Thursday, September 11, 2025
Homeຂ່າວຕ່າງປະເທດສປ ຈີນ ຈັດກອງປະຊຸມເວທີປຶກສາຫາລື ການຮ່ວມມືສາກົນ "ໜຶ່ງແລວ ໜຶ່ງເສັ້ນທາງ" ຄັ້ງທີ 10

ສປ ຈີນ ຈັດກອງປະຊຸມເວທີປຶກສາຫາລື ການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 10

ວິທະຍຸ-ໂທລະພາບ ສູນກາງຈີນ, ກອງປະຊຸມເວ​ທີ​ປຶກ​ສາ​ຫາ​ລືການ​ຮ່ວມ​ມືສາ​ກົນ “ໜຶ່ງ​ແລວໜຶ່ງ​ເສັ້ນ​ທາງ” ຄັ້ງທີ 10 ​ໄດ້ໄຂຂຶ້ນຢູ່​ສູນ​ປະ​ຊຸມ ​ແລະ ວາງສະແດງຮົງກົງ​ ຂອງ​ ສປ ຈີນ ໃນວັນທີ 10 ​ກັນ​ຍານີ້. ​ເວ​ທີ​ປຶກ​ສາ​ຫາ​ລືດັ່ງກ່າວໄດ້ດຳເນີນເປັນເວລາ 2 ວັນ, ​ພາຍ​ໃຕ້ຫົວຂໍ້ວ່າ “ສະ​ແຫວງ​ຫາ​ການປ່ຽນແປງ​ຈາກ​ການຮ່ວມມື, ຮ່ວມກັນສ້າງອະນາຄົດ”, ໂດຍ​ມີ​ຜູ້​ນຳວົງ​ການການເມືອງ ແລະ ການ​ຄ້າ​ຫລາຍກວ່າ 90 ຄົນ ຈາກປະເທດ ແລະ ເຂດແຄວ້ທີ່ຮ່ວມກັນສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ 100 ກວ່າຄະນະລວມ​​ທັງ​ໝົດ 6.000 ກວ່າຄົນ ເຂົ້າຮ່ວມ. ​ເວ​ທີ​ປຶກ​ສາ​ຫາ​ລືຄັ້ງນີ້ຈະສຸມໃສ່ຊຸກ​ຍູ້ ໂອກາດໃນການຮ່ວມມື.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments