Thursday, September 11, 2025
Homeຂ່າວຕ່າງປະເທດຣັດເຊຍ ເລັ່ງສ້າງສູນຂໍ້ມູນໃໝ່ 8 ແຫ່ງ ໃນປີ 2036

ຣັດເຊຍ ເລັ່ງສ້າງສູນຂໍ້ມູນໃໝ່ 8 ແຫ່ງ ໃນປີ 2036

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 9 ກັນຍາ, ທ່ານ ມິຄາ ອີລ ມີຊູສຕິນ ນາຍົກ ລັດຖະມົນຕີ ຣັດເຊຍ ໄດ້ປະກາດວ່າ: ຣັດເຊຍ ຈະສ້າງສູນ ຂໍ້ມູນໃໝ່ 8 ແຫ່ງ, ພ້ອມທັງ ຈະຂະຫຍາຍ ເຄືອຂ່າຍ ການຂົນສົ່ງ ພະລັງງານ ແລະ ການສື່ສານ ພາຍໃຕ້ ແຜນພັດທະນາ ຂະໜາດໃຫຍ່ ໄປຮອດ ປີ 2036. ໂດຍສູນຂໍ້ມູນໃໝ່ ທີ່ຈະກໍ່ສ້າງຂຶ້ນ ຈະແບ່ງອອກເປັນໄລຍະ, ຈະຮອງຮັບ ຕູ້ເຊີເວີໄດ້ ຫລາຍກວ່າ 10.000 ຕູ້.

ທ່ານ ມິຄາ ອີລ ມີຊູສຕິນ ໄດ້ກ່າວ ໃນກອງປະຊຸມ ລັດຖະບານວ່າ: ແຜນການ ດັ່ງກ່າວ ຍັງລວມເຖິງ ການກໍ່ສ້າງ ແລະ ການປັບປຸງ ທາງລົດໄຟ ປະມານ 4.500 ກິໂລແມັດ ແລະ ເສັ້ນທາງຫລວງ ກວ່າ 2.000 ກິໂລແມັດ ລວມທັງ ການຕິດຕັ້ງສາຍສົ່ງໄຟຟ້າ ແຮງສູງຍາວ ກວ່າ 800 ກິໂລແມັດ ແລະ ສາຍສື່ສານໄຍແກ້ວນຳແສງ ຍາວເກືອບ 20.000 ກິໂລແມັດ.

ນອກນັ້ນ, ກະຊວງ ການພັດທະນາ ເສດຖະກິດ ຣັດເຊຍ ຍັງລະບຸວ່າ: ຂະໜາດ ການກໍ່ສ້າງ ທີ່ກຳນົດໄວ້ ແມ່ນບໍ່ເຄີຍມີມາກ່ອນ, ດ້ວຍມູນຄ່າ ການລົງທືນເກືອບ 20 ພັນຕື້ຮູເບີລ ໃນປີ 2036, ຊຶ່ງທຽບເທົ່າເກືອບ 10% ຂອງ ລວມຍອດ ຜະລິດຕະພັນ ພາຍໃນ (GDP) ຂອງ ຣັດເຊຍ ໃນປັດຈຸບັນ./

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments