Wednesday, September 10, 2025
Homeຂ່າວການເມືອງແຂວງເຊກອງ ຕ້ອງການທຶນພັດທະນາພື້ນຖານໂຄງລ່າງ 8.000 ຕື້ກວ່າກີບ

ແຂວງເຊກອງ ຕ້ອງການທຶນພັດທະນາພື້ນຖານໂຄງລ່າງ 8.000 ຕື້ກວ່າກີບ

ຂປລ. ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ໃນ 5 ປີ (2026-2030) ແຂວງເຊກອງ ມີຄວາມຕ້ອງການທຶນເຂົ້າໃນການພັດທະນາພື້ນຖານໂຄງລ່າງ 8.039 ຕື້ກີບ ກວມເອົາ 36% ຂອງຈີດີພີ (ສະເລ່ຍປະມານ 1.608 ຕື້ກີບຕໍ່ປີ) ໃນນີ້, ການລົງທຶນຂອງລັດ 804 ຕື້ກີບ (ສະເລ່ຍ 161 ຕື້ກີບຕໍ່ປີ); ທຶນຊ່ວຍເຫລືອລ້າ ແລະ ກູ້ຢືມ 1.206 ຕື້ກີບ (ສະເລ່ຍ 241 ຕື້ກີບຕໍ່ປີ); ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ 6.029 ຕື້ກີບ (ສະເລ່ຍ 1.206 ຕື້ກີບຕໍ່ປີ).

ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງໆເຊກອງ ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI ເມື່ອບໍ່ດົນມານີ້ວ່າ: ທິດທາງລວມ ແລະ ຄາດໝາຍສູ້ຊົນໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2026-2030) ຂອງແຂວງເຊກອງ ແມ່ນແຜນທີ່ມີບົດບາດສໍາຄັນ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິ XI ຂອງອົງຄະນະພັກແຂວງ ໂດຍຈະສຸມໃສ່ຍົກສູງລະດັບຄຸນນະພາບຊີວິດ ຂອງປະຊາຊົນໃຫ້ສູງຂຶ້ນ, ຮັບປະກັນສະຖຽນລະພາບການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບສຸກ, ມີຄວາມສາມັກຄີເປັນປຶກແຜ່ນ ແລະ ພັດທະນາແຂວງໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ; ເປັນເຈົ້າຕົນເອງ ໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ; ດໍາເນີນການຄຸ້ມຄອງ-ບໍລິຫານເສດຖະກິດ ຕາມກົນໄກຕະຫລາດທີ່ມີການດັດສົມ ແລະ ຄຸ້ມຄອງຂອງລັດ ເພື່ອພັດທະນາເສດຖະກິດໃຫ້ຂະຫຍາຍຕົວ ແລະ ເຂັ້ມແຂງ; ເອົາໃຈໃສ່ພັດທະນາເສດຖະກິດ, ສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມຢ່າງສົມສ່ວນ ຕາມທິດສີຂຽວ ແລະ ຍືືນຍົງ; ເລັ່ງຈັດຕັັ້ງປະຕິບັດຄໍາສັ່ງນາຍົກລັດຖະມົນຕີ ເລກທີ 02/ນຍ ແລະ 03/ນຍ; ສ້າງສະພາບແວດລ້ອມ ສິ່ງອໍານວຍຄວາມສະດວກ ໃຫ້ແກ່ການດໍາເນີນທຸລະກິດ ໂດຍສະເພາະ ການເຜີຍແຜ່ກ່ຽວກັບການປ່ຽນແປງດ້ານນິຕິກໍາ, ລະບຽບການ ທີ່ຕິດພັນກັັບວຽກງານວິສະຫະກິດ ແລະ ວຽກງານຂໍອະນຸຍາດດໍາເນີນທຸລະກິດ, ປະສານງານກັບຂັ້ນສູນກາງໃນການສ້າງ ແລະ ພັດທະນາລະບົບການຂຶ້ນທະບຽນວິສະຫະກິດ ທາງເອເລັກໂຕຣນິກ ໃຫ້ສໍາເລັດ ແລະ ສາມາດປະຕິບັດໄດ້ ເພື່ອເປັນການຫລຸດຜ່ອນຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນ, ຫລຸດຜ່ອນເວລາ ແນໃສ່ດຶງດູດການລົງທຶນເຂົ້າໃນຂະແໜງບຸລິມະສິດ ໄປຄຽງຄູ່ກັບການສ້າງຄວາມເຊື່ອໝັັ້ນໃຫ້ຜູ້ລົງທຶນ; ສົ່ງເສີມການລົງທຶນຮ່ວມມືພາກລັດ-ເອກະຊົນ ທີ່ມີປະສິດຕິພາບ. ພ້ອມນັັ້ນ, ກໍຄົ້ນຄວ້າປັບປຸງນະໂຍບາຍເອື້ອອໍານວຍ ແລະ ສ້າງແຮງຈູງໃຈ ດ້ວຍການພັດທະນາຂະແໜງການບຸລິມະສິດ, ການເຊື່ອມໂຍງຕ່ອງໂສ້ການຜະລິດພາກພື້ນ ແລະ ສາກົນ ແລະ ຮັບປະກັນການດໍາເນີນທຸລະກິດ ຢ່າງມີຄວາມຮັບຜິດຊອບ; ສ້າງຄວາມກົມກຽວອັດຕາອາກອນ ເພື່ອຊຸກຍູ້ການເກັບລາຍຮັບ ລວມທັງຄວາມສາມາດໃນການຄາດຄະເນລາຍຮັບ ແລະ ອື່ນໆ.

ທ່ານ ຂັນຕີ ສີລະວົງສາ ໃຫ້ຮູ້ຕື່ມວ່າ: ໃນໄລຍະ 5 ປີ (2021-2025) ແຂວງເຊກອງ ສາມາດລະດົມແຫລ່ງທຶນເຂົ້າໃນການພັດທະນາໄດ້ 4.547,40 ຕື້ກີບ ປະຕິບັດໄດ້ລື່ນແຜນ 45,75% (ແຜນ 5 ປີ 3.120 ຕື້ກີບ) ໃນນັ້ນ, ການລົງທຶນຂອງລັດ 384,37 ຕື້ກີບ, ປະຕິບັດໄດ້ລື່ນແຜນ 54,36% (ແຜນ 5 ປີ 249 ຕື້ກີບ), ທຶນຊ່ວຍເຫລືອທາງການ ເພື່ອການພັດທະນາ (ODA) 444,47 ຕື້ກີບ, ປະຕິບັດໄດ້ລື່ນແຜນ 42,45% (ແຜນ 5 ປີ 312 ຕື້ກີບ) ແລະ ການທຶນເອກະຊົນພາຍໃນ ແລະ ຕ່າງປະເທດ (FDI) 3.718,56 ຕື້ກີບ, ປະຕິບັດໄດ້ລື່ນແຜນ 45,14% (ແຜນ 5 ປີ 2.562 ຕື້ກີບ) ໂດຍທຸກໆແຫລ່ງທຶນທີ່ແຂວງລະດົມໄດ້ນັ້ນ ແມ່ນສຸມໃສ່ການພັດທະນາພື້ນຖານໂຄງລ່າງ ແລະ ສ້າງສິ່ງອໍານວຍຄວາມສະດວກ ໃຫ້ແກ່ວຽກງານການຄ້າ, ການລົງທຶນ ແລະ ການບໍລິການດ້ານຕ່າງໆ ເຮັດໃຫ້ເສດຖະກິດ-ສັງຄົມຂະຫຍາຍຕົວ ແລະ ປະຊາຊົນມີຊີວິດການເປັນຢູ່ນັບມື້ດີຂຶ້ນເປັນກ້າວໆ.

ຂ່າວ-ພາບ: ສັນຍາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments