ຂປລ. ໃນວັນທີ 4 ສິງຫາ 2025 ນີ້, ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ຮຸນກຣັງ ພະນອງ ເອກອັກຄະຣາຊະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ກຳປູເຈຍ ປະຈຳລາວ ແລະ ທ່ານ ຄວີມາ ເອັນທາຣາ ຫົວໜ້າຫ້ອງການທະນາຄານໂລກ ປະຈຳລາວ ໃນໂອກາດທີ່ ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ລັດຖະມົນຕີກະ ຊວງສຶກສາທິການ ແລະ ກິລາ ຄົນໃໝ່.
ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ຮຸນກຣັງ ພະນອງ ແລະ ທ່ານ ຄວີມາ ເອັນທາຣາ ທີ່ໄດ້ນໍາພາຄະນະເດີນທາງມາຢ້ຽມຢາມ ແລະ ອວຍພອນ ໃນໂອກາດທີ່ໄດ້ຮັບຕຳແໜ່ງໃໝ່ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເຂົ້າໃນການຮັດແໜ້ນ ການພົວພັນຮ່ວມມືດ້ານຕ່າງໆ ໂດຍສະເພາະດ້ານການສຶກສາ ແລະ ກິລາ ລະຫວ່າງ ລາວ-ກຳປູເຈຍ-ທະນາຄານໂລກ ໃຫ້ໄດ້ຮັບການພັດ ທະນາ ຂຶ້ນໄປເລື້ອຍໆ ແລະ ສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນອະນາຄົດ ແລະ ຍາວນານ. ພ້ອມນີ້, ທ່ານ ລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ກໍຄື ປະຊາຊົນກຳປູເຈຍ ແລະ ທະ ນາຄານໂລກ ປະຈຳລາວ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫລືອດ້ານການສຶກສາ ແລະ ກິລາ ແກ່ ສປປ ລາວ ມາໂດຍຕະຫລອດ ເຮັດໃຫ້ວຽກງານດ້ານການສຶກສາ ແລະ ກິລາ ຢູ່ ສປປ ລາວ ໄດ້ຮັບການພັດທະນາ ຂຶ້ນໄປເລື້ອຍໆ. ພ້ອມທັງລາຍງານໃຫ້ທ່ານທູດ ແລະ ຫົວໜ້າຫ້ອງການທະນາຄານໂລກ ປະຈຳລາວ ຮູ້ກ່ຽວກັບສະພາບການພັດທະນາວຽກງານດ້ານການສຶກສາ ຢູ່ ສປປ ລາວ ໂດຍສະເພາະ ການປັບປຸງລະບົບການສຶກສາ, ຫລັກສູດການຮຽນ-ການສອນ ແລະ ອື່ນໆ.

ພ້ອມນີ້, ທ່ານທູດ ແລະ ຫົວໜ້າຫ້ອງການທະນາຄານໂລກ ປະຈຳລາວ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ທອງສະລິດ ມັງໜໍ່ເມກ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້, ພ້ອມທັງ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ທ່ານ ທອງສະລິດ ມັງໜໍ່ເມກ ທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ມາດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຄົນໃໝ່. ພ້ອມທັງ ຢືນຢັນວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອດ້ານການສຶກສາ ແລະ ກິລາ ແກ່ ສປປ ລາວ ຕື່ມອີກ ໃນອະນາຄົດ.
ຂ່າວ: ທະນູທອງ
ພາບ: ຂັນໄຊ