A REPLY

Please enter your comment!
Please enter your name here