ໃນວັນທີ 11 ກັນຍາ 2025, ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ປະທານສະຫະພັນກິລາເພາະກາຍແຫ່ງຊາດລາວ ພ້ອມດ້ວຍຄະນະ ໃນໂອກາດສໍາເລັດການເຂົ້າຮ່ວມແຂ່ງຂັນກິລາເພາະກາຍຊີງແຊ້ມອາຊຽນ ຄັ້ງທີ 19 ແລະ ແຂ່ງຂັນເພາະກາຍຊີງແຊ້ມເອເຊຍ ຄັ້ງທີ 57 ໃນລະຫວ່າງວັນທີ 18-25 ສິງຫາ 2025 ທີ່ປະເທດໄທ.
ໃນໂອກາດດັ່ງກ່າວ, ທ່ານ ຄໍາພະໄພວັນ ວົງໄຊ ຮອງປະທານສະຫະພັນກິລາເພາະກາຍແຫ່ງຊາດລາວ ໄດ້ລາຍງານໃຫ້ຮູ້ວ່າ: ນັກກິລາທີມຊາດລາວທັງໝົດ 6 ຄົນ ລົງແຂ່ງຂັນ ສາມາດຍາດໄດ້ 4 ຫລຽນຄຳ, 3 ຫລຽນ ເງິນ, 2 ຫລຽນທອງ ເຊິ່ງມີລາຍລະອຽດຄື: ແຂ່ງຂັນກິລາເພາະກາຍຊີງແຊັມອາຊຽນ ຄັ້ງທີ 19 ນັກກິລາເພາະກາຍທີມຊາດລາວລົງແຂ່ງຂັນມີ 5 ຄົນ ສາມາດສ້າງຜົນງານໄດ້ 2 ຫລຽນຄໍາ, 2 ຫລຽນເງິນ ແລະ ອັນດັບທີ 5 (1 ລາຍການ) ແລະ ໄດ້ຮັບລາງວັນຫລຽນຄໍາ ຄະແນນສະສົມທີມຍິງຊະນະເລີດອັນດັບ 1 ມີຄະແນນລວມ 120 ຄະແນນ; ແຂ່ງຂັນກິລາເພາະກາຍຊີງແຊັມເອເຊຍ ຄັ້ງທີ 57 ນັກກິລາເພາະກາຍທີມຊາດລາວລົງແຂ່ງຂັນ 6 ຄົນ ສາມາດຄ້ວາ ໄດ້ 2 ຫລຽນຄໍາ, 1 ຫລຽນເງິນ, 2 ຫລຽນທອງ ແລະ ອັນດັບທີ 4.
ໃນຕອນທ້າຍ ທ່ານ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນງານທີ່ສະຫະພັນກິລາເພາະກາຍແຫ່ງຊາດລາວ ແລະ ນັກກິລາເພາະກາຍລາວ ຍາດມາໄດ້ ແລະ ໃຫ້ສືບຕໍ່ຮັກສາມູນເຊື້ອ, ພ້ອມທັງຝຶກຝົນ-ພັດທະນາຕົນເອງຕໍ່ໄປ ເພື່ອສ້າງຜົນງານ ແລະ ຊື່ສຽງມາໃຫ້ປະເທດຊາດເຮົາ. ພ້ອມນີ້, ທ່ານ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກໍໄດ້ມອບເງິນສົດ ຈຳນວນ 30 ລ້ານກີບ ເພື່ອປະກອບສ່ວນຊຸກຍູ້ສົ່ງເສີມນໍ້າໃຈໃຫ້ນັກກິລາເພາະກາຍທີມຊາດລາວ ທີ່ສ້າງຜົນງານທີ່ພົ້ນເດັ່ນໃນໄລຍະຜ່ານມາ.
ຂ່າວ: ສົມຫວັງ
ພາບ: ເກດສະໜາ