Monday, September 15, 2025
Homeຂ່າວພາຍໃນທູດມາເລເຊຍ ຈັດງານລ້ຽງສະເຫຼີມສະຫຼອງສະຫຼອງວັນຊາດ

ທູດມາເລເຊຍ ຈັດງານລ້ຽງສະເຫຼີມສະຫຼອງສະຫຼອງວັນຊາດ

ສະຖານເອກອັກຄະລັດຖະທູດ ມາເລເຊຍ ປະຈໍາ ສປປ ລາວ ໄດ້ຈັດງານລ້ຽງສະເຫຼີມສະຫຼອງວັນຊາດ ຄົບຮອບ 68 ປີ, ວັນມາເລເຊຍ ຄົບຮອບ 62 ປີ ແລະ ວັນສ້າງຕັ້ງກອງທັບມາເລເຊຍ ຄົບຮອບ 92 ປີ ໃນວັນທີ 12 ກັນຍາ ຜ່ານມານີ້ ທີ່ໂຮງແຮມຮໍລິເດອິນ ນະຄອນຫຼວງວຽງຈັນ.

ເປັນກຽດເຂົ້າຮ່ວມງານລ້ຽງ, ໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເອກອັກຄະລັດຖະທູດ ພ້ອມດ້ວຍແຂກຖືກເຊີນ.

ໃນພິທີ, ທ່ານ ແອດີ ເອຍວານມາຮມຸດ ເອກອັກຄະລັດຖະທູດມາເລເຊຍ ປະຈໍາ ສປປ ລາວ ຂຶ້ນກ່າວ ຊຶ່ງມີບາງຄວາມໝາຍສໍາຄັນວ່າ: ຂ້າພະເຈົ້າພ້ອມດ້ວຍພັນລະຍາ ນາງ ຣາຊີດາ ມີຄວາມຍິນດີ ຕ້ອນຮັບແຂກທີ່ມີກຽດທຸກໆທ່ານ ລວມເຖິງແຂກຈາກລັດຖະບານລາວ, ເພື່ອນມິດສະຫາຍຂອງມາເລເຊຍ, ສິດເກົ່າໂຄງການຮ່ວມມືທາງດ້ານວິຊາການມາເລເຊຍ ແລະ ເພື່ອນມິດມາເລເຊຍ ທີ່ອາໄສຢູ່ໃນລາວ ເຂົ້າສູ່ງານລ້ຽງ ເພື່ອສະເຫຼີມສະຫຼອງສະຫຼອງວັນຊາດ ຄົບຮອບ 68 ປີ, ວັນມາເລເຊຍ ຄົບຮອບ 62 ປີ ແລະ ວັນສ້າງຕັ້ງກອງທັບມາເລເຊຍ ຄົບຮອບ 92 ປີ, ໃນວັນທີ 31 ສິງຫາ ຂອງທຸກໆປີ ຊາວມາເລເຊຍຈາກທຸກຊັ້ນຄົນ ມາເຕົ້າໂຮມກັນ ເພື່ອລະລຶກເຖິງວັນປະກາດເອກະລາດຂອງປະເທດ ໃນປີ 1957 ເປັນໄລຍະເວລາປະຫວັດສາດ ສະແດງໃຫ້ເຫັນເຖິງການກໍາເນີດອໍານາດອະທິປະໄຕ, ຄວາມສາມັກຄີກັນ ຂອງບັນດາເຜົ່າມາເລເຊຍ, ການສະເຫຼີມສະຫຼອງນີ້ ຍັງດໍາເນີນໄປເຖິງ ວັນທີ 16 ກັນຍາ, ເພື່ອໃຫ້ກຽດເຄົາລົບ ແກ່ການກໍ່ຕັ້ງ ປະເທດມາເລເຊຍ ໃນປີ 1963 ໂດຍການລວມເອົາລັດຊາບະ ແລະ ລັດຊາຣາວັກ. ໃນວັນດຽວກັນນີ້ ພວກເຮົາຍັງໄດ້ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບມາເລເຊຍ ຊຶ່ງໄດ້ປະຕິບັດ ຈັດມາແຕ່ປີ 1933 ເຫດການສໍາຄັນເຫຼົ່ານີ້ ບໍ່ພຽງແຕ່ເປັນກຽດໃຫ້ອະດີດພວກເຮົາເທົ່ານັ້ນ ແຕ່ຍັງເປັນການສະທ້ອນເຖິງການເຄື່ອນໄຫວ ຂອງຊາດອີກດ້ວຍ. ປີນີ້, ລັດຖະບານມາເລເຊຍໄດ້ເລືອກຫົວຂໍ້ “Malaysia MADANI, Rakyat Disantuni ຊຶ່ງເນັ້ນເຖິງຄວາມມຸ່ງໝັ້ນຂອງລັດຖະບານໃນການປົກປ້ອງຊີວິດການເປັນຢູ່ທີ່ດີຂອງປະຊາຊົນ ຕາມວິໃສທັດຂອງ MADANI ທີ່ວ່າ ຄວາມສາມັກຄີ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ ພາຍໃຕ້ກອບແນວຄິດມາເລເຊຍ MADANI ທີ່ນາຍົກລັດຖະມົນຕີຂອງພວກເຮົາໄດ້ນໍາສະເໜີ ພວກເຮົາຈະສືບຕໍ່ຄວາມພະຍາຍາມໃນການສ້າງຊາດໂດຍຢຶດໝັ້ນຄ່ານິຍົມຫົກປະການ, ໄດ້ແກ່ຄວາມພະຍາຍາມໃນການສ້າງຊາດ ໂດຍຢຶດໝັ້ນຄ່ານິຍົມ 6 ປະການ ໄດ້ແກ່: ຄວາມຍືນຍົງ, ຄວາມຫ່ວງໃຍ ແລະ ຄວາມເຫັນອົກເຫັນໃຈ, ຄວາມເຄົາລົບ, ຄວາມຄິດໃໝ່ໆ, ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມໄວ້ວາງໃຈ, ລວມເຖິງຄວາມຮັບຜິດຊອບຂອງພວກເຮົາໃນຈໍານວນສະມາຊິກອາຊຽນທີ່ກະຕືລືລົ້ນ ແລະ ສ້າງສັນ ແລະ ມີສ່ວນຮ່ວມຂອງປະຊາຄົມໂລກ. ນອກຈາກ ການຮ່ວມມືທາງການເມືອງແລ້ວ, ພວກເຮົາຍັງຄົງສືບຕໍ່ຂະຫຍາຍທ່າແຮງທາງດ້ານເສດຖະກິດຂອງອາຊຽນດ້ວຍການສົ່ງເສີມການຄ້າພາຍໃນອາຊຽນ ຫຼາຍຍິ່ງຂຶ້ນ, ຮັດແໜ້ນສາຍພົວພັນດ້ານການລົງທຶນ ແລະ ຮັບເອົາກາລະໂອກາດ ການຫັນປ່ຽນດ້ານດີຈີຕອນ ແລະ ປັນຍາປະດິດ.

ຮອດປັດຈຸບັນນີ້, ພາຍໃຕ້ການເປັນປະທານອາຊຽນ ມາເລເຊຍໄດ້ຈັດປະຊຸມອາຊຽນໃນຫຼາຍລະດັບແລ້ວຫຼາຍກວ່າ 350 ກອງປະຊຸມ, ຄວບຄຸມສາມເສົາຄໍ້າປະຊາຄົມອາຊຽນ, ການປະຊຸມສຸດຍອດອາຊຽນ ຄັ້ງທີ 47 ມີກຳນົດຈະຈັດຂຶ້ນ ທີ່ນະຄອນຫຼວງກົວລາລໍາເປີ ໃນທ້າຍເດືອນຕຸລານີ້ ຊຶ່ງພວກເຮົາຫວັງເປັນຢ່າງຍິ່ງວ່າ ຈະໄດ້ຕ້ອນຮັບປະເທດ ຕີມໍແລັດສະເຕ ເຂົ້າເປັນສະມາຊິກອາຊຽນ ປະເທດທີ 11 ເປັນທາງການ, ໃນການສະເຫຼີມສະຫຼອງສາຍພົວພັນທາງການທູດອັນຍາວນານລະຫວ່າງສອງປະເທດພວກເຮົາຕ້ອງເນັ້ນເຖິງຄວາມສໍາຄັນຢ່າງຍິ່ງໃຫຍ່ຂອງການເຊື່ອມໂຍງລະຫວ່າງປະຊາຊົນດ້ວຍກັນ, ຂ້າພະເຈົ້າມີຄວາມຍິນດີທີ່ຈະແຈ້ງໃຫ້ຊາບວ່າມາເລເຊຍຈະສະເຫຼີມສະຫຼອງປີທ່ອງທ່ຽວມາເລເຊຍ 2026 ແລະ ປີການທ່ອງທ່ຽວທາງການແພດ 2026 ໃນປີໜ້ານີ້, ຂ້າພະເຈົ້າຂໍເຊື້ອເຊີນ ທຸກໆທ່ານມາທ່ຽວມາເລເຊຍ ເພື່ອພັກຜ່ອນ ແລະ ທ່ອງທ່ຽວ ເພາະການທ່ອງທ່ຽວຍັງຄົງເປັນການຂັບເຄື່ອນທີ່ສໍາຄັນໃນການແລກປ່ຽນທາງວັດທະນະທໍາ ແລະ ການເປັນຄູ່ຮ່ວມທາງເສດຖະກິດ.

ຕອນທ້າຍ, ທ່ານ ແອດີ ເອຍວານມາຮມຸດ ຍັງກ່າວສະແດງຄວາມຂອບໃຈຢ່າງສຸດຊຶ້ງທີ່ບັນດາທ່ານໄດ້ມາຮ່ວມງານລ້ຽງ, ສໍາລັບການສະໜັບສະໜູນຢ່າງຕໍ່ເນື່ອງຂອງທ່ານໃນການເສີມສ້າງສາຍສໍາພັນທະວິພາຄີ ມາເລເຊຍ ແລະ ລາວ ແລະ ການພັດທະນາຍືນຍົງໃນວົງກວ້າງ ຂອງປະຊາຄົມອາຊຽນ ຂອງພວກເຮົາ. ການເຂົ້າຮ່ວມຂອງທ່ານ ສະແດງໃຫ້ເຫັນເຖິງມິດຕະພາບອັນເລິກເຊິ່ງທີ່ເຊື່ອມໂຍງພາກພື້ນຂອງເຮົາເຂົ້າດ້ວຍກັນ. ຂະນະທີ່ເຮົາເບິ່ງໄປຍັງອະນາຄົດຂໍໃຫ້ພວກເຮົາສືບຕໍ່ສ້າງຄວາມເຂົ້າໃຈ. ຄວາມໄວ້ວາງໃຈ ແລະ ຄວາມສາມັກຄີກັນ, ຄວາມມີຄຸນຄ່າ, ເປັນຄູ່ຮ່ວມມືຂອງພວກເຮົາມານານຫຼາຍທົດສະວັດ ແລະ ຈະເປັນແນວທາງສູ່ຄວາມກ້າວໜ້າຮ່ວມກັນຂອງເຮົາຕະຫຼອດໄປ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments